ທາງການເຕືອນຊາວບາງກອກ ໃຫ້ຣະວັງເຊື້ອໂຣຄ
2010.10.29
ກົດຟັງສຽງ
ທ່ານ ພີຣະພົງ ສາຍເຊື້ອ ຮອງຫົວໜ້າຫ້ອງການ ເຂດບາງກອກ ເຜີຍວ່າ ສະພາບອາກາດ ໃນຊ່ວງນີ້ ມີການປ່ຽນແປງ ຢູ່ເລື້ອຍ ແລະມີຝົນຕົກຕລອດ ປະກອບກັບ ຣະດັບນໍ້າ ໃນແມ່ນໍ້າເຈົ້າພຣະຍາ ສູງຂຶ້ນ ໄຫລເຂົ້າຖ້ວມ ພື້ນທີ່ຕ່າງໆແຄມຝັ່ງ ເຮັດໃຫ້ປະຊາຊົນ ຈໍານວນຫລາຍ ໄດ້ຮັບຜົລກະທົບ. ທາງເຈົ້າຄອງນະຄອນ ເຂດບາງກອກ ຈຶ່ງມີນະໂຍບາຍ ປ້ອງກັນ ແລະຕຽມພ້ອມ ໃຫ້ການຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ແລະເຝົ້າຣະວັງໂຣກຕ່າງໆ ທີ່ມາກັບນໍ້າຖ້ວມ ເຊັ່ນ ໂຣກຖອກທ້ອງ ໂຣກທ້ອງບິດ ແລະອາຫານເປັນພິດ ຮວມເຖິງໂຣກຍ່ຽວໜູ ຕາແດງ ແລະ ທັງໃຫ້ຣະມັດຣະວັງ ແມງໄມ້ ແລະທັງສັດ ມີພິດຕ່າງໆ.
ສໍາລັບປະເທດລາວ ເມື່ອຫລັງໆມານີ້ ກໍປາກົດວ່າ ມີຝົນຕົກໜັກ ຕິດຕໍ່ກັນຫລາຍວັນ ໃນຫລາຍ ແຂວງຂອງລາວ ຕັ້ງແຕ່ເໜືອຕລອດໃຕ້. ບາງແຂວງ ມີຝົນຕົກທົ່ວແຂວງ ຕຣອດ ໂດຍສະເພາະ ເຂດເມືອງທີ່ຕັ້ງຢູ່ ຕາມແຄມຝັ່ງແມ່ນໍ້າຂອງ. ຕົວຢ່າງຝົນຕົກໜັກ ຫລາຍວັນຢູ່ ແຂວງຄໍາມ່ວນ ເຮັດໃຫ້ນໍ້າລົ້ນ ເຊບັ້ງໄຟ ຖ້ວມຫລາຍເມືອງ ຈົນວ່າໄຫລໄປຖ້ວມ ຮອດເຂດແຂວງ ສວັນນະເຂດ ຈໍານວນນຶ່ງ.
ທາງການກ່ຽວຂ້ອງ ຂອງລາວໄດ້ເຕືອນ ໃຫ້ທຸກແຂວງ ມີການລົງໄປກວດ ເບິ່ງບ້ານເຮືອນ ປະຊາຊົນ ແລະເມືອງຕ່າງໆ ທີ່ມີຄວາມສ່ຽງ ຖືກນໍ້າຖ້ວມ ຍ້ອນຝົນຕົກໜັກ ໃນຣະຫວ່າງ ເດືອນສິງຫາ ຫາເດືອນ ຕຸລາ ຊຶ່ງເປັນເດືອນທີ່ມີ ຝົນຕົກໜັກທີ່ສຸດ ແລະທັງເຕືອນ ໃຫ້ຣະວັງໂຣກ ທີ່ມັກເກີດຂຶ້ນ ເມື່ອມີຝົນຕົກ ນໍ້າຖ້ວມ. ເວົ້າສະເພາະ ເຂດເມືອງເງິນ ແຂວງໄຊຍະບູລີ ຜແນກ ສາທາຣະນະສຸກ ກໍໄດ້ຕັກເຕືອນ ປະຊາຊົນ ກ່ຽວກັບໂຣກ ທີ່ຈະເກີດຂຶ້ນໄດ້ ໃນຊ່ວງຣະດູຝົນ ຊຶ່ງມັກເກີດນໍ້າຖ້ວມ. ເປັນຕົ້ນ ກໍແມ່ນໂຣກຕິດຕໍ່ ທາງນໍ້າ ແລະອາຫານ ຍ້ອນການກິນອາຫານ ສຸກໆດິບໆ ແລະດື່ມນໍ້າ ທີ່ເປິເປື້ອນ ບໍ່ຕົ້ມໃຫ້ສຸກດີ ໂຣກຕິດຕໍ່ທາງ ຣະບົບຫາຍໃຈ ເຊັ່ນໂຣກໄຂ້ຫວັດໃຫຍ່ ຄໍອັກເສບ ປອດບວມ ແລະໄຂ້ເລືອດອອກ.