ກອງປະຊຸມຕ້ານລະເບີດ ຝັງດິນແລະລູກຫວ່ານ

ອົງການ ຕ້ານລະເບີດ ຝັງດິນ ແລະ ລະເບີດລູກຫວ່ານ ສາກົນ ຫວັງໃຫ້ ກອງປະຊຸມ ຣັຖພາຄີ ສົນທິສັນຍາ ຄັ້ງທີ 1 ຫລື (1MSP) ຢູ່ສປປລາວ ໄດ້ຮັບຄວາມ ສົນໃຈ ຈາກທົ່ວໂລກ.
ໂພໄຊສວັດ
2010.11.05

ກົດຟັງສຽງ

ອົງການ ຕ້ານລະເບີດ ຝັງດິນ ແລະລະເບີດ ລູກຫວ່ານ ສາກົນ ຫລື CMC ແລະ 100 ກວ່າ ປະເທດທົ່ວໂລກ ທີ່ມີສ່ວນ ກ່ຽວຂ້ອງກັບ ລູກລະເບີດ ດັ່ງກ່າວ ຕັ້ງຄວາມຫວັງ ໄວ້ສູງວ່າ ກອງປະຊຸມ ຣັຖພາຄີ ທີ່ຈະຈັດ ຂຶ້ນຢູ່ ສປປລາວ ໃນອາທິດ ໜ້ານີ້ ຈະໄດ້ຮັບ ຄວາມສົນໃຈ ຈາກຊາວໂລກ ຢ່າງກວ້າງຂວາງ. ອົງການ CMC ໄດ້ຈັດ ກອງປະຊຸມ ຖແລງຂ່າວ ຢູ່ສະມາຄົມ ຜູ້ສື່ຂ່າວ ຕ່າງປະເທດ ແຫ່ງປະເທດໄທ ຢູ່ບາງກອກ ແລະຜ່ານ ສື່ມວລຊົນ ທາງອິນເຕີແນັດ ໃນມື້ວັນທີ 1 ພຶສຈິກາ 2010. ຜູ້ເຂົ້າຮ່ວມ ປະຊຸມ ໄດ້ຮູ້ກ່ຽວກັບ ນະໂຍບາຍ ການຕ້ານ ລະເບີດລູກຫວ່ານ, ການໃຊ້, ການຜລິດ, ການຈຳໜ່າຍ ແລະ ການເກັບຮັກສາ ໄວ້ໃນສາງ ໃນປະເທດຕ່າງໆ ທົ່ວໂລກ.

ນອກຈາກນັ້ນ ຍັງໄດ້ຮັບຮູ້ ຂໍ້ມູນກ່ຽວກັບ ມົລພິດ, ອຸບັດຕິເຫດ, ການເກັບກູ້ ລະເບີດລູກຫວ່ານ ແລະ ການຊ່ວຍເຫລືອ ຜູ້ທີ່ໄດ້ຮັບ ເຄາະຮ້າຍ ຈາກລະເບີດ. ທ່ານ Conor Fortune ຜູ້ປະສານງານ ອົງການຕ້ານ ລະເບີດລູກຫວ່ານ ຫລື CMC ກ່າວກ່ຽວກັບ ອົງການ ຕ້ານລະເບີດ ຝັງດິນ ແລະ ລະເບີດລູກຫວ່ານ ສາກົນ ວ່າ:

"ອົງການຕ້ານ ລະເບີດລູກຫວ່ານ ເປັນອົງການ ສາກົນ ທີຮວມອົງການ ປະຊາສັງຄົມ ທົ່ວໂລກ ຊຶ່ງມີ ສະມາຊິກ 350 ອົງການ ໃນເກືອບ 100 ປະເທດ ທົ່ວໂລກ ທີ່ມາເຮັດ ວຽກຮ່ວມກັນ ເພື່ອຕ້ານ ລະເບີດ ລູກຫວ່ານ ແລະ ຜົນກະທົບ ຕໍ່ມະນຸດ ຈາກລະເບີດ".

ສຳລັບລາຍງານ ກ່ຽວກັບ ການຕ້ານລະເບີດ ນີ້ໄດ້ຖືກ ເປີດເຜີຍ ກ່ອນກອງປະຊຸມ ຣັຖພາຄີ ຄັ້ງທີ 1 ທີ່ຈະຈັດ ຂື້ນຢູ່ ນະຄອນຫລວງ ວຽງຈັນ ສປປລາວ ລະຫວ່າງ ວັນທີ 9 ຫາ 12 ພຶສຈິກາ 2010. ທ່ານ Tom Nash ຈາກອົງການ CMC ກ່າວກ່ຽວກັບ ກອງປະຊູມ ຢູ່ລາວ ເທື່ອນີ້ວ່າ:

"ຜົນຫລັກທີ່ ອອກມາຈາກ ການປະຊຸມ ອາທິດໜ້າ ຢູ່ລາວ ຈະແມ່ນແຜນ ການທີ່ຈະ ປະຕິບັດການ ທີ່ຮ້ອງວ່າ”ແຜນປະຕິບັດ ການວຽງຈັນ” ຊຶ່ງຈະມີ 65 ໂຄງການ ທີ່ກຳນົດເວລາ ແລະ ທີ່ກວດສອບ ວັດແທກໄດ້ ທີ່ປະເທດ ຕ່າງໆຈະຕ້ອງ ປະຕິບັດ ຕາມ ໂດຍສະເພາະ ປະເທດໃນ ສົນທິສັນຍາ ທີ່ມີໜ້າທີ່ ຈະຕ້ອງ ປະຕິບັດ ຕາມຂໍ້ຜູກມັດ".

ກອງປະຊຸມ ລະດັບ ຣັຖມົນຕຣີ ຈາກ 100 ກວ່າປະເທດ ທີ່ມີການ ກ່ຽວຂ້ອງກັບ ການຕ້ານ ລະເບີດລູກຫວ່ານ ບອມບີ ແລະ ລະເບີດຝັງດິນ ເປັນກອງ ປະຊຸມ ຂນາດໃຫຍ່ ລະດັບສາກົນ ທີ່ຈັດຂຶ້ນ ໃນ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.