ບໍລິສັດຜະລິດ ຢາສູບຕ້ອງ ເກັບໃບຢາໄວ້ ນອກເມືອງ

ກະຊວງ ອຸດສາຫະກັມ ແລະ ກະຊວງ ສິ່ງແວດລ້ອມ ໄດ້ສັ່ງໃໝ່ອີກໃຫ້ບໍລິສັດ ຜະລິດຢາສູບ ໃນແຂວງ ສວັນນະເຂດ ເກັບໃບຢາໄວ້ນອກເມືອງ

0:00 / 0:00

ຫລັງຈາກທີ່ ທາງແຂວງ ສວັນນະເຂດ ໄດ້ຈັດໃຫ້ມີ ການປະຊຸມ ໃນກໍຣະນີ ໂຮງງານຜະລິດ ຢາສູບຈາກຈີນ ທີ່ສົ່ງກິ່ນເໝັນ ຈົນເຮັດໃຫ້ ປະຊາຊົນໃນ ຂົງເຂດໃກ້ຄຽງ ໄດ້ຮັບຄວາມ ເດືອດຮ້ອນ ສຖານະການ ລ້າສຸດໄດ້ມີ ການຕັດສີນ ໃຈຈາກທາງ ກະຊວງອຸດ ສາຫະກັມ ແລະກະຊວງ ສິ່ງແວດລ້ອມ ນະຄອນຫລວງ ວຽງຈັນແລ້ວ ໂດຍທ່ານ ໜູຄໍາ ອຸຜະໄຊ ຫົວໜ້າຫ້ອງການ ສິ່ງແວດລ້ອມ ແຂວງ ສວັນນະເຂດ ໄດ້ເວົ້າເຖິງ ການທີ່ຈະ ຕ້ອງແກ້ໄຂ ຂອງໂຮງງານ ຢາສູບວ່າ: ຕົກລົງແກ້ ໄຂພຽງແຕ່ວ່າ ບໍ່ໃຫ້ເອົາໃບຢາ ທີ່ບົ່ມແລ້ວ ໃຫ້ເອົາໄປໄວ້ ໃນສາງນອກ ເມືອງປະມານ 10ກວ່າຫລັກ 10ປາຍກິໂລແມດ ຫາກຈະຜະລິດ ແລ້ວໃຫ້ຕູ້ ຄອນເທນເນີ້ ນໍາເຂົ້າມາ ຜະລິດໃນໂຮງງານ ວ່າຢ່າງນີ້
ທ່ານ ໜູຄໍາ ໄດ້ເວົ້າຕື່ມວ່າ ສໍາລັບໂຮງງານ ຜະລິດຢາສູບ ໃນໂຕເມືອງນັ້ນ ຍັງເຮັດຕໍ່ ໄປຢູ່ຄືເກົ່າ ແຕ່ໃບຢາ ທີ່ສົ່ງກິ່ນ ເໝັນນັ້ນໃຫ້ ເອົາໄປເກັບ ໄວ້ຢູ່ນອກ ເມືອງແລ້ວ ແລະ ອະນຸຍາດ ໃຫ້ນໍາໃບຢາ ທີ່ຈະຜະລິດ ເຂົ້າມາໃນ ຕອນກາງຄືນ ແລະໃຫ້ແປງ ທໍ່ປ່ອຍຄວັນ ສູງເພີ້ມຂື້ນ ຈາກອັນເກົ່າ 40ແມດ.
ເຖິງຢ່າງໃດ ກໍຕາມແມ່ນ ວ່າຈະມີການ ແກ້ໄຂບັນ ຫາຕ່າງໆ ດັ່ງທີ່ໄດ້ເວົ້າ ມາແລ້ວແຕ່ຍັງ ມີປະຊາຊົນ ບາງກຸ່ມທີ່ ປະທ້ວງວ່າ ໂຮງງານຜະລິດ ຢາສູບຍັງ ສົ່ງກິ່ນເໝັນ ຢູ່ດັ່ງທ່ານ ໜູຄໍາ ເວົ້າກ່ຽວກັບ ເຮືອງນີ້ວ່າ:ຫາກວ່າມັນ ມີການສເນີຟ້ອງ ຈາກປະຊາຊົນ ອີກກໍໄດ້ເວົ້າ ອີກແຕ່ມັນ ກໍບໍ່ມີຂະບວນການ ມີຫາງສຽງທີ່ ຟ້ອງຮ້ອງເຂົາທົນ ບໍ່ໄດ້ຖ້າເຂົາ ທົນບໍ່ໄດ້ກໍໃຫ້ ເຂົາສະເນີ ຄໍາຮ້ອງອີກ ແລະກໍໃຫ້ ເຈົ້າຂອງໂຮງງານ ພະຍາຍາມ ໃຊ້ມາດຕະການ ເຮັດໃຫ້ແນວໃດ ມັນເປັນສາກົນ ຂື້ນກ່ຽວກັບການ ຜະລິດບໍລິສັດ ໂຮງງານຜະ ລິດຢາສູບ ທີ່ຈີນເປັນ ເຈົ້າຂອງໄດ້ ສ້າງຂື້ນແຕ່ປີ 1990 ແລະເຮັດຢາສູບ ຫລາຍຊະນິດ ຫລາຍຍີ່ຫໍ້ ເຊັ່ນດອກໄມ້ແດງ ຊຶ່ງຂາຍໃນລາວ ແລະຍັງມີອີກ ປະມານ 6 ຫາ 7 ຊະນິດ ທີ່ສົ່ງອອກຂາຍ ໄປຕ່າງປະເທດ.