ຊາວບ້ານໃຊ້ເຄື່ອງມື ຈັບສັນຍານ ເກັບລະເບີດ
2010.08.30
ໃນປັດຈຸບັນ ມີພວກພໍ່ຄ້າ ໄດ້ນຳເອົາ ອຸປກອນ ທີ່ໃຊ້ສັນຍານ ຈັບທາດເຫຼັກ ເຂົ້າມາຂາຍ ສໍາລັບໃຊ້ ຊອກຫາ ເກັບກູ້ລະເບີດ ຝັງດິນ. ການຂາຍອຸປກອນ ດັ່ງກ່າວ ແມ່ນ ການກະທຳ ທີ່ເປັນ ອັນຕະລາຍ ຍ້ອນວ່າບໍ່ໄດ້ ຮັບອະນຸຍາດ ແລະ ບໍ່ມີການ ກວດສອບຢ່າງ ຮອບຄອບກ່ອນ. ດັ່ງເຈົ້າໜ້າທີ່ ຈາກອົງການ ເກັບກູ້ລະເບີດ ແຫ່ງສປປລາວ ເວົ້າວ່າ:
"ເຂົາກໍເອົາ ເຄື່ອງກວດລະເບີດ ທີ່ບໍ່ຖືກຕ້ອງ ມາແຕ່ ບ່ອນນັ້ນບ່ອນນີ້ ແລ້ວເຂົາກໍເຮັດ ຕາມໃຈຂອງ ປະຊາຊົນ ຢູ່ຕາມຊາຍແດນ ໃຜກໍບໍ່ ຄຸ້ມຄອງໄດ້ ມັນຢູ່ເຂດພູ ເຂດເຂົາ ຢູ່ຕົວເມືອງ ເພື່ອໃຫ້ ຕຳຣວດ ໄປກວດເບິ່ງ ພວກເອົາເຄື່ອງ ກວດລະເບີດ ທີ່ບໍ່ເປັນ ທາງການເຂົ້າມາ ເພື່ອມາກວດ ເສດເຫລັກຕ່າງໆ ເຫລົ່ານັ້ນ".
ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ເຄື່ອງມືເກັບ ກູ້ລະເບີດ ທີ່ນຳເຂົ້າມາ ຂາຍໂດຍບໍ່ເປັນ ທາງການ ໄດ້ຖືກນຳເຂົ້າ ໂດຍຜ່ານຊາຍແດນ ວຽດນາມ ໃນເຂດທີ່ມີ ລູກລະເບີດ ທີ່ບໍ່ທັນ ແຕກຝັງຢູ່ ໃນດິນຈຳນວນ ຫລວງຫລາຍ. ປັດຈຸບັນນີ້ ເຈົ້າໜ້າທີ່ ກ່ຽວຂ້ອງກຳລັງ ເຂົ້າໄປກວດກາ ເພາະຢ້ານວ່າ ຈະເກີດ ອັນຕະລາຍ ຕໍ່ຜູ້ນຳເອົາ ໄປໃຊ້ຢ່າງ ບໍ່ຖືກຕ້ອງ.
ສາເຫດທີ່ມີ ການຈຳໜ່າຍ ຂາຍອຸປກອນ ເກັບກູ້ລະເບີດ ແຜ່ຂຍາຍຫລາຍ ນີ້ກໍເພາະວ່າ ຊາວບ້ານທີ່ຢູ່ ຕາມເຂດ ຊົນນະບົດ ຕ້ອງການນຳເອົາ ໄປຊອກຄົ້ນ ຫາເສດເຫຼັກ ຫລືລະເບີດ ທີ່ບໍ່ທັນແຕກ ໄປຂາຍເພື່ອ ເປັນລາຍຮັບ ຊ່ວຍເຫລືອຄອບຄົວ. ເຈົ້າໜ້າທີ່ ອະທິບາຍວ່າ:
"ບາງເທື່ອກໍໄດ້ ເງິນເຂົາ ສົມມຸດວ່າເຂົາ ຂາຍລູກລະເບີດ 200 ປອນ ກໍ 2-3 ແສນກີບ ມັນຫລາຍຢ່າງ ປະຊາຊົນ ຢູ່ໃນ ຊົນນະບົດ ແຕ່ເບິ່ງຢູ່ນີ ເປັນລາຍຣັບ ຂອງ ປະຊາຊົນ ເບິ່ງທີສອງມັນ ເປັນອັນຕະລາຍ".
ຍ້ອນເຫດການ ດັ່ງກ່າວ ທາງພາກຣັຖ ແລະອົງການ ເອກກະຊົນ ທີ່ຮັບຜິດຊອບ ໃນເຣື້ອງ ເກັບກູ້ລະເບີດ ທີ່ບໍ່ທັນແຕກ ໄດ້ຫາທາງໃຫ້ ຄວາມຮູ້ແກ່ ປະຊາຊົນ ເຖິງ ອັນຕະລາຍ ທີ່ອາດຈະເກີດ ຈາກລະເບີດທີ່ ບໍ່ທັນແຕກ ຫາກບໍ່ຮູ້ ຫລັກການ ໃນການເກັບກູ້.