ວັນປູກຕົ້ນໄມ້ ທີ່ສປປລາວ

ນັກວິຊາການ ລາວ ມີຄວາມເຫັນວ່າ ການປູກຕົ້ນໄມ້ ອຸດສາຫະກັມ ບໍ່ແມ່ນການ ອະນຸຮັກ ປ່າໄມ້ ທັມມະຊາດ.

0:00 / 0:00

ໃນວັນປູກຕົ້ນໄມ້ ສາກົລ ເມື່ອວັນທີ 6 ມິຖຸນາ ຜ່ານມາ ປາກົດວ່າມີຫລາຍ ພາກສ່ວນ ຮ່ວມກັນປູກປ່າ ໃນທົ່ວ ປະເທດລາວ. ໃນນັ້ນ ໂຄງການບາງບ່ອນ ນໍາແນວ ພັນພືດ ອຸດສາຫະກັມ ມາປູກ ເນື່ອງໃນໂອກາດ ວັນດັ່ງກ່າວ. ແຕ່ຢ່າງໃດ ກໍຕາມ ນັກວິຊາການລາວ ເຫັນວ່າ ການຈັດຕັ້ງ ໂຄງການນັ້ນ ອາຈຈະຜິດກັບ ວັດຖຸປະສົງ ໃນການເພີ່ມພື້ນ ທີ່ປ່າໄມ້ ຂອງປະເທດລາວ ຊຶ່ງໜ່ວຍງານ ທີ່ກ່ຽວຂ້ອງ ຄວນພິຈາຣະນາ ຫາທາງແກ້ໄຂ. ຕາມຄໍາເວົ້າຂອງ ນັກວິຊາການ ສິ່ງແວດລ້ອມ ອົງການ ຄຸ້ມຄອງທີ່ດິນ ແຫ່ງຊາດ ໃນນະຄອນ ຫລວງວຽງຈັນ:

"ຍຸທສາດຫລັກໆ ແຕ່ນີ້ຫາປີ 2020 ຕ້ອງຮັກສາ ເນື້ອທີ່ປ່າໄມ້ ບໍ່ແມ່ນເນື້ອທີ່ປ່າ ປູກຢາງພາລາ ໄມ້ເກສນາ ຫລືໄມ້ວິກ ເປັນຕ້ອງເປັນໄມ້ ທີ່ຫ້າມໃຊ້ ເປັນໄມ້ທີ່ ທັມມະຊາດ ປ່າປ້ອງກັນນີ້ ຕ້ອງໄດ້ 70 ເປີເຊັນ ຂອງພື້ນທີ່".

ທ່ານ ກ່າວຕໍ່ໄປວ່າ ໃນຫລາຍປີ ຜ່ານມາ ສປປລາວ ສູນເສັຽ ຊັພຍາກອນປ່າໄມ້ ຍ້ອນການຕັດອອກຂາຍ ແລະ ຍ້ອນຜົລກະທົບ ໂຄງການພັທນາ ອຸດສາຫະກັມຕ່າງໆ ເຮັດໃຫ້ມີພື້ນທີ່ ປົກຄຸມຂອງປ່າ ເຫລືອບໍ່ເຖິງ 40 ສ່ວນຮ້ອຍ ຂອງພື້ນທີ່ປະເທດ ທັງໝົດ. ທາງພາກສ່ວນ ກ່ຽວຂ້ອງ ກໍພຍາຍາມແກ້ໄຂ ບັນຫາ ດ້ວຍການອອກ ຍຸທສາດ ເພີ່ມພື້ນທີ່ປ່າໄມ້ ໂດຍຕັ້ງຄວາມຫວັງ ໃຫ້ມີປ່າປ້ອງກັນ ເປັນປ່າທັມມະຊາດ ໃນເນື້ອທີ່ ຢ່າງໜ້ອຍ 70 ເປີເຊັນ. ການທີ່ກົມປ່າໄມ້ ໄປສົ່ງເສີມການ ປູກພືດ ອຸດສາຫະກັມ ດ້ວຍການຮ່ວມມື ກັບເອກກະຊົນ ແລະປະຊາຊົນ ໃຫ້ມີການຂຍາຍ ພື້ນທີ່ປູກໄມ້ ເປັນຕົ້ນແມ່ນ ຢາງພາລາ ໄມ້ເກສນາ ໄມ້ວິກ ແລະພືດອື່ນໆ ໃນໂອກາດ ວັນປູກຕົ້ນໄມ້ ເຫັນວ່າ ບໍ່ເໝາະສົມ.

ຍ້ອນວ່າການເພີ່ມ ພື້ນທີ່ຕົ້ນໄມ້ ດັ່ງກ່າວ ເປັນການເພີ່ມເຂດ ປ່າຜລິດ ຊຶ່ງທາງການຖືວ່າ ເປັນປ່າໄມ້ທີ່ ໃຊ້ປະໂຫຍດ ທາງເສຖກິດໄດ້ ບໍ່ແມ່ນການປູກ ຕົ້ນໄມ້ເພື່ອ ການອະນຸຮັກ ທີ່ມີເປົ້າໝາຍ ໃນການເພີ່ມ ພື້ນທີ່ປ່າປ້ອງກັນ ຫລືປ່າທັມມະຊາດ ທີ່ຫ້າມໃຊ້ປະໂຫຍດ.

ກ່ຽວກັບ ເລື່ອງດັ່ງກ່າວ ນັກວິຊາການລາວ ກໍຢາກໃຫ້ ທົບທວນ ປັບປຸງ ການຈັດຕັ້ງ ປະຕິບັດໂຄງການ ປູກຕົ້ນໄມ້ ເພື່ອໃຫ້ເກີດການ ຈັດຕັ້ງ ທີ່ມີເປົ້າໝາຍ ສອດຄ່ອງ ກັບແຜນການຂອງ ທາງການ ເຮັດໃຫ້ເກີດການ ເພີ່ມພື້ນທີ່ປ່າໄມ້ ທີ່ແທ້ຈິງ ຕາມຄວາມຫວັງທີ່ ຕັ້ງກັນໄວ້. ຖ້າບໍ່ດັ່ງນັ້ນ ກໍອາຈຈະບໍ່ ສາມາດ ສໍາເຣັດແຜນການ ທີ່ຕັ້ງໄວ້ ເພາະຍັງເຫລືອ ເວລາພຽງ 10 ປີ ກໍຈະເຖິງກໍານົດ ການ ໃນປີ 2020 ທີ່ທາງການລາວ ວາງອອກ.