ການພັທນາເມືອງ ໄຊສະຖານ ຢຸດສງັກ
2010.08.24
ໂຄງການ ຝຶກອົບຮົມ ນັກວິຊາການ ເພື່ອພັທນາ ເມືອງ ໄຊສະຖານ ແຂວງ ໄຊຍະບູລີ ຊຶ່ງເປັນເມືອງ ທີ່ຕັ້ງຂຶ້ນໃໝ່ ຕ້ອງໂຈະຊົ່ວຄາວ ຍ້ອນຄວາມ ບໍ່ສະດວກ ໃນເສັ້ນ ທາງ ທີ່ໃຊ້ໄປ ເມືອງ ໄຊສະຖານ ທີ່ຍັງບໍ່ແລ້ວ ເທື່ອນັ້ນ. ອີກຢ່າງນຶ່ງ ຍັງຕ້ອງມີ ການພັທນາ ດ້ານຕ່າງໆ ເພີ່ມຕື່ມອີກ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກ່ຽວຂ້ອງໃນແຂວງ ໄຊຍະບູລີ:
"ໂຄງການກໍອີກ ເດືອນໜ້າ ບາງເທື່ອກໍຢຸດ ຝົນມັນຕົກຫລາຍ ໄປສນາມບໍ່ໄດ້ ເສັ້ນທາງມັນຣົດ ໄປບໍ່ໄດ້ ທາງເທົ້າຍ່າງ ກໍຍ່າງປະມານ 3 ວັນ ເຖິງຈະເຖິງ".
ໂຄງການພັທນາ ເມືອງ ໄຊສະຖານ ປະກອບດ້ວຍ ການຝຶກອົບຮົມ ເລື່ອງການເຮັດ ນໍ້າສອາດ ເຮັດອ່າງເກັບ ນໍ້າຝົນ ນໍ້າຊົລປະທານ ການເຮັດ ກົງພັດນໍ້າ ແລະໃຫ້ ຄວາມຮູ້ ແກ່ປະຊາຊົນ ກ່ຽວກັບການ ລ້ຽງສັດ ການເຮັດ ໄຮ່ເຮັດນາ ແລະອື່ນໆ ເພື່ອໃຫ້ ປະຊາຊົນ ໃນຊຸມຊົນ ມີຄວາມຮູ້ ບຸກເບີກພື້ນທີ່ໃໝ່ ໃຫ້ເປັນເມືອງ ແລະໃຫ້ມີ ການພັທນາ ຫລາຍຂຶ້ນກວ່າເກົ່າ ແລະ ການເດີນທາງ ໄປເມືອງ ໄຊສະຖານ ຕາມເສັ້ນທາງ ທີ່ບຸກເບີກໃໝ່ ແລະ ບໍ່ທັນແລ້ວນີ້ ທ່ານວ່າ ມີຄວາມ ຍາກລໍາບາກ ເປັນອັນ ຕຣາຍຫລາຍ ໃນຊ່ວງຣະດູຝົນ:
"ກັນດານ ຂ້າເຈົ້າໄປຕັ້ງ ເປັນເມືອງໃໝ່ ແລ້ວກໍບຸກເບີກ ເຮັດເສັ້ນທາງ ເຂົ້າໄປໃໝ່ໆ ເຮັດເສັ້ນທາງ ຣະດູແລ້ງ ຣະດູຝົນ ເວລາຝົນ ຕົກມາ ມັນກໍເຈື່ອນ ກໍເປັນພູ ເຈື່ອນ ລົງມາ ເປັນພູດິນ ເຈື່ອນລົງມາ ຖົມທາງ ເປັນເມືອງໃໝ່ ສໍາລັບປີນີ້ ມັນກໍຍາກ ຫລາຍ".
ເມືອງ ໄຊສະຖານ ເປັນເມືອງ ທີ່ຕັ້ງຂຶ້ນ ປະມານ 1 ປີແລ້ວໃນ ແຂວງ ໄຊຍະບູລີ ຢູ່ເສັ້ນທາງ ບໍ່ເຕັນ ແກ່ນທ້າວ ໃນບໍຣິເວນ ເຂດພູ. ສາເຫດ ຕັ້ງເມືອງໃໝ່ ຂຶ້ນມາກໍຍ້ອນ ມີປະຊາຊົນ ອາສັຍ ຢູ່ເຂດນັ້ນ ຈໍານວນຫລາຍ ທັງເປັນພື້ນ ທີ່ກ້ວາງ ເໝາະສົມ ໃນການ ຕັ້ງເມືອງໃໝ່ ແຕ່ຕ້ອງໃຊ້ ເວລານານ ຫລາຍປີເພື່ອ ທີ່ຈະພັທນາ ໃຫ້ມີຄວາມ ກ້າວໜ້າ ແລະ ສະດວກສະບາຍ ໃນເລື່ອງເສັ້ນທາງ ຄົມນາຄົມ.