ປະຣິມານນໍ້າຖ້ວມ ຜິດປົກກະຕິ ໃນ 2 ເມືອງ

2 ເມືອງ ໃນແຂວງ ຄໍາມ່ວນ ມີປະຣິມານ ນໍ້າຖ້ວມ ທີ່ຫລາຍເກີນກວ່າ ປົກກະຕິ ຊຶ່ງອາດສົ່ງ ຜົນເສັຍຫາຍ ຕໍ່ຜົລຜລິດ ຂອງຊາວ ກະສິກອນ.
ຈະເຣີນສຸກ
2010.09.01

ປັດຈຸບັນ ໃນແຂວງ ຄໍາມ່ວນ ມີຝົນຕົກໜັກ ຢ່າງຕໍ່ເນື່ອງ ເຮັດໃຫ້ ເມືອງໜອງບົກ ແລະ ເຊບັ້ງໄຟ ມີປະຣິມານ ນໍ້າຖ້ວມ ທີ່ຫລາຍເກີນກ່ວາ ປົກກະຕິ. ຖ້າຫາກວ່າ ຝົນຍັງສືບຕໍ່ຕົກ ອີກຕໍ່ໄປ ອາດຈະກໍ່ ໃຫ້ເກີດຜົນ ກະທົບ ໃສ່ຜົລຜລິດ ຂອງຊາວ ກະສິກອນ ກໍເປັນໄດ້. ເຈົ້າໜ້າທີ່ ຫ້ອງການ ຊັພຍາກອນນໍ້າ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນ ກ່າວວ່າ:

“ຖ້າວ່າ ຖ້ວມແລ້ວ ຕ້ອງມີ ຜົລກະທົບ ແນ່ນອນ, ສ່ວນໃຫຍ່ ກໍຈະເປັນເຂດ ເມືອງໜອງບົກ ກັບເມືອງ ເຊບັ້ງໄຟ ຕາມເຂດ ຣະດັບນໍ້າ ທີ່ສູງສຸດ ດຽວນີ້ ປະມານ 18 ແມັດ 95 ແລ້ວ.”

ຕາມປົກກະຕິ ແລ້ວ ປະຣິມານ ນໍ້າທີ່ຖ້ວມ ໃນລະຍະ ທີ່ຜ່ານມາ ຈະຢູ່ໃນ ຣະດັບ 10 ແມັດເທົ່ານັ້ນ, ແຕ່ມາປີນີ້ ປະຣິມານ ນໍ້າຫລາຍ, ຊຶ່ງເຮັດໃຫ້ ປະຣິມານນໍ້າ ສູງກ່ວາ ປົກກະຕິ. ເຖິງຢ່າງໃດ ກໍຕາມ, ທາງການ ໄດ້ກຽມການ ປ້ອງກັນໄວ້ແລ້ວ ຖ້າຫາກວ່າ ຈະມີນໍ້າຖ້ວມ ສູງກ່ວານີ້, ພ້ອມກັນນັ້ນ ຍັງມີການ ກະກຽມ ນໍ້າສະອາດ ແລະ ອາຫານແຫ້ງ ໃຫ້ກັບ ປະຊາຊົນ ໃນພາວະສຸກເສີນ ເຊັ່ນດຽວກັນ.

ສ່ວນສະພາບ ນໍ້າຖ້ວມ ໃນປັດຈຸບັນນີ້, ທາງການ ຍັງບໍ່ສາມາດ ຄາດຄະເນ ໄດ້ວ່າ ຈະສົ່ງຜົນ ເສັຍຫາຍ ໃສ່ຜົລຜລິດ ຂອງຊາວກະສິກອນ ຫລາຍໜ້ອຍປານໃດ ເນື່ອງຈາກວ່າ ຕ້ອງໄດ້ເບິ່ງ ຕໍ່ໄປອີກວ່າ ຈະມີຝົນ ຕົກຕິດຕໍ່ກັນ ອີກຫລືບໍ່?

“ສ່ວນຫລາຍ ກໍຍັງບໍ່ທັນ ເວົ້າເຖິງ ຜົນເສັຍຫາຍ ເພາະວ່າ ຊ່ວງລະຍະ ເວລາສັ້ນ ມັນອາດຈະບໍ່ ບັນຫາເທົ່າໃດ, ຖ້າຫາກວ່າ ຊ່ວງລະຍະຍາວ ມັນອາດຈະມີ ຜົນກະທົບ ກັບພວກເຂົ້າ ພວກພືດ.”

ສະພາບນໍ້າຖ້ວມ ມີເມືອງໜອງບົກ ແລະ ເຊບັ້ງໄຟ ຖືວ່າ ເປັນການນໍ້າຖ້ວມ ທີ່ຜິດ ປົກກະຕິ ກ່ວາທຸກປີ ທີ່ຜ່ານມາ. ສ່ວນໄຮ່ນາ ແລະ ຜົນຜລິດ ຂອງຊາວ ກະສິກອນນັ້ນ ຈໍາເປັນຕ້ອງໄດ້ ລໍຖ້າເບິ່ງ ປະຣິມານ ນໍ້າຝົນ ທີ່ຈະຕົກອີກ ຈຶ່ງຈະສາມາດ ປະເມີນ ຄວາມເສັຍຫາຍ ທີ່ອາດຈະ ເກີດຂຶ້ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.