ນໍ້າຖ້ວມຖນົນ ເລກ 4 ຂ.ໄຊຍະບູຣີ
2010.08.30

ສະພາບຝົນຕົກ ໜັກຈາກພະຍຸ ມິນດູເລ ເຮັດໃຫ້ເສັ້ນທາງ ຄົມມະນາຄົມ ໃນແຂວງ ໄຊຍະບູຣີ ຖືກນໍ້າຖ້ວມ ໃນລະຍະນີ້ ແລະ ປະຊາຊົນ ເດີນທາງໄປມາ ໄດ້ຮັບຄວາມ ຫຍຸ້ງຍາກ. ສະພາບດັ່ງກ່າວ ຈະຍືດເຍື້ອ ໄປຊົ່ວ ລະຍະນື່ງ ຈົນກ່ວາອໍານາດ ຂອງມໍຣະສຸມ ຈະເຫືອດຫາຍໄປ. ດັ່ງເຈົ້າໜ້າທີ່ ຜແນກໂຍທາງ ແລະຂົນສົ່ງ ປະຈໍາແຂວງ ໄດ້ກ່າວ:
"ປັດຈຸບັນນີ້ ຝົນຕົກຫລາຍເດີ້ ຢູ່ໃນເຂດ ປາກລາຍ ໄປຫາເມືອງພຽງ ທາງເພຫລາຍ ເປັນນໍ້າອັ່ງ ນໍ້າໄຫລ ຢູ່ໃນຫົນທາງ".
ນັບຕັ້ງແຕ່ ພະຍຸ ມິນດູເລ ໄດ້ປ່ຽນເປັນ ຄວາມກົດດັນ ອາກາດຕໍ່າ ມານີ້ ເຮັດໃຫ້ຝົນ ຕົກໜັກ ຕິດຕໍ່ກັນ ຫລາຍວັນ ໃນພາກເໜືອ ແລະພາກກາງ ຂອງປະເທດ. ໃນຫລາຍເຂດ ມີນໍ້າຖ້ວມ ແລະນໍ້າອັ່ງ ໂດຍສະເພາະ ຕາມຖນົນ ເລກທີ 4 ຈາກ ເມືອງແກ່ນທ້າວ ປາກລາຍ ເມືອງພຽງ ເມືອງໄຊຍະບູຣີ ໄປຫາ ຫລວງພຣະບາງ. ສະພາບນໍ້າຖ້ວມ ເຮັດໃຫ້ເສັ້ນທາງ ທີ່ບໍ່ທັນປູຢາງ ເປ່ເພ. ພື້ນທີ່ປູກຝັງ ກະສິກັມ ຖືກຖ້ວມ. ປັດຈຸບັນ ຍັງບໍ່ສາມາດ ປະເມີນຄວາມ ເສັຽຫາຍໄດ້ເທື່ອ ຈົນກວ່າ ເຈົ້າໜ້າທີ່ ຈະລົງໄປ ເກັບກໍາ ຄວາມເສັຽຫາຍ ໃນສະພາບ ໂຕຈິງ.