ເຈົ້າຫນ້າທີ່ ສະພາບແວດລ້ອມ ທີ່ແຂວງບໍຣີຄຳໄຊ ທ່ານນື່ງ ເວົ້າວ່າ ທາງການແຂວງ ຍັງບໍ່ອະນຸມັດ ການສັມປະທານ ທີ່ດີນໃຫ້ແກ່ ບໍຣີສັດ ຜລິດເຈັ້ຽ ໂອຈີ ຍີ່ປຸ່ນ ປູກຕົ້ນ ຢູກາລີບຕັສ ເທື່ອ ເພາະບໍຣີສັດດັ່ງກ່າວ ຍັງບໍ່ສົ່ງ ຂໍ້ມູນ ກ່ຽວກັບ ການສຳຣວດ ສະພາບແວດລ້ອມ ໃນພື້ນທີ່ ທີ່ບໍຣີສັດ ຂໍມາ. ດັ່ງທ່ານກ່າວໃນຕອນນື່ງວ່າ:
“ທາງບໍຣີສັດ ໂອຈີ ຍັງບໍ່ທັນໄດ້ໄປ ຈັດທຳ ກ່ຽວກັບ ຜົລກະທົບ ດ້ານສະພາບແວດລ້ອມ ໃຫ້ແຂວງ ບໍຣີຄຳໄຊ ທີ່ວ່າ ການທຳຢ່າງນີ້ ຈະສົ່ງ ຜົລກະທົບ ຕໍ່ປະຊາຊົນ ຫລາຍປານໃດ ທຸກຢ່າງຕ້ອງໄດ້ ກະຕຽມໃຫ້ ໃຫ້ເຂົ້າໃຈກັນ ກ່ອນ ໃຫ້ເປັນເອກພາບໄປ ຈື່ງຈະມີ ການອະນຸມັດ ດີນໃນການປູກຝັງ”
ວ່າງມໍ່ໆ ມານີ້ ບໍຣີສັດ ຜລີດເຈັ້ຽ ໂອຈີ ຍີ່ປຸ່ນ ໄດ້ຂໍ ສັມປະທານທີ່ດີນ ທີ່ແຂວງບໍຣີຄຳໄຊ ຫລາຍພັນເຮັກຕາ ເພື່ອປູກຕົ້ນ ຢູກາລີບຕັສ ຫລື ຕົ້ນໄມ້ເສຖກິດ ທີ່ໃຊ້ ສຳລັບ ການຜລີດເຈັ້ຽ ໂດຍຈະຕັ້ງເປັນໂຮງງານ ຜລີດວັຖຸດີບ ແລ້ວສົ່ງໄປ ຂຍາຍຜົລ ທີ່ປະເທດຍີ່ປຸ່ນ, ທາງການແຂວງ ກໍ່ຊອກຫາ ພື້ນທີ່ໆ ເຫມາະສົມໃຫ້ ແຕ່ຕ້ອງການ ການສຳຣວດ ກ່ຽວກັບ ສະພາບແວດລ້ອມກອ່ນ ກ່ອນຈະໃຫ້ ສັມປະທານ ເທົ່າເຖີງ ປັດຈຸບັນ ກໍ່ຍັງບໍ່ມີ ລາຍລະອຽດ ຈາກ ບໍຣີສັດ ດັ່ງກ່າວ. ທ່ານກ່າວ ກ່ຽວກັບ ການໂຈະ ຂອງໂຄງການ ດັ່ງກ່າວວ່າ:
“ແຕ່ລະເມືອງ ທີ່ແຂວງ ບໍຣີຄຳໄຊ ຂະເຈົ້າ ກໍ່ໄດ້ໂຈະ ເຫມືອນກັນ ໃນໂຄງການນີ້ ຖ້າວ່າ ບໍ່ມີເຫດຜົລ ກໍ່ບໍ່ໃຫ້ ຢຸດຊົ່ວຄາວ ບໍ່ແມ່ນຢຸດ ຕ້ອງຢູດ ເພື່ອຈັດ ການດ້ານ ສະພາບແວດລ້ອມ ໃຫ້ຣະອຽດ.”
ແຂວງ ບໍຣີຄຳໄຊ ເປັນແຂວງ ທີ່ມີ ສັກກະພາບສູງ ໃນການປູກຕົ້ນໄມ້ ເສຖກິດ ເພື່ອສົ່ງອອກ ແຕ່ໃນປັດຈຸບັນ ຣັຖບານ ເຂັ້ມງວດ ກ່ຽວກັບ ການສຳຣວດ ຜົລກະທົບ ຕໍ່ສພາບແວດລ້ອມກ່ອນ ຈະໃຫ້ສຳປະທານ ທີ່ດີນ ບໍ່ວ່າແຂວງໃດ.