ຂ.ຄໍາມ່ວນນໍ້າຖ້ວມ 6 ເມືອງ
2010.10.22
ກົດຟັງສຽງ
ຢູ່ແຂວງຄຳມ່ວນ ໄດ້ມີຝົນຕົກໜັກ ຕິດຕໍ່ກັນ ໃນຫລາຍເມືອງ ຊຶ່ງເລີ້ມມາແຕ່ ວັນທີ 3 ເຖິງວັນທີ 17 ຕຸລາ, ເຮັດໃຫ້ຣະດັບນໍ້າ ໃນເຊບັ້ງໄຟ ສູງຂຶ້ນຈົນລົ້ນຝັ່ງ, ໄຫລຖ້ວມ ຮົ້ວສວນ, ໄຮ່ນາ ແລະບ້ານເຮືອນຂອງ ປະຊາຊົນ ເສັຍຫາຍເປັນຈຳນວນ ຫລວງຫລາຍ ໂດຍສະເພາະ ຢູ່ເມືອງ ບົວລະພາ, ຍົມມະລາດ, ມະຫາໄຊ, ໄຊບົວທອງ, ເຊບັ້ງໄຟ ແລະເມືອງ ໜອງບົກ. ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງຄຳມ່ວນ ຕໍ່ສື່ມວນຊົນ ທ້ອງຖິ່ນ ເມື່ອມໍ່ໆມານີ້.
ຈາກການປະເມີນ ຄວາມເສັຍຫາຍ ເບື້ອງຕົ້ນ ຂອງຜແນກກະສິກັມ ແລະ ປ່າໄມ້ແຂວງ, ເນື້ອທີ່ປູກເຂົ້າ ທີ່ພວມຈະໄດ້ກ່ຽວ ໃນເຂດເມືອງດັ່ງກ່າວ ຈົມຢູ່ໃນພື້ນນໍ້າ ປະມານ 3,400 ກວ່າເຮັກຕາ ແລະ ເນື້ອທີ່ໄຮ່ ແລະສວນຄົວ ຂອງປະຊາຊົນ ໄດ້ຮັບຄວາມເສັຍຫາຍ ຫລາຍກວ່າ 200 ເຮັກຕາ.
ສະເພາະຢູ່ເມືອງ ບົວລະພາ ເຂົ້າເປືອກ ຢູ່ໃນເລົ້າ 30 ກວ່າຕັນ ຖືກນໍ້າ ພັດໄປ, ໂຮງສີເຂົ້າ 21 ແຫ່ງ ແລະບ້ານເຮືອນ ຂອງປະຊາຊົນ ຈຳນວນ 16 ຫລັງ ເສັຍຫາຍໜັກ, ງົວ ຄວາຍ 140 ກວ່າໂຕຕາຍ ແລະສູນຫາຍ, ສັດປີກ ອີກຈຳນວນຫລາຍ ຖືກນໍ້າພັດໄປ ແລະໜອງລ້ຽງປາ 5 ໜອງໃຫຍ່ ກໍຖືກນໍ້າຖ້ວມ. ຢູ່ເມືອງ ມະຫາໄຊ ກໍມີງົວຕາຍ 9 ໂຕ, ແບ້ຕາຍ 6 ໂຕ. ສ່ວນຢູ່ເມືອງອື່ນໆ ທີ່ຖືກກະທົບໜັກ ເຊັ່ນດຽວກັນນັ້ນ ທາງຜແນກກະສິກັມ ແລະປ່າໄມ້ແຂວງ ຍັງບໍ່ທັນສາມາດ ສລຸບຄວາມເສັຍຫາຍໄດ້ ຍ້ອນວ່າ ໃນຂນະນີ້ ນໍ້າຍັງຖ້ວມ ຫລາຍຢູ່.