ຊາວອັຕປືກວ່າເຈັດໝື່ນຄົນ ຍັງຂາດທີ່ຢູ່ອາສັຍ

ປະຊາຊົນແຂວງ ອັຕປື ກວ່າ7ໝື່ນຄົນ ໄດ້ຮັບຜົລກະທົບ ຈາກພະຍຸເກສນາ ຈົນບໍ່ມີທີ່ຢູ່ອາສັຍ ທາງການກ່ຽວຂ້ອງ ພວມເລັ່ງມືຊ່ວຍເຫລືອ.
ມະນີຈັນ
2009.11.20

ປະຊາຊົນ ຢູ່ແຂວງອັຕປື ທີ່ໄດ້ຮັບຜົລສະທ້ອນ ຈາກພາຍຸເກສນາ ເມື່ອທ້າຍເດືອນກັນຍາ ຜ່ານມາ ຊຶ່ງມີຫລາຍກວ່າ 7ໝື່ນຄົນ ບໍ່ມີທີ່ຢູ່ອາສັຍ ຕ້ອງໄດ້ກະຈາຍກັນຢູ່ ຕາມຕົວເມືອງທີ່ໄດ້ ຮັບຜົນກະທົບຢ່າງຮ້າຍແຮງ ແລະຍັງບໍ່ທັນມີທີ່ ຢູ່ອາສັຍຢ່າງຖາວອນເທື່ອ. ແລະເວລານີ້ທາງການ ກໍມີແຜນທີ່ຈະປຸກສ້າງ ບ້ານພັກຖາວອນ ຈໍານວນນຶ່ງສໍາລັບ ພວກເຂົາເຈົ້າ. ຍານາງ ວັສດີ ໂຄດໂຍທາ ຮອງເຈົ້າແຂວງ ອັຕປື ກ່າວກ່ຽວກັບເລື່ອງນີ້ວ່າ:

"ພວກເຮົາ ຈະກຽມປຸກເຮືອນ ໃຫ້ປະຊາຊົນທີ່ວ່າ ໃຫ້ຈາກການບໍ່ມີທີ່ ເພິ່ງພາອາສັຍ 72ປາຍພັນຄົນນັ້ນ 400ຫລັງ ປັຈຈຸບັນນີ້ ພວກເຮົາພວມ ກໍາລັງຈັດຕັ້ງ ແລະກໍາລັງລົງ ໄປວາງຜັງບ້ານ ແລະກະຈັດກໍາລັງໄປ ເພື່ອວ່າຮ່ວມກັນ ປູກຮ້ອນໃນແຕ່ລະເມືອງ".

ຈາກການສໍາຣວດ ປະຊາຊົນ ທີ່ສູນເສັຽບ້ານເຮືອນ ຍ້ອນພາຍຸເກສນາ 72ພັນ 590ຄົນນັ້ນ ແມ່ນຢູ່3ເມືອງ ຄື ເມືອງສາມັກຄີໄຊ ໄຊເສດຖາ ແລະເມືອງສນາມໄຊ -ຍານາງ ວັດສະດີ ກ່າວ. ແລະວ່າ ທາງການດຽວນີ້ກໍພວມຣະດົມ ກໍາລັງພົລ ທັງຈາກໜ່ວຍງານພາກຣັຖ ແລະປະຊາຊົນທົ່ວໄປ  ຕລອດທັງງົບປະມານ ເພື່ອສ້າງເຮືອນຢ່າງຖາວອນ ຈໍານວນ 400ຫລັງ  ຊຶ່ງຕາມການຄໍານວນ ເບື້ອງຕົ້ນ ແຕ່ລະຫັລງ ຈະໄຊ້ງົບປະມານປຸກສ້າງ 18ລ້ານກີບ.

ຍານາງ ວັສດີ ໂຄດໂຍທາ ຮອງເຈົ້າແຂວງ ອັຕປື ກ່າວສລຸບໃນຕອນທ້າຍວ່າ ນອກຈາກເຮືອນຢູ່ແລ້ວ ເຂົາເຈົ້າ ຍັງຕ້ອງການເຂົ້າກິນອີກ ປະມານ14ພັນຕັນ ໃນລະຍະ 3ເດືອນຂ້າງໜ້າ ຣະຫວ່າງທີ່ຄອງຖ້າ ການຟື້ນຟູການປູກຝັງ ພືດຜັກຕ່າງໆ  ຊຶ່ງທາງການ ຕ້ອງໄດ້ຊອກຫາ ຫົນທາງຊ່ວຍເຫລືອ ຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.