ອາກາດ ໃນພາກເໜືອຂອງລາວ ມີຄວາມໜາວເຢັນ ບາງພື້ນທີ່ ອຸນຫະພູມ ລົດລົງຕໍ່າ ຍ້ອນຄວາມກົດອາກາດຕໍ່າ ຈາກ ຈີນ
ທ່ານ ວັນດີ ດວງມາລາ ເຈົ້າໜ້າທີ່ ກົມອຸຕຸນິຍົມ ວິທະຍາ ປະຈໍາ ສປປລາວ ຊີ້ແຈງສະພາບອາກາດ ໜາວເຢັນ ໃນລະຍະນີ້ ແລະ ອາດຈະຕໍ່ໄປອີກ ລະຍະນຶ່ງ ໂດຍສະເພາະ ໃນພາກເໜືອ ຈະມີສະພາບໜາວເຢັນຈັດ ຄື 1 ຫາ 5ອົງສາເຊນຊຽດ, ສໍາລັບພາກໃຕ້ ກໍໜາວເຢັນ 5 ຫາ 10 ອົງສາເຊນຊຽດ ແລະ ອຸນຫະພູມ ຍັງຈະມີໂອກາດ ລົດລົງອີກ ໃນລະຫວ່າງກາງເດືອນ ຍ້ອນຄວາມກົດອາກາດຕໍ່າ ຈາກປະເທດຈີນ ລົງມາປົກຄຸມ ລາວ. ທ່ານ ວັນດີ ເປີດເຜີຍວ່າ:
ອາດຈະລົງອີກ ໃນຊ່ວງ ກາງເດືອນນຶ່ງ ຫາທ້າຍ ແຕ່ອາດຈະບໍ່ເຖິງ ຂະນາດ ທີ່ໜາວພັດຜ່ານມາ ນີ້ເນາະ ເຈົ້າທາງພາກເໜືອ ອາດຈະເປັນນໍ້າຄ້າງເນາະ ເພາະວ່າມັນຢູ່ທາງແຂວງ ພາກເໜືອ ດ້ານຕະເວັນອອກ ຢູ່ໃນ 1-2 ອົງສາ
ແຂວງທາງພາກເໜືອ ທີ່ໄດ້ຮັບການກະທົບ ຈາກສະພາບອາກາດ ໜາວເຢັນຫລາຍ ກໍມີ ແຂວງຫົວພັນ ຊຽງຂວາງ ຝົ້ງສາລີ ໂດຍສະເພາະ ຢູ່ເມືອງ ວຽງໄຊ ເມືອງ ຍອດອູ ຈະໜາວຫລາຍໃນເວລານີ້ ອາກາດໜາວ ເຢັນຢູ່ປະມານ 5 ຫາ 10 ອົງສາເຊນຊຽດ ແລະ ນັບແຕ່ ວັນທີ 13 ເປັນຕົ້ນໄປ ອາກາດອາດຈະ ໜາວເຢັນລົງຮອດ 3 ອົງສາເຊນຊຽດ ກໍເປັນໄດ້. ສ່ວນທາງພາກໃຕ້ ອາກາດຈະໜາວເຢັນຫລາຍ ບໍລິເວນຍອດພູດອຍ ໂດຍສະເພາະໃນເມືອງ ປາກຊ່ອງ ແຂວງຈໍາປາສັກ ອຸນຫະພູມ ອາດຈະລົດຕໍ່າລົງ ຮອດ 1 ຫາ 3 ອົງສາເຊນຊຽດ.
ໃນຊ່ວງລະດູໜາວ ໃນທ້າຍປີ 2008-2009 ນີ້ ຍັງບໍ່ທັນມີ ລາຍງານວ່າ ມີຜູ້ເສັຍຊີວິດຍ້ອນ ເຖິງວ່າ ໃນປີທີ່ຜ່ານມາ ໄດ້ມີ ຜູ້ເສັຍຊີວິດ ຈາກ ສະພາບອາກາດ ໜາວເຢັນ ຫລາຍລາຍ ຍ້ອນຂາດເຂີນ ການປ້ອງກັນທີ່ ເໝາະສົມ.
0:00 / 0:00