ຫລາຍພາກສ່ວນທີ່ສໍາຄັນ ຂອງທາງການລາວ ຈັດກອງປະຊຸມຂື້ນ ໃນວັນສຸກຜ່ານມາ ຢູ່ທີ່ນະຄອນຫລວງວຽງຈັນ ເພື່ອຫາວິທີຫລຸດຜ່ອນ ຄວາມເສັຽຫາຍໜັກ
ຈາກໄພທັມມະຊາດ ຫລັງຈາກມີບົດຮຽນ ຈາກເຫດການໄພພິບັດ ທັມມະຊາດ ທີ່ເກີດຈາກພະຍຸ ຫລາຍລູກໃນລະຍະ ຫລາຍປີຜ່ານມາ ແລະພະຍຸເກສນາ
ພະຍຸພາກມາ ໃນເມື່ອບໍ່ນານມານີ້.
ກອງປະຊຸມຕົກລົງກັນ ຮັບເອົາແຜນສາທິດ ການຄຸ້ມຄອງໄພພິບັດ ທັມມະຊາດ ເພື່ອຈັດຕັ້ງປະຕິບັດ ຢູ່ໃນບາງແຂວງເຊັ່ນວ່າ ແຂວງສວັນນະເຂດ ແລະ ແຂວງຄໍາມ່ວນ ໂດຍມີຈຸດປະສົງ ຍົກສະຕິລະວັງຕົວ ຂອງເຈົ້າໜ້າທີ່ແລະ ປະຊາຊົນໃນທ້ອງຖິ່ນ ໃຫ້ຮູ້ຈັກຫ້າງຫາ ຕຽມພ້ອມໃນຍາມ ມີການຕັກເຕືອນໄພ.
ເຈົ້າໜ້າທີ່ລາວວ່າ ໃນອານາຄົດນັ້ນ ແຜນດັ່ງກ່າວຈະຕ້ອງ ຖືກຈັດຕັ້ງຂື້ນ ໃນທຸກໆແຂວງ ໃນທົ່ວປະເທດ. ເຫດການນໍ້າຖ້ວມ ຢູ່ແຂວງເຊກອງ ແຂວງສາຣະວັນ ແລະແຂວງອັຕປື ທີ່ເກີດຈາກພະຍຸ ຣະດູຮ້ອນເກສນາ ເມື່ອບໍ່ນານມານີ້ ທາງການລາວຮັບຮູ້ວ່າ ມີການເຕືອນໄພລ່ວງໜ້າ ແຕ່ວ່າເຈົ້າໜ້າທີ່ ແລະປະຊາຊົນ ໃນທ້ອງຖິ່ນ ບໍ່ເຄີຽຄິດວ່າ ເຫດການນໍ້າຖ້ວມ ຈະຮ້າຍແຮງເຖິງຂນາດ ມີຄົນຕາຍແລະການ ເສັຽຫາຍບ້ານເຮືອນ ຂອງປະຊາຊົນ ຂອງຣັຖ ແລະຖນົນຫົນທາງ ເປັນມູນຄ່າ ຫລາຍສິບຕື້ກີບ ຈື່ງບໍ່ໄດ້ຕຽມພ້ອມ ເທົ່າທີ່ຄວນ.