ນໍ້າເປື້ອນຈາກ ຄາຊີໂນຈີນ ແຂວງບໍ່ແກ້ວ
2010.07.30
ຂແນງ ກະສິກັມ ແລະ ຊັພຍາກອນນໍ້າ ປະຈໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃຫ້ຂໍ້ມູນວ່າ ນໍ້າໂສໂຄກ ທີ່ອອກມາ ຈາກໂຮງແຮມ ຮ້ານອາຫານ ແລະ ສະຖານທີ່ ກໍ່ສ້າງ ທັງໝົດ ໃນບໍຣິເວນ ຄາຊີໂນ ຈີນ ທີ່ຕັ້ງຢູ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ນັ້ນ ບໍ່ສາມາດ ກວດສອບ ໄດ້ວ່າ ມີຂັ້ນຕອນ ການບໍາບັດ ຢ່າງໃດ ແຕ່ວ່າ ນໍ້າໂສໂຄກ ທັງໝົດ ນັ້ນ ໄຫລລົງສູ່ ແມ່ນໍ້າຂອງ ຢ່າງແນ່ນອນ ດັ່ງເຈົ້າໜ້າທີ່ ຂແນງ ກະສິກັມ ແລະ ຊັພຍາກອນ ນໍ້າໄດ້ກ່າວ:
"ສ່ວນທີ່ກໍ່ສ້າງ ນໍ້າເສັຽ ຂອງຄາຊີໂນ ມັນຈະຢູ່ ແຄມນໍ້າຂອງ ເຮົາບໍ່ຮູ້ນະ ວ່າມັນໄຫລ ໄປໃສ ອັນນີ້ເຮົາ ບໍ່ໄດ້ປົກປ້ອງ ເຣື້ອງ ບໍຣິສັດ ນີ້ເນາະ ອັນນີ້ເຮົາ ເວົ້າຄວາມຈິງ. ຈາກໂຮງແຮມ ບໍ? ມັນຈະລົງ ສູ່ແຄມນໍ້າຂອງ ເນາະ. ຈາກໂຮງແຮມ ມາຫານໍ້າຂອງ ມີແຕ່ 200 ແມັດຊື່ໆ ລະຍະຫ່າງ".
ທ່ານກ່າວ ຕໍໍ່ໄປວ່າ ວິທີການ ບໍາບັດ ນໍ້າໂສໂຄກ ໃນຂົງເຂດ ຄາຊີໂນ ຂອງຈີນ ກຸ່ມດອກງີ້ຄໍາ ໃນເມືອງຕົ້ນເຜິ້ງ ບໍ່ມີ ຫນ່ວຍງານໃດ ເຂົ້າໄປພິສູດ ຫລື ກວດສອບໄດ້ ຍ້ອນບໍ່ມີ ຫນ່ວຍງານໃດ ສົນໃຈ ເຖິງບັນຫານີ້ ຢ່າງແທ້ຈິງ.
ແຕ່ເທົ່າທີ່ ຮູ້ຈັກ ແລະ ເບິ່ງຕາມ ລັກສະນະ ການກໍ່ສ້າງ ຄາຊີໂນ ນັ້ນກໍ ປາກົດວ່າ ມີສະຖານທີ່ ບໍາບັດ ນໍ້າໂສໂຄກ ຢ່າງແທ້ຈິງ ແຕ່ບໍ່ມີ ຫນ່ວຍງານ ຂອງທາງການ ລາວ ເຂົ້າໄປເບິ່ງ ວິທີການ ບໍາບັດ ວ່າເຮັດແບບໃດ. ແຕ່ເຖິງຢ່າງໃດ ກໍດີ ນໍ້າໂສໂຄກ ທີ່ຄິດວ່າ ບໍາບັດ ແລ້ວນັ້ນ ບໍ່ຮູ້ວ່າມີ ມາຕຖານ ຄວາມເປິເປື້ອນ ລະດັບໃດ ຈື່ງອະນຸຍາດ ໃຫ້ປ່ອຍລົງ ນໍ້າຫ້ວຍ ແລະນໍ້າຂອງ ໃນບໍຣິເວນ ນັ້ນ ອັນນີ້ ກໍບໍ່ມີ ຫນ່ວຍງານ ຂອງລາວ ຮູ້ໄດ້.
ຖ້າປະປ່ອຍ ໃຫ້ເປັນໄປ ດົນນານໂດຍ ທີ່ທາງການລາວ ບໍ່ສາມາດ ຄວບຄຸມ ແລະກວດກາ ນີ້ ສິ່ງແວດລ້ອມ ໃນຂົງເຂດ ອ້ອມແອ້ມ ເມືອງຕົ້ນ ກໍຈະເຊື່ອມເສັຽ ໄປ ນໍ້າຂອງ ກໍຈະເປິເປື້ອນ ດັ່ງທີ່ໄດ້ເກີດ ແລະ ກໍາລັງເກີດ ຢູ່ໃນເຂດ ຄາຊີໂນ ບໍ່ເຕັນ-ບໍ່ຫານ ແຂວງຫລວງນໍ້າທາ ຊື່ງເຈົ້າ ຂອງເຂດທ່ອງທ່ຽວ ຄາຊີໂນ ບໍ່ຍອມແກ້ໄຂ.