ປະຊາຊົນ ຄວນມີສ່ວນ ອອກຄວາມເຫັນ

ຣັຖບານລາວ ຄວນໃຫ້ ປະຊາຊົນ ອອກຄວາມຄິດ ຄວາມເຫັນ ກ່ອນທີ່ຈະ ຕົກລົງ ເຮັດໂຄງການ ພັທນາ ທີ່ໃຫຍ່ໆ ຊຶ່ງອາດຈະ ກະທົບກະເທືອນ ຕໍ່ຊີວິດ ການເປັນຢູ່ ຂອງພວກຂະເຈົ້າ.
ໂພໄຊສວັດ
2010.02.19

ນັກວິຊາການ ດ້ານສິ່ງແວດລ້ອມ ຊາວໄທ ສະແດງຄວາມ ເປັນຫ່ວງຕໍ່ ໂຄງການພັທນາ ໃຫຍ່ໆຂອງລາວ ເຊັ່ນການກໍ່ສ້າງ ເຂື່ອນຂນາດໃຫຍ່ ໃນທົ່ວປະເທດ. ໂຄງການ ຫລາຍໆອັນ ຈະເລີ້ມຕົ້ນ ກໍ່ສ້າງໃນປີ 2010 ນີ້ ຊຶ່ງອາດຈະສົ່ງ ຜົນກະທົບກະເທືອນ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ຊາວລາວ ທີ່ຕ້ອງໄດ້ ໂຍກຍ້າຍ ຈາກຖິ່ນຖານເດີມ. ເຈົ້າໜ້າທີ່ ນັກວິຊາການ ຊາວໄທເວົ້າວ່າ:

"ການພັທນາ ທີ່ຖືກຕ້ອງ ມັນຄວນເປັນ ການພັທນາ ທີ່ທຸກຝ່າຍ ເຫັນພ້ອມກັນ ຫາກມີການ ບໍ່ເຫັນດີ ເກີດຂື້ນ ກໍບໍ່ຄວນເຮັດ ຕໍ່ໄປ ຄວນທີ່ຈະເອົາ ຜູ້ທີ່ມີ ສ່ວນກ່ຽວຂ້ອງ ເຂົ້າມາຮ່ວມ ຣັຖບານຄວນ ຈະເປັນຜູ້ນຳພາ ບໍ່ແມ່ນຜູ້ ຕັດສີນໃຈເອງ ເຊັ່ນຕັດສີນໃຈ ວ່າຕ້ອງໂຍກຍ້າຍ ຣາສດອນ 2,000 ຄອບຄົວ ເພື່ອປໂຍດດ້ານ ອຸດສາຫະກັມ ເພາະ ອຸດສາຫະກັມ ຈະນຳຄວາມຈເຣີນ ເຂົ້າມາສູ່ ປະເທດ ອັນນີ້ເປັນການ ພັທນາ ແບບບໍ່ຍືນຍົງ ບໍ່ເປັນທັມ".

ທ່ານກ່າວອີກ ວ່າ ການທີ່ຈະມີ ການກໍ່ສ້າງ ໂຄງການໃຫຍ່ໆ ໃນປະເທດ ເຊັ່ນເຂື່ອນ, ບໍ່ແຮ່ແລະອື່ນໆ ທີ່ພົວພັນ ກັບຊີວິດຄວາມ ເປັນຢູ່ຂອງຄົນ ຈຳນວນຫລາຍ ຄວນ ທີ່ຈະຕ້ອງ ສອບຖາມ ຄວາມຄິດເຫັນ ຂອງປະຊາຊົນ ທ້ອງຖິ່ນ ຜູ້ທີ່ຈະໄດ້ ຮັບຜົນ ກະທົບກະເທືອນ ໂດຍການໂຍກຍ້າຍ ຈາກບ້ານເຮືອນ ໄປຕັ້ງຖິ່ນຖານ ຊີວິດໃໝ່ ແລະ ຕ້ອງໄດ້ປັບປຸງ ໂຕໃໝ່ໃຫ້ເຂົ້າ ກັບສະພາບ ແລະ ສິ່ງແວດລ້ອມໃໝ່ ທີ່ບໍ່ຄຸ້ນເຄີຍ ຊຶ່ງຈະມີ ຄວາມຍາກ ລຳບາກ ດັ່ງທີ່ມີໂຕຢ່າງ ເປັນບົດຮຽນ ໃນຫລາຍໆ ປະເທດ ມາແລ້ວ.

ເຖິງຢ່າງໃດ ກໍຕາມ ທ່ານເຫັນວ່າ ສປປລາວ ເປັນປະເທດ ທີ່ປົກຄອງໂດຍ ພັກການເມືອງດຽວ ຍ່ອມເປັນການງ່າຍ ໃນການ ຕັດສີນໃຈ ອະນຸມັດ ສັມປະທານ ແກ່ຜູ້ ມາລົງທຶນ ໂດຍບໍ່ຄຳນຶງ ເຖິງຜົນກະທົບ ທີ່ຈະມີຕໍ່ ສິ່ງແວດລ້ອມ ແລະ ຊີວິດການ ເປັນຢູ່ຂອງ ປະຊາຊົນ ເພາະການພັທນາ ປະເທດຊາດ ຍ່ອມມີ ຄວາມສຳຄັນ ກວ່າ ຄວາມທຸກຍາກ ລຳບາກ ຂອງປະຊາຊົນ ຊົ່ວລະຍະນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.