ນ້ຳເສັຍຈາກບໍ່ທອງແດງ

ທາງກາຣແຂວງ ຫລວງນ້ຳທາ ໄດ້ແກ້ໄຂ ບັນຫານ້ຳເສັຍ ທີ່ມາຈາກກາຣ ຂຸດຄົ້ນ ບໍ່ທອງ ແດງ ແຕ່ອາຈເປັນພຽງ ຊົ່ວຄາວເທົ່ານັ້ນ.

0:00 / 0:00

ທາງແຂນງກາຣ ກະສິກັມ ແລະ ບໍ່ແຮ່ແຂວງ ຫລວງນ້ຳທາ ພ້ອມກັບຊົລ ປະທານ ປະຈຳແຂວງ ໄດ້ຮ່ວມກັນ ແກ້ໄຂບັນຫາ ນ້ຳເສັຽທີ່ອອກມາ ຈາກກາຣຂຸດຄົ້ນ ບໍ່ທອງແດງ ຂອງບໍຣິສັທ ພັທນາບໍ່ແຮ່ ລາວ-ຈີນ ທີ່ເມືອງລອງ ແຂວງ ຫລວງນ້ຳທາ ໂດຽໄດ້ສ້າງ ຄັນຄູເພື່ອປ້ານ ກັ່ນຕອງນ້ຳເສັຽ ທີ່ໄຫລອອກຈາກ ໂຮງງານນັ້ນ ບໍ່ໃຫ້ມີນ້ຳ ເປິເປື້ອນໄຫລ ໄປເຂຕທີ່ ປະຊາຊົນ ຕ້ອງໃຊ້ນ້ຳເພື່ອ ກາຣກະເສຕ ດັ່ງທີ່ ທ່ານ ສ. ສີງພອນ ເຮືອງ ລິຕາຍາສັຕ ຮອງຫົວໜ້າ ຫ້ອງກາຣ ຊົລປະທານ ໄດ້ກ່າວວ່າ:

“ກໍວ່າທາງ ໂຮງງານ ທາງບໍຣິສັທ ໄດ້ມາຫາ ອ້າຍນ້ອງແລະ ຫ້ອງກາຣສຸຂພັນ ແຂວງ ເປັນຜູ້ອອກແບບ ແລະ ເປັນຜູ້ສ້າງເຂື່ອນ ດີນເພື່ອກັກເກັບ ຕະກອນ ດຽວນີ້ຖືວ່າ ເປັນອ່າງທີ່ ຖາວອນແລ້ວ ແລະປັຈຈຸບັນ ຖືວ່າບໍ່ມີ ບັນຫາແລ້ວ ແຕ່ກໍບໍ່ວ່າ ທາງແຜນກ ພະລັງງານເຂົາ ຣາຍງານກັນ ແນວໃດ ແຕ່ຄິດວ່າ ບໍ່ມີບັນຫາ”

ພ້ອມດຽວກັນນີ້ ທ່ານກໍກ່າວ ເພີ່ມວ່າ ບັນຫານ້ຳເສັຽ ຈາກໂຮງງານ ບໍ່ທອງແດງ ດັ່ງກ່າວໄດ້ສ້າງ ຜົລກະທົບຕໍ່ ພື້ນທີ່ກະສິກັມ ໃນຣະຍະ 30 ກິໂລແມ໊ຕອ້ອມ ໂຮງງານ ໂດຽສະເພາະ ໃນເຂຕເມືອງລອງ ທີ່ເຮັດໃຫ້ມີ ຫລາຍພາຄສ່ວນ ໄດ້ເຂົ້າມາ ມີສ່ວນຮ່ວມ ໃນກາຣສ້າງ ຄັນຄູເປັນເຂື່ອນ ປ້ານນ້ຳ ດັ່ງກ່າວນີ້.

ສະເພາະທາງ ຫ້ອງກາຣ ພະລັງງານ ແລະບໍ່ແຮ່ ແຂວງ ຫລວງພຣະບາງ ກໍວ່າມີ ກາຣແກ້ໄຂບັນ ນ້ຳເສັຽຈາກ ບໍ່ທອງແດງ ດັ່ງກ່າວນີ້ ເຊັ່ນກັນ ດັ່ງທ່ານ ວັນນະແສງ ຫລວງລືໄຊ ຫົວໜ້າແຂນງ ບໍ່ແຮ່ໄດ້ ກ່າວວ່າ:

“ກໍມັນກໍວ່າ ບໍ່ມີບັນຫາ ຫຍັງຕີ໋ ກໍຊັພຍາກອນ ນ້ຳ ສີ່ງແວດລ້ອມ ກໍມາກວດຢູ່ ມີກາຣຕິດຕາມ ກວດກາຕລອດເດ ພໍດີມັນ ປັບປຸງແຕ່ງ ອ່າງນ້ຳເພີ່ມເຕີມ ກໍ່ສ້າງ ອ່າງນ້ຳໃໝ່ ກໍດີແລ້ວ"

ຢ່າງໃດກໍຕາມ ທາງບໍຣິສັທ Lao-China Oriental Minerals Development ກໍໄດ້ກວດສອບ ແລະພົບວ່າມີ ແຮ່ທອງແດງ ປົນກັນຢູ່ໃນ ພື້ນທີ່ກວ້າງ 40ຕາຣາງ ກິໂລແມ໊ຕ ຊື່ງກໍຮວມທັງ ໃນບໍຣິເວນ ທີ່ກວ້າງປະມານ 4.25ຕາຣາງ ກິໂລແມ໊ຕ ທີ່ວ່າພົບເຫັນ ມີແຮ່ທອງແດງ ຫລາຍທີ່ສຸດ ແລະເໝືອງແຮ່ ແຫ່ງນີ້ສາມາດ ນຳວັດຖຸດິບ ເຂົ້າໃນໂຮງງານ ສະກັດທອງແດງ ໄດ້ປະມານ ມື້ລະ 600ໂຕນ. ໃນຂະນະດຽວ ກັນນັ້ນກໍວ່າ ສະເພາະສາຣ ເຄມີເຊັ່ນ: ໂຊດຽມ ໂບໂຣໄຮໄດຣດ໌ ແລະ ໂຊດຽມ ໄຮດຣອກໄຊດ໌ ທີ່ມີຄວາມ ເຂັ້ມຂຸ້ນຫລາຍ ນັ້ນຍັງເປັນ ອັນຕຣາຍຕໍ່ສີ່ງ ທີ່ມີຊີວີຕ ແລະສະພາບ ແວດລ້ອມນຳດ້ວຍ.