ການຂຸດຄົ້ນ ແຮ່ທາດ ໃນລາວ ສົ່ງຜົລກະທົບ ຕໍ່ສພາບແວດລ້ອມ
2009.02.10
ເຈົ້າຫນ້າທີ່ຂັ້ນສຸງ ຈາກຫ້ອງການ ສພາບແວດລ້ອມ ສປປລາວ ໃຫ້ການວ່າ ຜົລກະທົບຈາກ ການໃຫ້ສັມປະທານ ໃນການຂຸດຄົ້ນ ແຮ່ທາດໃນລາວ ທົ່ວປະເທດ ສ້າງຄວາມເສັຽຫາຍ ໃຫ້ແກ່ພສາບແວດລ້ອມ ໃນຫລາຍພື້ນທີ່ໃນລາວ ໂດຍສເພາະ ໃນພື້ນທີ່ທີ່ມີ ການຂຸດຄົ້ນ ເຊັ່ນແມ່ນ້ຳລຳທານແລະພື້ນທີ່
ທາງດ້ານການກະເສດ ດັ່ງທ່ານກ່າວໃນຕອນນື່ງວ່າ---
ຊັພຍາກອນ ທັມມະຊາດ ເປັນຕົນແມ່ນບໍ່ຄຳ ໃກ້ຕົວເມືອງ ເຮັດໃຫ້ດີນເຊາະເຈື່ອນຕ່າງໆ ລົງໃສ່ໃຮ່ນາຂະເຈົ້າ ບາງບ່ອນກໍ່ເຮັດ ໃຫ້ນ້ຳບໍ່ສອາດ.
ທ່ານວ່າ ຜົລກະທົບຕໍ່ ສີ່ງແວດລ້ອມທີ່ ເຫັນຢ່າງຊັດເຈນ ໃນເວລານີ້ ກໍ່ແມ່ນບໍ່ຄຳ ທີ່ຊຽງຂວາງ ແລະບໍ່ທອງແດງ ໃນແຂວງຫລວງນ້ຳທາ ທີ່ປ່ອຍນ້ຳເສັຽ ຈາກການຂຸດຄົ້ນ ລົງມາໃສ່ພື້ນທີ່ ການກະເສດແລະ ແມ່ນ້ຳລຳທານ ທີ່ປະຊາຊົນກີນແລະໃຊ້ ມາໄດ້ຫລາຍເຊັ່ນຄົນ ປະຊາຊົນ ໃນເຂດດັ່ງກ່າວ ບໍ່ສາມາດໄຊ້ ນ້ຳສອາດ ໃນການດຳຣົງຊີວີດ ແລະການກະເສດ ຂອງຂະເຈົ້າໄດ້. ເຖີງແມ່ນວ່າ ເຈົ້າຫນ້າທີ່ຣັຖ ໄດ້ອອກໄປຕັກເຕືອນ ບໍຣີສັດ ຍອ້ນການຮຽກຮ້ອງ ຈາກປະຊາຊົນ ຫລາຍປານໃດກໍ່ຕາມ ແຕ່ບໍຣີສັດດັ່ງກ່າວ ກໍ່ບໍ່ເອົາຫວົຊາເລີຍ. ຕາມກົດເກນໃນການ ໃຫ້ສັມປະທານ ກຸ່ມບໍຣີສັດ ດັ່ງກ່າວຕ້ອງຮັກສາ ສພາບແວດລ້ອມ ໃນພື້ນທີ່ ທີ່ມີການຂຸດຄົ້ນ ທ່ານກ່າວກ່ຽວກັບກົດເກນ ການໃຫ້ສຳປະທານວ່າ---
ຖ້າຫາກມີຜົລ ກະທົບຕໍ່ສັງຄົມ ທັມມະຊາດ ຖືກເສັຽຫາຍ ດ້ານສີ່ງແວດລ້ອມ ຈະມີການ ຊົດເຊີຍຫລື ທົດແທນຄືນ ແລ້ວປູກປ່າຄືນໃຫມ່ ໃຫ້ກັບບ່ອນທີ່ ທຳການຂຸດຄົ້ນ.
ໃນທີ່ສຸດ ທ່ານເວົ້າວ່າ ນອກຈາກບໍຣີສັດ ນີ້ແລ້ວ ທີ່ບໍ່ປະຕິບັດ ຕາມກົດເກນ ຂອງຣັຖບານໃນການ ໃຫ້ສຳປະທານກ່ຽວກັບ ບັນຫາສພາບແວດ ກໍ່ຍັງມີອີກ ຫລາຍບໍຣີສັດ ທີ່ຍັງບໍ່ເອົາໃຈໃສ່ ໃນບັນຫາດັ່ງກ່າວ ແລະຣັຖບານ ກໍ່ບໍ່ສາມາດ ເຮັດຫຍັງໄດ້.