ສປປລາວ ກູ້ລະເບີດໄດ້ 1% ຂອງພື້ນທີ່
2010.09.06
ທາງການ ສປປລາວ ວ່າ ຫນ່ວຍເກັບກູ້ ລະເບີດ ຂອງລາວ ສາມາດ ກູ້ລະເບີດ ທີ່ບໍ່ທັນແຕກ ໄດ້ປະມານ 1% ຂອງພື້ນທີ່ ທັງໝົດ ທີ່ປົກຄຸມ ດ້ວຍລະເບີດ ນັບຕັ້ງແຕ່ ລາວໄດ້ເລີ້ມ ເກັບກູ້ລະເບີດ ແຕ່ປີ 1996 ມາເຖິງປີ 2009. ແຕ່ເຖິງຢ່າງໃດ ກໍດີ ທາງການລາວວ່າ ຈະພຍາຍາມ ເກັບກູ້ລະເບີດ ຢູ່ໃນພື້ນທີ່ ກະສິກັມ ໃຫ້ແລ້ວ ພາຍໃນປີ 2020. ຕາມລາຍງານ ຂອງໜັງສືພິມ ທາງການລາວ. ລາຍງານວ່າ ລະເບີດ ຕົກຄ້າງນີ້ ເຮັດໃຫ້ ປະຊາຊົນລາວ ທີ່ເຮັດໄຮ່ ທໍານາ ຕົກເປັນ ຜູ້ຮັບເຄາະ ສະເລັ່ຽແລ້ວ 300 ຄົນ ໃນແຕ່ລະປີ.
ສປປ ລາວ ເປັນປະເທດ ທີ່ຖືກຖິ້ມ ລະເບີດໃສ່ ຫລາຍທີ່ສຸດ ເມື່ອທຽບຈໍານວນ ລູກລະເບີດ ໃສ່ກັບພົລເມືອງ ໃນລາວ ຕໍ່ຫົວຄົນ. ຈໍານວນ ລະເບີດບົມບີ ທີ່ຖິ້ມໃສ່ ດິນແດນຂອງລາວ ໃນປາງສະໃໝ ສົງຄາມວຽດນາມ ໃນລາວ ມີເຖິງ 288 ລ້ານລູກ ໃນນັ້ນ ປະມານ 75,000 ລູກບໍ່ແຕກ ຈື່ງກາຍເປັນ ລະເບີດຕົກຄ້າງ.
ການເກັບກູ້ລະເບີດ ໃນລາວ ມີຄວາມລ້າຊ້າ ຢູ່ນັ້ນ ອາດເປັນຍ້ອນ ທືນການຊ່ວຍເຫລືອ ມີນ້ອຍ ອັນເຮັດໃຫ້ລາວ ບໍ່ສາມາດ ເພີ້ມຫນ່ວຍງານ ໄດ້ຫລາຍ ເທົ່າທີ່ຄວນ. ລາຍງານວ່າ ນັບແຕ່ປີ 1996 ມານີ້ ໂຄງການ ກູ້ລະເບີດ ໄດ້ຮັບການ ຊ່ວຍເຫລືອປະມານ 9 ລ້ານໂດລາ ສະຫະຣັຖ ຕໍ່ປີ. ໃນປີທີ່ ຜ່ານມານີ້ ການຊ່ວຍເຫລືອ ເພີ້ມຂື້ນເປັນ 19 ລ້ານ ໂດລາ ສະຫະຣັຖ. ສປປລາວ ຄາດຫວັງວ່າ ຈະໄດ້ຮັບ ການຊ່ວຍເຫລືອ 20 ລ້ານໂດລາ ສະຫະຣັຖ ໃນເວລາທີ່ ລາວເປັນເຈົ້າພາບ ຈັດກອງປະຊຸມ ຣັຖພາຄີ ສົນທິສັນຍາ ລູກລະເບີດ ບໍ່ທັນແຕກ ຊື່ງຈະຈັດຂື້ນ ໃນເດືອນ ພືສຈິກາ ທີ່ຈະມາເຖິງນີ້ ໂດຍຄາດວ່າ ຈະມີ ຮ້ອຍກ່ວາ ປະເທດ ເຂົ້າຮ່ວມ.