ການລັກລອບຮ່ອນຄໍາ ທໍາລາຍສິ່ງແວດລ້ອມ
2010.06.02
ສານເຄມີ ທີ່ຕົກຄ້າງ ຈາກການຂຸດຄຳ ນອກຣະບົບ ໃນລາວ ສົ່ງຜົລກະທົບ ຕໍ່ແມ່ນ້ຳລຳທານ ຢ່າງໃຫຍ່ ໃນຍາມຣະດູຝົນ ຊຶ່ງເປັນຣະດູ ທີ່ຈະມີນ້ຳຖ້ວມ ໄປໃນພື້ນທີ່ ຕ່າງໆ ໂດຍສະເພາະ ແມ່ນພື້ນທີ່ ການປູກຝັງດັ່ງ ປູກເຂົ້ານາປີ ເປັນຕົ້ນ. ສານເຄມີ ດັ່ງກ່າວກໍ່ຈະໃຫລ ໄປຕາມ ແມ່ນ້ຳສາຂາ ເຂົ້າທົ່ງໄຮ່ທົ່ງນາ ປະຊາຊົນ ເຮັດໃຫ້ ການປູກຝັງມີ ບັນຫາ. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທີ່ແຂວງບໍຣິຄຳໄຊ ທ່ານນຶ່ງເວົ້າວ່າ:
"ຕົ້ນເຫດມາຈາກ ປະຊາຊົນ ເວລາຝົນຕົກມາ ຝົນຕົກກໍ່ແນ່ນອນ ແລະນ້ຳຝົນທີ່ຕົກ ກໍ່ຈະໃຫລມາຕາມ ລຳຄອງ ແລະກໍຊືມໄປ ທາງດີນ ແລະກໍ່ສະພາບ ມັນຫລັກໆກໍ່ ເກີດຈາກຈຸດນີ້".
ທ່ານກ່າວຕໍ່ໄປວ່າ ຈາກການສຳຣວດ ພົບວ່າ ສານປະເພດ ບາລອດ ຫລືເມກເຄຣີ ໄດ້ພົບເຫັນ ປະປົນໄປຕາມ ລຳນ້ຳ ເກີດຈາກການຂຸດຄໍາ ທີ່ຜິດກົດຫມາຍ ຮ່ວມດ້ວຍ ສານໂລຫະ ແລະ fluoride ປະປົນໄປນຳ. ສະແດງໃຫ້ເຫັນວ່າ ທາງການຍັງບໍ່ມີ ການເຂັ້ມງວດ ກ່ຽວກັບເລື້ອງນີ້ເທື່ອ ແລະກຸ່ມ ຜູ້ປະກອບການ ກໍ່ບໍ່ເອົາ ໃຈໃສ່ ກ່ຽວກັບເລື້ອງນີ້.
ເຖີງຢ່າງໃດກໍ່ຕາມ ສຳລັບການ ແກ້ໄຂບັນຫານັ້ນ ເຈົ້າຫນ້າທີ່ລາວ ທ່ານນຶ່ງເວົ້າວ່າ ຣັຖບານລາວ ຈຳເປັນຕ້ອງໃຊ້ ມາຕການຢ່າງເດັດຂາດ ກັບຜູ້ຝ່າຝືນ ກົດຫມາຍ ໃນການຂຸດຄົ້ນ ທ່ານກ່າວເພີ້ມອີກວ່າ:
"ວິທີແກ້ນີ້ ຕ້ອງໃຫ້ຢຸດໃນ ການຂຸດຄົ້ນນອກຣະບົບ ດຽວນີ້ ກໍ່ຍັງທຳກັນຢູ່ ຕ້ອງເດັດຂາດ ບໍ່ໃຫ້ຊາວບ້ານ ໄປລັກເຮັດ ລັກທຳສິ່ງທີ່ມັນ ນອກຣະບົບ ດັ່ງນີ້".
ຈາກການຄົ້ນຄວ້າ ແລະວິຈັຍ ຂອງໂຄງການ ຄຸ້ມຄອງນ້ຳສອາດ ກະຊວງ ສາທາຣະສຸຂ ພົບວ່າ ຫລາຍແຂວງໃນລາວ ທີ່ມີການຂຸດຄົ້ນ ແຮ່ທາດທີ່ຜິດ ກົດຫມາຍ ຕາມລຳນ້ຳ ຈະປະເຊີນກັບ ສານເຄມີທີ່ ເປິເປື້ອນ ປະເພດຕ່າງໆ ດັ່ງສານບາຫລອດ ແຮ່ທາດເຫລັກ ແລະເມກເຄຣີ ທີ່ເປັນພັຍອັນຕຣາຍ ຕໍ່ສິ່ງແວດລ້ອມ ສັດສາວາ ສິ່ງ ແລະການປູກຝັງ ຂອງປະຊາຊົນ.