ທ່ານບົວສອນ ບຸບຜາວັນ ກ່າວໃນວັນນໍ້າສາກົນ

ເນື່ອງໃນ ວັນນໍ້າສາກົນ ນາຍົກຣັຖມົນຕຣີ ສປປລາວ ມີຄວາມເປັນຫ່ວງ ເຣື້ອງນໍ້າຂອງ ບົກແຫ້ງ.
ມະນີຈັນ
2010.03.22
F-Water-day ທີ່ປະເທດອິນເດັຽ: ຜູ້ຍິງແມ່ບ້ານໄດ້ ໄປໂຕ່ງເອົານໍ້າ ຈາກຖັງຈໍາໜ່າຍ ນໍ້າເຄື່ອນທີ່ຂອງຣັຖບານ. ໃນວັນທີ 22 ເດືອນມິນາ 2010 ຊື່ງເປັນວັນນໍ້າສາກົນ. ຄວາມຕ້ອງການນໍ້າສະອາດ ໃນປະເທດທີ່ກໍາລັງພັທນາ ກໍາລັງເປັນບັນຫາທີ່ທ້າທາຍ ຍ້ອນການຂຍາຍຕົວ ຂອງໂຮງຈັກໂຮງງານ.
AFP PHOTO/Noah SEELAM

ເນື່ອງໃນ ວັນນໍ້າສາກົລ ທ່ານ ບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ສປປລາວ ໄດ້ຖແລງຂ່າວ ສະແດງຄວາມ ເປັນຫ່ວງ ກ່ຽວກັບ ສະພາບແມ່ນໍ້າຂອງ ທີ່ບົກແຫ້ງ ຢ່າງຜິດປົກຕິນັ້ນ  ຊຶ່ງສົ່ງຜົລກະທົບ ຕໍ່ປະຊາຊົນ ໃນເຂດລຸ່ມ ແມ່ນໍ້າຂອງ ໂດຍສະເພາະໃນລາວ. ທ່ານ ບົວສອນ ກ່າວວ່າ:

"ຢູ່ໃນ ສປປລາວ ປີນີ້ ກໍໄດ້ປະເຊີນໜ້າ ກັບບັນຫາ ສະພາບນໍ້າຂອງ ບົກແຫ້ງ ທີ່ບໍ່ເຄີຍມີມາກ່ອນ ເນື່ອງມາຈາກ ຣະດູຝົນ ໃນປີຜ່ານມາ ສິ້ນສຸດໄວ ກ່ວາປົກກະຕິ ມີປະຣິມານ ນໍ້າຝົນ ຫນ້ອຍແລະອາກາດ ຮ້ອນຜິດປົກກະຕິ ຊຶ່ງເຮັດໃຫ້ມີ ອັຕຣາ ການລະເຫີຍສູງ ທັງໝົດນີ້ ເປັນພັຍຂົ່ມຂູ່ ຕໍ່ການດໍາຣົງ ຊີວິດ ແລະການຜລິດ ທຸຣະກິດຂອງ ປະຊາຊົນ ພວກເຮົາ".

ພ້ອມດຽວກັນນີ້ ນາຍົກຣັຖມົນຕຣີ ບົວສອນ ກໍໄດ້ຮຽກຮ້ອງ ໃຫ້ທຸກປະເທດ ແລະອົງການສາກົລ ທີ່ກ່ຽວຂ້ອງ ຮ່ວມກັນ ອະນຸຮັກ ສະພາບແວດລ້ອມ ຮັກສາແຫ່ລງ ຕົ້ນນໍ້າລໍາທານ ໂດຍສະເພາະ ແມ່ນໍ້າຂອງ ເພື່ອເຮັດໃຫ້ແມ່ ນໍ້າຂອງ ເປັນສາຍນໍ້າທີ່ ສະອາດສົດໃສ ມີຄວາມ ອຸດົມສົມບູນ ຍືນຍົງ ຕລອດໄປ.

ວັນທີ 22 ມິນາ ຂອງທຸກໆປີ ຖືເປັນວັນນໍ້າສາກົລ  ຊຶ່ງອົງການກ່ຽວຂ້ອງ ຂອງລາວ ກໍໄດ້ຈັດກອງ ປະຊຸມ  ໂດຍມີນາຍົກຣັຖມົນຕຣີ ເປັນປະທານ ພາຍໃຕ້ຫົວຂໍ້ ແລະຄໍາຂັວນ “ຄຸນນະພາບ ນໍ້າ” “ນໍ້າສະອາດ ເພື່ອໂລກສົດໃສ”  ໂດຍໃຫ້ຄວາມສໍາຄັນ ໃນການໃຊ້ນໍ້າ ໃນທົ່ວປະເທດລາວ ໃຫ້ຄຸ້ມຄ່າ ແລະໄດ້ປະໂຫຍດ ສູງສຸດ ຍົກເລີກການຕັດໄມ້ ທໍາລາຍປ່າ  ພ້ອມທັງປູກປ່າ ທົດແທນ ຊ່ວຍກັນຮັກສາ ຕົ້ນນໍ້າລໍາທານ ເພາະນໍ້າເປັນ ຊັພຍາກອນ ສໍາຄັນ ເປັນສ່ວນນຶ່ງ ຂອງການ ດໍາຣົງຊີວິດ ຂອງ ປະຊາຊົນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.