ອອສເຕຣເລັຽຊ່ວຍ ກູ້ຣະເບີດໃນລາວ

ອອສເຕຣເລັຽ ຈະໃຫ້ທຶນ ກາຣຊ່ວຍເຫລືອ ຕື່ມອີກ 2.7 ລ້ານດອລລາຣ໌ ສໍາລັບໂຄງກາຣ ເກັບກູ້ຣະເບີດ ໃນລາວ.
ຫວາດ ສີມູນ
2010.04.05

ເນື່ອງໃນວັນ ຮັບຮູ້ ແລະປະຕິບັຕ ໂຄງກາຣຕໍ່ຕ້ານ ກາຣໃຊ້ຣະເບີດ ສາກົລ ໃນມື້ວັນທີ່ 4 ເມສານີ້ ທາງກາຣອອສເຕຣເລັຽ ໄດ້ປະກາສໃຫ້ທຶນ ກາຣຊ່ວຍເຫລືອ ເຂົ້າໃນໂຄງກາຣ ດັ່ງກ່າວ 10 ລ້ານດອລລາຣ໌ ສຳຫລັບກາຣສຶກສາ ແລະເກັບກູ້ຣະເບີດ ໃນປະເທສລາວ ອີຫຣັກ ຈໍຣ໌ເດັນ ແລະ ລີບານອນ.

ຣັຖບາລອອສເຕຣເລັຽ ເຣີ່ມໃຫ້ກາຣ ສນັບສນູນ ແລະເຂົ້າຮ່ວມໃນ ກອງປະຊຸມສຸດຍອດ ທີ່ Cartagena ແຕ່ປີ 2009 ເປັນຕົ້ນມາ ເພື່ອໃຫ້ຄວາມຊ່ວຍເຫລືອ ແກ່ຜູ້ໄດ້ຮັບ ຜົລກະທົບ ຈາກບັນຫາຂອງ ລູກຣະເບີດ ໃນທົ່ວໂລກ ໂດຽສະເພາະ ໃນບັນດາປະເທສ ເຂຕເອເຊັຽປາຊີຟິກ ເພື່ອໃຫ້ຄວາມຊ່ວຍເຫລືອ ຜູ້ປະສົບ ເຄາະຮ້າຍ ໃຫ້ສາມາດສືບຕໍ່ ກາຣດຳຣົງຊີວີຕ ຕໍ່ໆໄປ.

ສະເພາະໂຄງກາຣ ເກັບກູ້ຣະເບີດ ທີ່ບໍ່ທັນແຕກ ຫລືຣະເບີດລູກຫວ່ານ “ບອມບີ໊” ໃນລາວນັ້ນ ທາງກາຣອອສເຕຣເລັຽ ໄດ້ກຳໜົດໃຫ້ທຶນ ກາຣຊ່ວຍເຫລືອ ທັງໝົດ 2.7 ລ້ານດອລລາຣ໌ ຊຶ່ງກໍຮວມທັງກາຣ ເກັບກູ້ລູກຣະເບີດ ບອມບີ໊ UXO ແລະສຳຫລັບຊ່ວຍ ກາຣຈັດກອງປະຊຸມ ກ່ຽວກັບໂຄງກາຣ ເກັບກູ້ຣະເບີດ ທີ່ທາງກາຣລາວ ຮັບເປັນເຈົ້າພາບ ເປັນເທື່ອທຳອິດ ທີ່ມີກຳໜົດຈັດຂຶ້ນ ໃນເດືອນ ພຶສຈິກາ 2010 ນີ້.

ສ່ວນປະເທສອື່ນໆເຊັ່ນ: ອີຫຣັກ ທາງກາຣອອສເຕຣເລັຽ ກໍມີກຳໜົດ ໃຫ້ທຶນ 6 ລ້ານດອລລາຣ໌ ເຊັ່ນດຽວກັບ ປະເທສຈໍຣ໌ເດັນ ແລະ ລີບານອນ ກໍຈະໄດ້ຮັບ ປະເທສ ລະ 500,000 ດອລລາຣ໌.

ຢ່າງໃດກໍຕາມ ຕລອດ 12 ປີຜ່ານມາ ທາງກາຣອອສເຕຣເລັຽ ໄດ້ໃຫ້ທຶນກາຣ ຊ່ວຍເຫລືອສຳຫລັບ ໂຄງກາຣເກັບກູ້ ຣະເບີດຕ່າງໆ ໃນທົ່ວໂລກ ຮວມເປັນມູລຄ່າ ທັງໝົດ ບໍ່ຕໍ່າກວ່າ 175 ລ້ານດອລລາຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.