ເກີດຝົນຕົກໜັກ ພາຍຫລັງ ລົມພະຍຸ ເກສນາ ພັດຈາກ ປະເທດວຽດນາມ ແລ້ວເຂົ້າສູ່ ສປປລາວ ເຮັດໃຫ້ເມືອງສນາມໄຊ, ແຂວງອັຕປື ມີນໍ້າຖ້ວມຫລາຍ ແລະ ສ້າງຄວາມເສັຍຫາຍ ໃຫ້ແກ່ ພື້ນທີ່ປູກຝັງ ແລະ ສັດລ້ຽງ ຂອງປະຊາຊົນ ຢ່າງຫລວງຫລາຍ, ອີງຕາມ ຄໍາເວົ້າ ຂອງຮອງເຈົ້າເມືອງ ເມືອງສນາມໄຊ ໃນມື້ວັນທີ 30 ກັນຍານີ້. ທ່ານ ພັນທອງ ຈັນມະວົງສີ ກ່າວວ່າ:
"ນໍ້າ ປັດຈຸບັນ ກໍາລັງ ເຣີ່ມສືບຕໍ່ ໃນການໄຫລລົງມາ ເພີ້ມຄວາມສູງຂຶ້ນ ໃນຣະດັບ 12 ແມັດ ຢູ່ໃນເມືອງສນາມໄຊ. ນັບແຕ່ ມື້ວານນີ້ ຈົນຮອດ ວັນທີ 30ຈົນເຮັດໃຫ້ ຈໍານວນບ້ານ ຈໍານວນທົ່ງນາ ແລະ ຈໍານວນສັດ ປະສົບຄວາມຫຍຸ້ງຍາກຫລາຍ ແຕ່ລະບ້ານ."
ເຫດການ ຄັ້ງນີ້ ເຮັດໃຫ້ ບ້ານເຮືອນ ປະຊາຊົນ ທີ່ຕັ້ງຢູ່ຕາມ ແຄມແມ່ນໍ້າເຊກອງ 12 ບ້ານ ໄດ້ຮັບຜົນກະທົບ ຢ່າງໜັກ, ເນື້ອທີ່ນາ ຂອງປະຊາຊົນ ເສັຍຫາຍ 25 ເຮັກຕາຣ, ເສັ້ນທາງ 18R ຖືກນໍ້າຖ້ວມ ຈົນບໍ່ສາມາດ ສັນຈອນໄປມາໄດ້ ແລະ ປັດຈຸບັນນີ້ ອໍານາດການປົກຄອງເມືອງ ມີການແບ່ງຄວາມຮັບຜິດຊອບ ໃຫ້ກັບໜ່ວຍງານຕ່າງໆ ເພື່ອກວດກາ ແລະ ໃຫ້ມີຄວາມຊ່ອຍເຫລືອ ກັບປະຊາຊົນ ຢ່າງຮີບດ່ວນແລ້ວ.
ເຖິງຢ່າງໃດ ກໍດີ, ທ່ານ ພັນທອງ ກ່າວໃນຕອນທ້າຍວ່າ ໃນຂະນະນີ້ ມີການກຽມແຜນການ ຊ່ອຍເຫລືອ ປະຊາຊົນ ພາຍຫລັງ ທີ່ຣະດັບນໍ້າ ຫລຸດລົງ, ເປັນຕົ້ນແມ່ນ ອຸປກອນ ຈໍາເປັນຕໍ່ ຊີວິດ ປະຈໍາວັນ ຕ່າງໆ ເຊັ່ນ ເຂົ້າສານ ແລະ ຢາ ປິ່ນປົວທົ່ວໄປ, ຊຶ່ງຮວມມູນຄ່າ ທັງໝົດ ບໍ່ຕໍ່າກ່ວາ 500 ລ້ານກີບ.
0:00 / 0:00