ຈໍານວນຄຣູສອນ ທີ່ລາອອກໜ້ອຍລົງ
ຈໍານວນ ນາຍຄຣູສອນ ທີ່ລາອອກ ຈາກໜ້າທີ່ ໃນສປປລາວ ຫລຸດລົງ ຢ່າງຫລວງຫລາຍ ໃນປີ 2009.
-
ໂພໄຊສວັດ
2010-05-20 -
-
-
Your browser doesn’t support HTML5 audio
ກະຊວງສຶກສາທິການ ໄດ້ປະກາດວ່າ ຈຳນວນຄຣູສອນ ທີ່ລາອອກຈາກການ ໃນສປປລາວ ຫລຸດລົງຢ່າງ ຫລວງຫລາຍ. ໂຕເລກຂອງທາງ ການເປີດເຜີຍ ວ່າມີແຕ່ 80 ຄົນ ໃນຈຳນວນນາຍ ຄຣູສອນທັງໝົດ 50,000 ຄົນໃນທົ່ວ ປະເທດລາອອກ ຈາກການ ເມື່ອປີກາຍນີ້ ປຽບໃສ່ປະມານ 1,500 ຄົນທີ່ລາອອກ ຈາກການເປັນ ນາຍຄຣູສອນ ໃນແຕ່ລະປີ ລະຫວ່າງປີ 2004 ຫາ 2007 ຜ່ານມາ.
ທ່ານ ບົວເພັດ ພິມມະເສນ ອະທິບໍດີ ກະຊວງແຜນການ ເວົ້າວ່າ ໃນຫລາຍປີຜ່ານມາ ສາເຫດຂອງການ ລາອອກເປັນ ຈຳນວນຫລາຍຂອງ ນາຍຄຣູສອນ ກໍຄົງຈະ ແມ່ນຍ້ອນເງິນເດືອນ ບໍ່ພຽງພໍ ໂດຍສະເພາະພວກ ທີ່ຢູ່ໃນເຂດ ຫ່າງໄກສອກຫລີກ ທີ່ບໍ່ໄດ້ຮັບເງິນ ເດືອນເປັນ ປົກກະຕິ ແລະ ອີກປະການນຶ່ງ ຄືນະໂຍບາຍ ໃນການ ຮຽນການສອນ ຮວມທັງຫ້ອງຮຽນ ທີ່ບໍ່ພຽງພໍແລະ ອຸປກອນການສອນ ທີ່ຂາດເຂີນ.
ທ່ານເວົ້າຕໍ່ໄປວ່າ ໃນຫລາຍປີຜ່ານມາ ພຽງແຕ່ແຂວງວຽງຈັນ ກໍມີ ນາຍຄຣູສອນ ລາອອກການ ແຕ່ລະປີຮອດ 80 ຄົນແລ້ວ, ແຕ່ສຳລັບປີ 2009 ໃນທົ່ວປະເທດ ມີພຽງແຕ່ 80 ຄົນລາອອກ ໃນທົ່ວປະເທດ ຊຶ່ງເຫັນວ່າເປັນ ຈຳນວນທີ່ໜ້ອຍ ທີ່ສຸດ.
ໃນການພຍາຍາມ ທີ່ຈະຍົກລະດັບ ການສຶກສາໃຫ້ ໄດ້ມາຕຖານ ທາງກະຊວງ ສຶກສາທິການ ໄດ້ຊອກຫາທຶນ ເພື່ອສົ່ງເສີມ ພື້ນຖານ ການສຶກສາ ໂດຍແນໃສ່ເຮັດໃຫ້ ການສຶກສາໄປ ທົ່ວເຖິງ ທຸກຄົນພາຍ ໃນປີ 2015.