ການສອບເສັງນັກຮຽນ ປ.5 ໃນລາວ
ກົມປະຖົມ ແລະ ອະນຸບານ ສຶືກສາ ກະຊວງ ສຶກສາທິການລາວ ໄດ້ຈັດໃຫ້ມີ ການແຂ່ງສອບເສັງ ນັກຮຽນຊັ້ນ ປະຖົມສຶກສາ ຣະດັບຊາດ ເພື່ອວັດຣະດັບ ມາຕຖານການຮຽນ ແລະການສອນ ໃນຂັ້ນປະຖົມ.
-
ຫວາດ ສີມູນ
2010-04-29 -
-
-
Your browser doesn’t support HTML5 audio
ກົມປະຖົມ ແລະ ອະນຸບາລ ສຶກສາ ກະຊວງສຶກສາທິກາຣລາວ ຈັດໃຫ້ມີກາຣ ແຂ່ງສອບເສັງ ນັກຮຽນ ຊັ້ນປະຖົມສຶກສາ ຣະດັບຊາຕ ເພື່ອວັດຣະດັບ ມາຕຖານ ກາຣຮຽນກາຣສອນ ໃນຊັ້ນປະຖົມ ໃຫ້ສູງຂຶ້ນ ພ້ອມເປັນກາຣ ສົ່ງເສີມ ໃຫ້ເດັກນ້ອຍ ໃນເຂຕຊົນນະບົທ ໄດ້ມີໂອກາດ ໃນກາຣເຂົ້າຮັບ ກາຣສຶກສາ ດັ່ງທ່ານຈະເຣີນ ສຸວົງ ຫົວໜ້າກົມປະຖົມ ແລະ ອະນຸບາລສຶກສາ ກະຊວງສຶກສາ ທິກາຣລາວ ໄດ້ກ່າວວ່າ:
“ຈຸດປະສົງກໍແມ່ນ ເພື່ອເປັນກາຣ ຊູຊັ້ນປະຖົມ ໃຫ້ມີ ຄຸນນະພາບສູງຂຶ້ນ ເພາະວ່າຖ້າຫາກ ພວກເຮົາບໍ່ມີກົລໄກ ໃຫ້ມີກາຣແຂ່ງຂັນນີ້ ກໍຈະບໍ່ມີ ຄຸນນະພາບ ປາກົດ”.
ພ້ອມດຽວກັນນີ້ ທ່ານກໍວ່າ ສຳຫລັບກາຣສອບ ແຂ່ງຂັນຣະດັບ ຊັ້ນປະຖົມສຶກສາ ນີ້ຈະເປັນກາຣ ຊ່ວຍໃຫ້ເດັກນ້ອຍ ຕາມເຂຕທີ່ຢູ່ ຫ່າງໄກສອກຫລີກ ໄດ້ມີໂອກາສ ເຂົ້າຮຽນເພີ່ມຂຶ້ນ ພ້ອມຍັງຈະເປັນ ກາຣທົດສອບ ຄວາມສາມາດຂອງ ເດັກນ້ອຍໂດຽທົ່ວໄປ ເພື່ອແຂ່ງຮັບທຶນ ກາຣສຶກສາ ໃນຣະດັບຕໍ່ໆໄປ ໂດຽມີຄະນະຄຣູ ພ້ອມທີ່ ຈະສນັບສນູນ ແລະຊ່ວຍໃຫ້ກາຣ ຊີ້ນຳເຂົາເຈົ້າ ຊຶ່ງໂຄງກາຣດັ່ງກ່າວ ນີ້ ກໍໄດ້ຮັບກາຣ ສນັບສນູນຈາກ ຜູ້ເປັນພໍ່ແມ່ ແລະ ຜູ້ປົກຄອງຂອງ ນັກຮຽນເປັນຢ່າງດີ:
“ໃນນາມເປັນ ຜູ້ປົກຄອງ ກໍຢາກໃຫ້ເຮັດ ອີກທຸກປີ ກໍຂໍໃຫ້ມັນມີ ກາຣແຂ່ງຂັນໃຫ້ແກ່ ນັກຮຽນ ຜູ້ດ້ອຍໂອກາສ ກໍຄືຢູ່ເຂຕ ຊົນນະບົທນັ້ນ ໄດ້ມີເຂົ້າມາສອບເສັງ ຢູ່ໃນຣະດັບຊາຕນີ້ ກໍຖືວ່າເປັນ ກາຣດີ”.
ຢ່າງໃດກໍຕາມ ກາຣສອບແຂ່ງຂັນ ນັກຮຽນ ຊັ້ນປະຖົມສຶກາສາ ປີທີ່ 5 ນີ້ ທາງເຈົ້າໜ້າທີ່ ກະຊວງ ສຶກສາທິກາຣລາວ ວ່າມີທັງໝົດ 51 ຄົນຈາກທຸກໆແຂວງ ໃນທົ່ວ ປະເທສ ແລະ ມີວິຊາສອບເສັງ ທັງໝົດ 3 ວິຊາດ້ວຍກັນ ອັນປະກອບດ້ວຍ ພາສາ ແລະ ວັນນະຄະດີລາວ ຄະນິຕສາຕ ແລະ ວິຊາໂລກອ້ອມຕົວ ໂດຽຈະມີກາຣ ປະກາສຜົລກາຣ ສອບເສັງ ໃນມື້ວັນທີ່ 30 ເມສານີ້.