ເດັກນ້ອຍແຂວງເຊກອງ ບໍ່ໄດ້ຮຽນໜັງສື
ແຂວງເຊກອງ ນອກຈາກ ຈະປະເຊີນ ກັບການຂາດແຄນ ຄຣູສອນແລ້ວ ອັດຕຣາ ການເຂົ້າ ໂຮງຮຽນ ຂອງເດັກນ້ອຍ ກໍຍັງຕໍ່າຢູ່.
-
ຈໍາປາທອງ
2010-08-05 -
-
-
Your browser doesn’t support HTML5 audio
ການຂາດແຄນ ຄຣູສອນ ແລະ ເດັກນ້ອຍ ບໍ່ໄດ້ເຂົ້າ ໂຮງຮຽນ ເປັນສາເຫດ ຕົ້ນຕໍ ທີ່ເຮັດໃຫ້ ຄຸນນະພາບ ຂອງ ການສຶກສາ ຢູ່ແຂວງ ເຊກອງ ຍັງຕ່ຳໃນ ຣະຍະ 5 ປີ ທີ່ຜ່ານມາ. ຕາມລາຍງານ ຈາກ ນະຄອນຫລວງ ວຽງຈັນ ໃນວັນທີ 4 ສິງຫາ ໂດຍອີງໃສ່ ບົດລາຍງານ ຂອງ ກອງປະຊຸມ ຜູ້ບໍຣິຫານ ການສຶກສາ ທົ່ວ ແຂວງເຊກອງ ທີ່ໄດ້ຈັດ ຂຶ້ນເມື່ອມໍ່ໆ ມານີ້.
ລາຍງານ ເວົ້າຕື່ມອີກ ວ່າ ມີເດັກນ້ອຍ ອາຍຸແຕ່ 3 ປີ ຫາ 5 ປີເຖິງ 86% ບໍ່ໄດ້ເຂົ້າ ໂຮງຮຽນ ປະຊາຊົນ ອາຍຸແຕ່ 15 ປີ ຫາ 45 ປີ ກໍຍັງບໍ່ໄດ້ ຮຽນຕໍ່ເນື່ອງ ແລະ ບໍ່ທັນ ກວ້າງຂວາງ. ການປະຕິບັດ ຫລັກສູດການຮຽນ ແລະການສອນ ຣະຫວ່າງ ຕົວເມືອງ ແລະ ຊົນນະບົດ ມີຄວາມ ແຕກໂຕນ ກັນຫຼາຍ ເດັກນ້ອຍ ບໍ່ສົນໃຈນຳ ການຮຽນ ຊຸມຊົນ ກໍບໍ່ໄດ້ ມີສ່ວນຮ່ວມ ຢ່າງກວ້າງຂວາງ ອັດຕຣາ ການຄ້າງຫ້ອງ ຂອງນັກຮຽນ ຊັ້ນປະຖົມ ມີເກືອບ 27%. ສະເພາະຊັ້ນປໍ 1 ມີ ຫລາຍເຖິງ 47% ໂດຍສະເພາະ ແມ່ນ ພວກເດັກນ້ອຍ ທີ່ຢູ່ຕາມ ຊົນນະບົດ.
ຢູ່ໃນເຂດ ຫຍຸ້ງຍາກ ທຸລະກັນດານ ຍັງຂາດຄຣູ ສອນຫລາຍ ເຖິງວ່າຈະມີ ໂຄຕ້າ ແຕ່ກໍບໍ່ມີ ຜູ້ສມັກໄປ ອັນເປັນບັນຫາ ທີ່ຈະຕ້ອງ ໄດ້ແກ້ໄຂ ຕໍ່ໄປ ຢ່າງຮີບດ່ວນ ໂດຍ ປະຕິບັດ ຕາມແຜນພັທນາ ການສຶກສາ 5 ປີຄັ້ງທີ VII ແຕ່ປີ 2011 ຫາປີ 2015 ແລະສຳລັບ ສົກການ ສຶກສາປີ 2010–2011 ນີ້.
ເພື່ອແກ້ໄຂ ບັນຫາ ດັ່ງກ່າວ ທາງແຂວງ ເຊກອງ ຈະປະຕິບັດ ຕາມ 3 ແຜນງານ ແລະ 4 ໂຄງການໃຫຍ່ ຂອງກະຊວງ ສຶກສາທິການ ເຊັ່ນ: ແຜນງານຂຍາຍ ໂອກາດ ໃນການເຂົ້າຮຽນ ປັບປຸງ ຄຸນນະພາບ ແລະ ຄວາມສອດຄ່ອງ ແຜນງານ ບໍຣິການ ແລະຄຸ້ມຄອງ ການສຶກສາ. ສຳລັບ ໂຄງການນັ້ນ ກໍໄດ້ເລືອກເອົາ ໂຄງການ 1 ໃນ 4 ໂຄງການຄື: ໂຄງການ ແກ້ໄຂບັນຫາ ຄຣູ ແລະ ອາຈານ ຂຍາຍໂຮງຮຽນ ອະນຸບານ ໂດຍຣະດົມ ທຸກພາກສ່ວນ ໃນສັງຄົມ ເຂົ້າຮ່ວມ.