ການສຶກສາ ຊັ້ນມັທຍົມປີທີ 7

ການເປີດສອນ ຣະດັບຊັ້ນ ມັທຍົມສຶກສາ ປີທີ 7 ເຂົ້າໃນຣະບົບ ມັທຍົມ ໃນລາວ ຍັງບໍ່ສາມາດ ຄາດຄະເນ ໄດ້ວ່າຈະມີ ບັນຫາຫຍັງ ເກີດຂື້ນ ເນື່ອງຈາກ ຕ້ອງໃຫ້ ມີການຮຽນ ການສອນ ເກີດຂື້ນກ່ອນ.

ທາງການລາວ ຈະຈັດ ໃຫ້ມີ ການຮຽນການສອນ ຊັ້ນມັທຍົມ ປີທີ 7 ເປັນປີທຳອິດ ໃນສົກ ການສືກສາ ປີນີ້ ທີ່ຈະເລີ້ມຂື້ນ ໃນວັນທີ 1 ກັນຍາ. ແຕ່ຄນະ ບັນດາ ອາຈານ ທັງຫລາຍ ຍັງບໍ່ຮູ້ວ່າ ຈະມີບັນຫາ ຫຍັງແດ່ເກີດຂື້ນ ເນື່ອງຈາກວ່າ ຕ້ອງມີ ການຮຽນການສອນ ໄປກອ່ນ ເພື່ອຈະໄດ້ ປະເມີນ ເຖີງບັນຫາ ທີ່ຈະເກີດ ຂື້ນພາຍ ຫລັງ. ໃນປັດຈຸບັນ ໂຮງຮຽນມັທຍົມ ຕ່າງໆໃນລາວ ກໍ່ມີຄວາມພ້ອມ ທີ່ຈະເປີດ ການຮຽນການສອນ ແຕ່ຍັງລໍຖ້າ ປື້ມສອນ ຊັ້ນດັ່ງກ່າວ ຈາກກະຊວງ ສືກສາທິການ ທີ່ນະຄອນ ຫລວງວຽງຈັນ ຢູ່. ດັ່ງອາຈານ ບຸນເຫລືອ ແກ້ວມະນີລັຍ ຫົວຫນ້າຜແນກ ມັທຍົມສືຶກສາ ແຂວງເຊກອງ ກ່າວວ່າ:

"ເຂົາກໍ ຄາດຄະເນ ບໍ່ໄດ້ ເພາະວ່າເຮົາ ບໍ່ໄດ້ຊ່ຳໃດ ຄຣູເຂົາ ບໍ່ທັນໄດ້ ດຳເນີນ ການຮຽນການສອນ ຄັນວ່າເຂົາ ດຳເນີນ ການຮຽນ ການສອນ ໄປລະຍະ ອາທີດນື່ງ ສອງອາທີດ ຫລືເດືອນນື່ງ ເຂົາຈື່ງ ປະເມີນໄດ້ວ່າ ການກະຕຽມ ມ.7 ຂອງພວກເຮົາ ປີນີ້ ເຮົາມີບັນຫາ ຄ້າງຄາດ້ານໃດ".

ນາງກ່າວຕໍ່ ໄປວ່າ ໂຮງຮຽນມັທຍົມ ທີ່ທຳການ ເປີດສອນ ມ.7 ນີ້ ຈະມີຢູ່ ສະເພາະໃນເຂດທີ່ມີ ຄວາມສະດວກ ເປັນສ່ວນໃຫຍ່ ສ່ວນເຣື້ອງ ອາຄານຮຽນ ແລະ      ຄຣູສອນນັ້ນ ກໍ່ມີການ ຕຽມພ້ອມແລ້ວ ຍັງຂາດແຕ່ ຫນັງສືຕຳລາ ຮຽນເທົ່ານັ້ນ ຍ້ອນວ່າ ຍັງລໍຖ້າ ກະຊວງສືກສາ ທີ່ນະຄອນວຽງຈັນ ພີມສົ່ງມາໃຫ້ ຄາດວ່າເພີ່ນ ຈະສົ່ງມາ ໃຫ້ທັນເວລາ ກ່ອນເປີດ ສົກສືກສາ ໃຫມ່ປີນີ້. ຫົວຫນ້າຫ້ອງການ ແຂວງ ຜົ້ງສາລີ ເວົ້າວ່າ:

"ດ້ານໂຮງຮຽນ ນີ້ພວກເຮົາ ຕຽມພ້ອມຫມົດແລ້ວ ທັງ 7 ເມືອງ ແລະ ສຳລັບຄຣູນັ້ນ ໄດ້ມີການ ໄປຝືກອົບຮົມ ຈາກກະຊວງ  ສືກສາທິການ ແລ້ວໃນ 12-13 ວິຊາ ຖືວ່າຈະ ບໍ່ມີບັນຫາ ປື້ມຕຳຣາຮຽນ ສຳລັບ ມ.7 ກະຊວງ ສືກສາທິການ ຈະຈັດສົ່ງໃຫ້ ພວກເຮົາ ໃນເດືອນ 8".

ການເພີ້ມຫລັກສູດ ຊັ້ນຮຽນມັທຍົມ ຈາກປີ 11 ຫາ 12 ນັ້ນ ເປັນນະໂຍບາຍ ຫລັກຂອງ ຣັຖບານລາວ ໃນການຍົກ ຣະດັບ ຄຸນນະພາບ ການສືກສາ ໃນລາວ ໃຫ້ມີ ປະສີດທິພາບ ຫລາຍຂື້ນ ໃນແຜນການ ພັທນາ ເສຖກິດ ແລະສັງຄົມ ໃນລາວ ດ້ານ ຊັພຍາກອນ ມະນຸດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org