ໂຮງຮຽນເອກກະຊົນ ຄວນເພີ້ມ ມ.7

ໂຮງຮຽນ ມັທຍົມ ເອກກະຊົນ ຄວນເພີ້ມ ຊັ້ນມັທຍົມ ປີທີ 7 ເຂົ້າໃນ ຕາຕະຣາງ ການສອນ ໃນສົກການ ສືກສາປີນີ້.

ທ່ານ ລີຟຸງ ຫົວຫນ້າກົມ ມັທຍົມສືກສາ ກະຊວງ ສືກສາທິການ ທີ່ນະຄອນ ຫລວງວຽງຈັນ ກ່າວວ່າ ໂຮງຮຽນມັທຍົມ ເອກກະຊົນ ທຸກໂຮງຮຽນ ໃນ ສປປລາວ ຄວນເພີ້ມ ການສອນຊັ້ນ ມັທຍົມປີທີ 7 ເຂົ້າໃນ ຕາຕະຣາງ ການສອນ ໃນສົກການ ສືກສາປີນີ້ ໂດຍອີງໃສ່ ດຳຣັດ ຂອງກະຊວງ ສືກສາທິການ ທີ່ໄດ້ບົ່ງໃຫ້ ໂຮງຮຽນ ມັທຍົມ ຣັຖບານ ເພີ້ມຂັ້ນມັທຍົມ ປີທີ 7 ເຂົ້າໃນຣະບົບ ການສືກສາໃຫມ່ ໃນທົ່ວປະເທດ ໃນສົກ ການສືກສາ ປີນີ້ ເພື່ອຍົກຣະດັບ ຄວາມຮູ້ ແລະຄວາມສາມາດ ຂອງນັກຮຽນ ນັກສືກສາລາວ ໃຫ້ທຽບເທົ່າກັບ ຣະດັບສາກົນ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:

"ມີເຫມືອນກັນ ວິຊາດຽວກັນ ຫລັກສູດ ອັນດຽວກັນ ເວັ້ນແຕ່ໂຮງຮຽນ ນານາຊາດ ບາງເທື່ອເຂົາ ກໍ່ຈະມີ ຫລັກສູດ ຂອງເຂົາຕ່າງຫາກ ແຕ່ຖ້າຜູ້ໃດ ຈະດຳເນີນ ການສືກສາສາຍ ມັທຍົມ ຢູ່ລາວ ຈະຕ້ອງໄດ້ໃຊ້ ຫັລກສູດມາຕຖານ ແຫ່ງຊາດ ອັນດຽວກັນ".

ທ່ານກ່າວ ຕໍ່ໄປວ່າ ສຳລັບໂຮງຮຽນ ເອກກະຊົນ ທີ່ມີຫລັກສູດ ສອນເປັນພາສາ ຕ່າງປະເທດ ຄຽງຄູ່ໄປກັບ ພາສາລາວ ນັ້ນ ກໍ່ຕ້ອງມີ ຫລັກສູດ ວິຊາການສອນ ຄ້າຍຄຽງ ກັນກັບໂຮງຮຽນ ຣັຖບານ ແລະກໍ່ຕ້ອງໄດ້ ຮັບອະນຸຍາດ ຈາກກະຊວງ ສືກສາທິການ ກ່ອນ. ສຳລັບໂຮງຮຽນ ນານາຊາດ ທີ່ມີຫລັກສູດ ການສອນ ຕ່າງຈາກຂອງ ກະຊວງ ສືກສາທິການ ຊື່ງໂຮງຮຽນ ດັ່ງກ່າວ ໄດ້ເອົາຫລັກສູດ ການສອນມາຈາກ ປະເທດຂອງຕົນ ດ່ັງຈາກຝຣັ່ງເສດ ອາເມຣິກາ ອັງກິດ ອອສເຕເຣັຽ ຫລືຈີນ ວຽດນາມ ນັ້ນ ຫລັກສູດດັ່ງກ່າວ ຕ້ອງໃຫ້ຄ້າຍຄຽງ ກັນກັບຫລັກສູດ ຂອງ ຣັຖບານ ລາວ.

ການເປິດສອນ ຂັ້ນມັທຍົມ ປີທີ 7 ເຂົ້າໃນຫລັກສູດ ໂຮງຮຽນມັທຍົມ ຂອງຣັຖບານ ຈະເລີ້ມຂື້ນ ໃນວັນທີ 1 ກັນຍາ ໃນສົກ ການສືກສາ ປີ 2010-2011 ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org