ນັກຮຽນປະຖົມ ແຂວງຫົວພັນ ປີນີ້ໜ້ອຍລົງ

ອັຕຣາກາຣ ເຂົ້າຮຽນຂອງ ເດັກນັກຮຽນ ຊັ້ນປະຖົມ ຢູ່ແຂວງຫົວພັນ ປີນີ້ຫລຸດລົງ.

0:00 / 0:00

ເຈົ້າໜ້າທີ່ຜແນກ ກາຣສຶກສາ ແຂວງຫົວພັນແຈ້ງວ່າ ອັຕຣາກາຣເຂົ້າ ຮຽນຂອງເດັກນ້ອຍ ນັກຮຽນຊັ້ນປະຖົມ ທົ່ວແຂວງ ຫົວພັນປີນີ້ ຫລຸດລົງ ດັ່ງຈະເຫັນໄດ້ ຈາກ ອັຕຣາສ່ວນເຂົ້າຮຽນ ຂັ້ນປະຖົມສຶກສາ ມີພຽງ 88.4% ເທົ່ານັ້ນ ແທນທີ່ຈະໄດ້ ເຖິງ 94% ດັ່ງທີ່ໄດ້ຕັ້ງ ເປົ້າໝາຍໄວ້ນັ້ນ ກ່ຽວກັບເຣື່ອງນີ້ ທ່ານໂພນສຸຂ ຈັນທະວົງ ຫົວໜ້າຜແນກ ກາຣສຶກສາປະຈຳ ແຂວງຫົວພັນ ໄດ້ກ່າວວ່າ:

“ມັນກໍຫລຸດລົງ ນ້ອຍໜຶ່ງ ມັນກໍສາເຫຕວ່າ ບາງບ່ອນນັກຮຽນ ມັນບໍ່ເຂົ້າຮຽນ ມັນຢູ່ເຂຕຫ່າງໄກ ແຕ່ທັມມະດາ ມັນຕ້ອງຂຶ້ນຕາມ ປົກກະຕິເນາະ ຕາມເກນຫັ້ນນ໋າ ແຕ່ມັນມີ ສະພາບຫຍຸ້ງຍາກ ພາຍໃນບ້ານໃນເຮືອນ ເຂົາບໍຫັ້ນ ນ໋າ ຈຳນວນໜຶ່ງມັນ ບໍ່ເຂົ້າຮຽນ ອັຕຣາມັນລຸດລົງ”.

ທ່ານໂພນສຸຂ ໄດ້ກ່າວເພີ່ມວ່າ ອັຕຣາກາຣເຂົ້າຮຽນ ໃນຊັ້ນປະຖົມ ຂອງປີທີ່ຜ່ານມາ ມີປະມານ 89.7% ແຕ່ປີນີ້ໄດ້ ຫລຸດລົງເປັນ ປະມານ 88.4% ແລະບາງປີ ໃນຣະຍະຜ່ານມາ ກໍເຄີຽມີອັຕຣາ ກາຣເຂົ້າຮຽນສູງສຸດ ເຖິງ 91%. ບັນຫາກາຣເຂົ້າຮຽນ ໄດ້ຫລຸດລົງເຖິງ 1.3 ເຊັ່ນນີ້ ແນ່ນອນ ກໍຈະຕ້ອງໄດ້ ນຳຂຶ້ນພິຈາຣະນາ ຢູ່ທີ່ກອງປະຊຸມ ໃນຂັ້ນຕໍ່ໄປ ພ້ອມກັບຈະຕ້ອງ ໄດ້ຊຸກຍູ້ໃຫ້ຜູ້ ເປັນພໍ່ແມ່ຂອງ ເດັກນ້ອຍຕາມ ເຂຕຊົນນະບົທ ເອົາໃຈໃສ່ໃນ ກາຣສົ່ງລູກເຕົ້າ ຂອງເຂົາເຈົ້າໄປ ເຂົ້າໂຮງຮຽນ. ສ່ວນບັນຫາອື່ນໆ ໃນດ້ານກາຣສຶກສາ ຢູ່ແຂວງຫົວພັນ ໃນປັຈຈຸບັນ ນີ້ນັ້ນ ທ່ານກໍວ່າ:

“ກໍຍັງບໍ່ທັນມີ ໂຮງຮຽນພຽງພໍ ເປັນໂຮງຮຽນ ມຸງຫຍ້າ ມຸງຫຍັງໄປຊັ້ນນ໋າ ຈຳນວນຄຣູນີ້ ກໍຍັງ ຍັງສ່ວນ ໜຶ່ງບໍ່ທັນພໍ ຕາມແຜນ ຂອງຣັຖບາລ ປີນີ້ ເພິ່ນກໍຕ້ອງໄດ້ເບິ່ງ ບັນດາເມືອງ ທີ່ທຸກຂ໌ຍາກ ເຮົາຈະຕ້ອງໄດ້ ໄປສູ້ຊົນເບິ່ງ ເກັບຂໍ້ມູລ ໄດ້ປຸກສ້າງໂຮງຮຽນ ໃຫ້ເຂົາເຈົ້າ ສົ່ງໃຫ້ເຂົາເຈົ້າ ໄປສອນ”.

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ເນັ້ນວ່າ ທາງກະຊວງ ສຶກສາທິກາຣລາວ ກໍໄດ້ຕັ້ງເປົ້າໝາຍ ໄວ້ໃນປີນີ້ ຈະໃຫ້ມີກາຣເພີ່ມ ອັຕຣາຄຣູສອນ ໃຫ້ໄດ້ເຖິງ 10 ພັນຄົນ ໃນທົ່ວປະເທສ ພ້ອມກັບຈະໃຫ້ມີ ກາຣຊຸກຍູ້ໃຫ້ ເດັກນ້ອຍໄດ້ເຂົ້າ ໂຮງຮຽນ ຊັ້ນປະຖົມໃຫ້ໄດ້ ເຕັມ 100 ເປີຣ໌ເຊັນຕ໌.