ຂາດ ເຈົ້າໜ້າທີ່ ແລະ ອຸປະກອນ ປາບປາມ ການຄ້າ ໄມ້ເຖື່ອນ
2008.05.15

ບັນຫາ ຈຳນວນ ເຈົ້າໜ້າທີ່ ບໍ່ພຽງພໍ ເຮັດໃຫ້ ການລັກຄ້າ ໄມ້ເຖື່ອນ ມີຢູ່ຕໍ່ໄປ.
ໃນລະຍະ ຜ່ານມາ ເຖິງວ່າ ທາງການ ຈະໄດ້ ດຳເນີນ ມາຕການ ແລະ ອອກ ຣະບຽບ ຕ່າງໆ ເພື່ອລຸດຜ່ອນ ບັນຫາ ການລັກຄ້າ ໄມ້ເຖື່ອນ ແຕ່ ໃນສພາບ ຄວາມເປັນຈິງ ແລ້ວ ບັນຫາ ດັ່ງກ່າວ ຍັງມີ ຕລອດມາ ແລະ ບໍ່ມີ ທ່າທີ່ວ່າ ຈະລຸດຜ່ອນ ລົງ. ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກ ຜແນກ ຄວບຄຸມ, ກະຊວງ ກະສິກັມ ແລະ ປ່າໄມ້ ນະຄອນຫລວງ ວຽງຈັນ ເວົ້າເຖິງ ການບົກຜ່ອງ ນີ້ວ່າ:
“ເວົ້າງ່າຍໆ ກໍ່ຄື ຜູ້ທີ່ ລັກລອບ, ເຂົາກໍ່ ມີວິທີ ການລັກລອບ ຢູ່ແລ້ວ. ຜູ້ຮັກສາ ຣະບຽບ ກົດໝາຍ ເຮົາ, ມັນຍັງໜ້ອຍ ກວ່າ ຜູ້ທີ່ລັກລອບ ຢູ່ດີ. ກໍ່ເລີຍ ເຮັດໃຫ້ ຕົວນີ້ ມັນມີ ບັນຫາ ຢູ່ໃນລາວ ເຮົາ ຄືວ່າ ພນັກງານ ເຮົາ ບໍ່ພຽງພໍ ພື້ນທີ່ເຮົາ ກໍ່ກ້ວາງ, ຕົວນີ້ ເຮົາພົບ ບັນຫາ ຢູ່ແລ້ວ ກໍ່ເລີຍວ່າ ມັນຈະ ບໍ່ສາມາດ ທີ່ ຈະ ຄວບຄຸມ ໄດ໊”
ນອກຈາກນີ້ ທ່ານ ຍັງໄດ້ກ່າວ ເຖິງຣະບຽບ ບາງຂໍ້ ທີ່ບໍ່ ສອດຄ່ອງ ກັບ ການ ປະຕິບັດ ຕົວຈິງ ຊຶ່ງທາງ ໜ່ວຍງານ ກ່ຽວຂ້ອງ ຈຳເປັນ ຕ້ອງປ່ຽນ ເງື່ອນໄຂ ໃນຫລາຍໆ ຂໍ້ ດ້ວຍກັນ, ອີກທັງ ຍັງບໍ່ມີ ອຸປກອນ ທີ່ ທັນສມັຍ ຮວມໄປເຖິງ ຍານພາຫນະ ທີ່ ສາມາດໃຊ້ ໃນການສຳຣວດ ຫລື ຈັບຜູ້ຣ້າຍ.
ຢ່າງໄດກໍ່ຕາມ, ບັນຫາ ທີ່ ເຈົ້າໜ້າທີ່ ຜແນກຄວບຄຸມ ກ່າວມາ ແລ້ວນັ້ນ ເຈົ້າໜ້າທີ່ ຊັ້ນສູງ ຈາກ ກົມປ່າໄມ້ ກະຊວງ ກະສິກັມ ແລະ ປ່າໄມ້ ຊີ້ແຈງວ່າ:
“ປັດຈຸບັນນີ້, ເຮົາ ພຍາຍາມ ຈະຊອກ ເຈົ້າໜ້າທີ່ ເຂົ້າເພີ່ມ ຄວາມ ຮັບຜິດຊອບ ຢູ່ ແຕ່ລະ ຈັງຫວັດ ແລະ ເຮົາຈະ ຣະດົມ ເຈົ້າໜ້າທີ່ ປ່າໄມ້ ຢູ່ ແຕ່ລະ ຈັງຫວັດ ທີ່ຮັບຜິດຊອບ ພື້ນທີ່ ໃຫ້ບັນຈຸ ຈຳນວນ ເຂົ້າເພີ່ມ ໃຫ້ມັນຄົບ ຕາມໜ້າວຽກ ຫລືວ່າ ກິຈການ ທີ່ວ່າ ຈະປະຕິບັດ”
ອີກປະການນຶ່ງ, ບັນຫາ ດັ່ງກ່າວ ໄດ້ສົ່ງ ຜົນສທ້ອນ ຢ່າງກວ້າງຂວາງ ໃສ ສພາບແວດລ້ອມ ທາງທັມຊາຕ ຂອງປະເທດ, ດັ່ງຈະເຫັນໄດ້ ຈາກ ເມື່ອກ່ອນ ລາວເຄີຍ ມີເນື້ອທີ່ ປ່າໄມ້ ຫລາຍກວ່າ 70% ຂອງ ພື້ນທີ່ ທັງມົດ ໃນປະເທດ; ແຕ່ ໃນປັດຈຸບັນ ຄາດວ່າ ການຕັດໄມ້ ທຳລາຍປ່າ ໄດ້ເຮັດໃຫ້ ພື້ີນທີ່ປ່າ ເຫລືອ ບໍ່ຮອດ 40% ຊຶ່ງ ເຮັດໃຫ້ ມີ ຜົນກະທົບ ຕໍ່ວິທີ ການດຳເນີນ ຊີວິດ ຂອງຊາວບ້ານ ໃນເຂດ ສອກຫລີກ ຫ່າງໄກ.
EKW: ສິນຄ້າເທື່ອນ