ອັຄີໄພ ໂຈະ ການຜລິດ ບໍ່ທອງແດງ ເຊໂປນ

ບໍຣິສັດ Oxiana ທີ່ ຂຸດຄົ້ນ ຄໍາ ແລະ ທອງແດງ ຢູ່ ບໍ່ເຊໂປນ ແຂວງ ສວັນະເຂດ ແຈ້ງ ວ່າ ເກີດເຫດ ອັຄີໄພ ຂື້ນ ຢູ່ ໂຮງງານ ຜລິດ ທອງແດງ ແລະ ວ່າ ຕ້ອງ ໂຈະ ການຜລິດ ທອງແດງ ເປັນ ການຊົ່ວຄາວ. ລາຍງານ ວ່າ ເຫດ ໄຟໄໝ້ ທີ່ ເກີດຂື້ນ ຢູ່ ໃນ ໂຮງງານ ຜລິດ ທອງແດງ ບໍ່ ຢູ່ໃນ ລະດັບທີ່ ຮ້າຍແຮງ ແລະ ໃຊ້ ເວລາ ພຽງແຕ່ 40 ນາທີ ເທົ່ານັ້ນ ກໍ ມອດໄຟ ໄດ້. ບໍ່ມີ ຜູ້ໃດ ໄດ້ຮັບ ບາດເຈັບ ຈາກ ເຫດໄຟໄໝ້ ບໍ່ມີ ບັນຫາ ທີ່ ສະທ້ອນ ເຖິງ ສຸຂະພາບ ຂອງ ຄົນງານ ແລະ ບໍ່ມີ ເຫດການ ສະທ້ອນ ເຖິງ ສະພາບ ສິ່ງແວດລ້ອມ. ຕໍ່ໄປ ກໍຄົງ ເປັນ ການທຳຄວາມສະອາດ ຫລື ຈັດແຈງ ວຽກງານ ໃໝ່ ຊຶ່ງ ຕ້ອງ ໄດ້ໂຈະ ການຜລິດ ເປັນ ເວລາ ປະມານ 2 ສັປະດາ.
ສົມເນ ຣາຍງານ
2008.05.30

ເຈົ້າໜ້າທີ່ ບໍຣິສັດ Oxiana ວ່າ ເຫດການ ໄຟໄໝ້ ໃນ ໂຮງງານ ຜລິດ ທອງແດງນີ້, ຈະ ເຮັດໃຫ້ ການຜລິດ ທອງແດງ ຫລຸດລົງ ລະຫ່ວາງ 1,800 - 2,500 ໂຕນ. ທ່ານ ວ່າ ການຜລິດ ທອງແດງ ໃນ ບໍ່ເຊໂປນ ມາຮອດ ນີ້, ໄດ້ ເກີນ ເປົ້າໝາຍ ທີ່ ກໍານົດ ໄວ້ ແລ້ວ ແລະ ວ່າ ບໍຣິສັດ ຈະ ສາມາດ ຜລິດ ໄດ້ ຕາມ ຄາດໝາຍ ຄື ລະຫ່ວາງ 60,000 - 65,000 ໂຕນ ຕໍ່ ປີ. ຂ່າວ ດັ່ງກ່າວ ນີ້ ເຮັດໃຫ້ ຣາຄາ ຮຸ້ນ ຂອງ ບໍຣິສັດ Oxiana ຫລຸດລົງ 5 ເຊັນ, ເປັນ ຮຸ້ນ ນຶ່ງ AU$3.19 ໃນ ຕະລາດ ແລກປ່ຽນ ນະຄອນ ຊີດນີ ປະເທດ Australia.

ຄຳສັບ ຊອກຫາຂໍ້ມູນ: ບໍ່ແຮ່ mining

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.