ມີສິດພິເສດ ຫາກລົງທຶນຢູ່ເຂດຫ່າງໄກ
2010.09.10
ກົດໝາຍ ສົ່ງເສີມການຄ້າ ການລົງທືນ ສະບັບໃໝ່ ຂອງລາວ ແມ່ນເນັ້ນໜັກ ໃສ່ການ ໃຫ້ສິດພິເສດ ແກ່ນັກລົງທືນ ຫລາຍດ້ານ ໂດຍສະເພາະ ການຍົກເວັ້ນ ພາສີ 10 ປີ ໃຫ້ນັກລົງທືນ ທີ່ສົນໃຈ ລົງທືນ ໃນເຂດຫ່າງໄກ ເຊັ່ນວ່າ ລົງທືນດ້ານ ພັທນາ ການສືກສາ ໂຄງຮ່າງພື້ນຖານ, ຕາມທີ່ ຍານາງ ທໍາມາ ເພັດວິໃຊ ຮອງຫົວໜ້າ ກົມສົ່ງເສີມ ການຄ້າ ແລະການລົງທືນ ຂອງລາວ ທີ່ໄດ້ກ່າວ ຢູ່ທີ່ກອງ ປະຊຸມ ສັມມະນາ ວ່າດ້ວຍ ການລົງທືນ ໃນ ສປປລາວ ຊື່ງກະຊວງ ການຕ່າງ ປະເທດໄທ ຮ່ວມມືກັບ ທາງການລາວ ຈັດຂື້ນ ເມື່ອວັນ ພະຫັດ ຜ່ານມານີ້:
"ນັກລົງທືນ ຕ່າງປະເທດ ທີ່ໄປລົງທືນ ທີ່ມີທືນ ຈົດທະບຽນ ຕັ້ງແຕ່ 500,000 ໂດລາ ສະຫະຣັຖ ຂື້ນໄປ ທ່ານມີສິດທິ ໃນການຊື້ ສິດທິ ນໍາໃຊ້ທີ່ດິນ ເພື່ອທໍາເປັນ ທີ່ຢູ່ອາໄສ ຫລືທໍາເປັນ ສໍານັກງານ ຫ້ອງການໄດ້ເນາະ".
ທ່ານວ່າ ການໃຫ້ສິດທິ ພິເສດ ດ້ານພາສີ ຈະພິຈາຣະນາ ຈາກການລົງທືນ ໃນຂົງເຂດ ຕ່າງໆ. ຖ້າຫາກນັກ ລົງທືນ ສົນໃຈລົງທືນ ໃນເຂດສອກຫລີກ ຫລືວ່າ ເຂດນື່ງ ເຊັ່ນວ່າ ລົງທືນ ດ້ານການສືກສາ ການພັທນາ ໂຄງຮ່າງພື້ນຖານ ໂດຍທີ່ໃຫ້ ປະຊາຊົນ ມີສ່ວນຮ່ວມນໍາ ຣັຖບານ ຈະພິຈາຣະນາ ຍົກເວັ້ນພາສີ ອາກອນ ເປັນເວລາ 10-15 ປີ:
"ບັນດາທ່ານ ທີ່ໄປລົງທືນ ໃນເຂດນື່ງ ເຂດນື່ງ ຖືວ່າໄດ້ຮັບ ນະໂຍບາຍ ສູງກ່ວາໝູ່ ສ່ວນການລົງທືນ ໃນເຂດ 3 ຈະໄດ້ຮັບ ນະໂຍບາຍ ລອງລົງມາ ແຕ່ກໍມີ ຕົວເລກ ລະອຽດ ກໍານົດຢູ່ ໃນກົດໝາຍ ຂອງພວກເຮົາ. ເຂດນື່ງ ກໍຄືເຂດ ຫ່າງໄກສອກຫລີກ ບໍ່ທັນມີ ໂຄງຮ່າງພື້ນຖານ ເຂດ 2 ຄືເຂດທີ່ມີ ໂຄງຮ່າງພື້ນຖານ ຈໍານວນນື່ງແລ້ວ ເຂດ 3 ກໍຄືເຂດ ໂຕເມືອງ".
ທາງການລາວ ວ່າ ກົດໝາຍ ສົ່ງເສີມ ການລົງທືນ ສະບັບໃໝ່ ໄດ້ກວມເອົາ ທັງກົດໝາຍ ພາສີອາກອນ ກົດໝາຍທີ່ດິນ ກົດໝາຍ ສົ່ງເສີມ ການລົງທືນ ຕ່າງປະເທດ ອັນນີ້ກໍເພື່ອ ຫລຸດຄວາມ ຫຍຸ້ງຍາກ ໃນການເຮັດ ທຸຣະກິດ ຢູ່ລາວ.