ທ່ານ ສົມດີ ດວງດີ ຣັຖມົນຕຣີ ກະຊວງການເງິນ ໄດ້ຕອບຄໍາຖາມ ຜູ້ແທນ ໃນກອງປະຊຸມ ສະພາແຫ່ງຊາດ ສມັຍສາມັນ ເທື່ອທີ 9 ຊຸດທີ 6 ໃນວັນທີ 21 ມິຖຸນານີ້ ກ່ຽວກັບການຈັດ ເກັບງົບປະມານ ຣາຍຮັບຣາຍຈ່າຍ ຂອງເງິນລົງທຶນ ທີ່ເຂົ້າໄປໃນ ແຕ່ລະແຂວງ ຂອງລາວ ວ່າບໍ່ສາມາດ ຈັດເຮັດບັນຊີ ຣາຍຮັບຣາຍຈ່າຍ ໃຫ້ມີຄວາມກໍ້າເກິ່ງ ກັນໄດ້ເທື່ອ ໃນຣະບົບບັນຊີ:
"ໂດຍລວມແລ້ວ ສາມາດເວົ້າໄດ້ວ່າ ພວກເຮົາ ຍັງບໍ່ທັນສາມາດ ດຸນດ່ຽງ ຣະບົບບັນຊີ ຂອງຄັງເງິນແຫ່ງຊາດ ໃນຂອບເຂດທົ່ວ ປະເທດໄດ້ເທື່ອ ເປັນຕົ້ນ ຢູ່ທ້ອງຖີ່ນ ພວກເຮົາຍັງບໍ່ ສາມາດ ດຸ່ນດ່ຽງບັນຊີໄດ້ ຍັງມີຄວາມ ສັບສົນຢູ່".
ເຫດຜົລກໍຄື ການຕິດຕາມ ການບັນທຶກບັນຊີ ຄວາມຮັບຜິດຊອບ ຣະຫວ່າງຜູ້ສັ່ງການ ແລະ ຜູ້ຮັບຜິດຊອບ ຍັງບໍ່ມີການ ຈະແຈ້ງ. ເຖິງແມ່ນວ່າ ຫລາຍຂແນງການ ຍັງສາມາດກົດດັນ ນາຍບັນຊີນາຍຄັງ ປະຈໍາແຂວງ ໃຫ້ມີການຈັດ ຣະບຽບ ບັນຊີຣາຍການ ເພື່ອສົ່ງເງິນໃຫ້ ສ່ວນກາງໄດ້ ກໍຕາມ ແຕ່ກໍຍັງມີ ຄວາມລ່າຊ້າ ແລະ ບໍ່ມີຣະບຽບ ຢູ່ບໍ່ໜ້ອຍ ຊຶ່ງຖືວ່າເຮັດໃຫ້ ກະຊວງການເງິນ ບໍ່ສາມາດເຮັດ ບັນຊີການເງິນລວມ ຂອງທົ່ວປະເທດລາວ ມີຄວາມດຸ່ນດ່ຽງ ກໍ້າເກິ່ງກັນ. ທ່ານ ສົມດີ ກ່າວຕໍ່ໄປວ່າ:
"ໃນດຸ່ນດ່ຽງ ຂອງ ຄັງເງິນແຫ່ງຊາດ ບໍ່ສາມາດດູນ ໄດ້ເນາະ ອັນນີ້ຄືທາງ ອົງການກວດສອບ ກໍໄດ້ມີຄວາມເຫັນ ໄປຢູ່ໃນຫລາຍ ທ້ອງຖີ່ນເຫັນວ່າ ບໍ່ສາມາດ ດູນໄດ້ ອັນນີ້ມັນເປັນ ບັນຫາ ທີ່ແກ່ຍາວມາ ເລີ່ມແຕ່ເຮົາແຍກເອົາ ຈາກຄັງເງິນ ອອກຈາກ ທະນາຄານ ຕັ້ງປີ 1993 ສະສົມມາຮອດ ປັຈຈຸບັນ".
ແລະວ່າ ຕ້ອງພຍາຍາມ ຫາທາງແກ້ໄຂ ບັນຫາດັ່ງກ່າວ ໃຫ້ມີ ປະສິດທິພາບ ໃນຂັ້ນຕໍ່ໄປ ເພື່ອໃຫ້ເກີດຄວາມ ໝັ້ນຄົງ ຂອງການເງິນແຫ່ງຊາດ ຣາຍຮັບຣາຍຈ່າຍ ທີ່ຈະແຈ້ງ ດຸ່ນດ່ຽງ.