ປີໜ້າ ຂ. ຫລວງພະບາງ ອາດເພີ່ມ ຄ່າແຮງງານ

ຜແນກແຮງງານ ຂອງ ແຂວງຫລວງພຣະບາງ ເຜີຍວ່າ ໃນທ້າຍປີນີ້ ຫລື ໃນຕົ້ນປີໜ້າ ອາດຈະມີ ນະໂຍບາຍ ຂຶ້ນຄ່າແຮງງານ ສຳຫລັບ ກຸ່ມທີ່ໃຊ້ແຮງງານ.

0:00 / 0:00

ເຈົ້າໜ້າທີ່ ຂັ້ນສູງ ຣັຖວິສາຫະກິດ ຈັດຫາ ແຮງງານ ຂແໜງ ແຮງງານ ຂອງ ແຂວງຫລວງພຣະບາງ ກ່າວວ່າ ສພາບ ເສຖກິດ ປັດຈຸບັນ ເຮັດໃຫ້ ຄ່າຄອງຊີບ ສູງຂຶ້ນ ຈຶ່ງອາດຈະຕ້ອງ ພິຈາຣະນາ ຂຶ້ນຄ່າຈ້າງ ໃຫ້ແກ່ ພວກຂາຍແຮງງານ.

ທ່ານກ່າວເຖິງເຣື້ອງນີ້ວ່າ:

“ອາດຈະປີນີ້ ອາດຈະມີ ທ້າຍປີ ຫລື ຕົ້ນປີໜ້າ ຈະມີ ແນວໂນ້ມ ມີການປັບ ເພາະວ່າ ຄ່າຄອງຊີພ ດຽວນີ້ມັນ ມັນຂ້ອນຂ້າງສູງ, ຊັ້ນ ເຮົາຈະຕ້ອງ ໄດ້ປັບ. ການປັບ ອັດຕຣາ ຄ່າຈ້າງນີ້, ເຮົາປັບຫລາຍ ມັນກໍ່ ບໍ່ເປັນເຣື້ອງ ດີປານໃດ ມັນຈະກະທົບ ຕໍ່ຜູ້, ອັນນາ, ລົງທຶນ. ຖ້າເຮົາ ໄປປັບເລີຍໆ ຫລາຍ ມັນກ່າ ເປັນໄປບໍ່ໄດ້”

ສຳຫລັບ ສາເຫດ ທີ່ບໍ່ສາມາດ ປັບ ຄ່າແຮງງານ ຂຶ້ນຫລາຍ ໄດ້ນັ້ນ ເນື່ອງຈາກວ່າ ຈະມີ ຜົນສທ້ອນ ໃສ່ພວກນາຍຈ້າງ ຜູ້ຊຶ່ງ ອາດຈະນຳ ວັດທຸດິບ ມາຈາກ ຕ່າງປະເທດ. ແລ້ວມັນ ອາດຈະ ເຮັດໃຫ້ຕົ້ນທຶນ ໃນການຜລິຕ ສູງຂຶ້ນ. ເພາະສນັ້ນ ຕ້ອງພິຈາຣະນາ ໃຫ້ຖີ່ຖ້ວນກ່ອນ ວ່າ ການປັບ ຄ່າແຮງງານ ຂຶ້ນນັ້ນ ຈະມີ ຜົນຢ່າງໃດ ສຳຫລັບ ກຸ່ມນາຍຈ້າງ, ກຸ່ມລູກຈ້າງ ແລະ ຣັຖບານ.

ແຕ່ເຖິງຢ່າງໃດກໍ່ດີ, ເຖິງວ່າ ປັດຈຸບັນ ບັນຫາ ຂັດແຍ້ງ ຣະຫວ່າງ ນາຍຈ້າງ ແລະ ລູກຈ້າງ ຈະເປັນ ຂອງທັມດາ; ແຕ່ເຈົ້າໜ້າທີ່ ທ່ານນີ້ ກ່າວຕໍ່ໄປວ່າ ບັນຫາ ຣະຫວ່າງ ຄົນສອງ ກຸ່ມນີ້ ບໍ່ຄ່ອຍມີເລື້ອຍ ໃນປະເທດ ຄືກັບ ປະເທດອື່ນ ໃນ ສປປລາວ.

“ບໍ່ຄ່ອຍມີເດີ້ ຢູ່, ສຳຫລັບ ຢູ່ລາວ ບໍ່ຄ່ອຍມີ, ນຶ່ງ ບໍ່ຄ່ອຍມີ ການປະທ້ວງ, ສອງ ບໍ່ຄ່ອຍມີ ອັນນາ ການເອົາລັດ ເອົາປຽບ ຣະຫວ່າງ ນາຍຈ້າງ ກັບລູກຈ້າງ. ມັນເປັນ ການໃຊ້ ແຮງງານ ທີ່ຢູ່ ໃນສພາບປົກຕິ, ວ່າຊັ້ນແລ໊ະ”

ສຳຫລັບ ວັນທີ່ 1 ພຶສພາ ຊຶ່ງເປັນ ວັນແຮງງານ ແຫ່ງຊາຕລາວ, ທຸກໆປີ ທາງການ ແຂວງຫລວງພຣະບາງ ມີການ ຈັດປາຖະຄະຖາ ໂດຍມີ ກັມບານແຂວງ ເປັນຜູ້ ປາໄສ ເພື່ອເຜີຍແຜ່ ໃຫ້ກັມກອນ ເຂົ້າໃຈ ກ່ຽວກັບ ຄວາມໝາຍ ຂອງວັນແຮງງານ ແຫ່ງຊາຕ.