ລາວຢາກພັທນາ ອຸດສາຫະກັມຢູ່ວຽງຈັນ
2010.09.22
ກົດຟັງສຽງ
ຣັຖບານລາວ ຕ້ອງການຢືມເງິນ ຫລາຍສິບລ້ານ ໂດລາ ສະຫະຣັຖ ເພື່ອນໍາມາ ພັທນານິຄົມ ອຸດສາຫະກັມ ໃນເຂດເມືອງ ໄຊທານີ ນະຄອນຫລວງ ວຽງຈັນ.
ໂຄງການ ພັທນາ ດັ່ງກ່າວ ຣັຖບານລາວໄດ້ ຮ່ວມມື ກັບອົງການ JICA ຂອງ ຍີ່ປຸ່ນ ເພື່ອສືກສາ ຄວາມເປັນໄປໄດ້ ຕັ້ງແຕ່ປີ 2009 ພຸ້ນແລະກໍ ສໍາເຣັດແລ້ວ ໃນປີ 2010. ມາເຖິງປັດຈຸບັນນີ້ ທາງຝ່າຍລາວ ກໍພວມສະເໜີ ຂໍຢືມເງິນນໍາ ຍີ່ປຸ່ນເພື່ອມາ ພັທນານິຄົມ ອຸດສາຫະກັມ ໃຫ້ສໍາເຣັດພາຍ ໃນປີ 2015 ດັ່ງເຈົ້າໜ້າທີ່
ຈາກອົງການ JICA ໄດ້ກ່າວ:
"ບໍ່ແນ່ໃຈເທື່ອ ເຈົ້າຂື້ນກັບ ຣັຖບານ 2 ຝ່າຍ ຣັຖບານລາວ ເພິ່ນຢາກໄດ້ soft loan ເງິນກູ້ຈາກ ຣັຖບານ ຍີ່ປຸ່ນເນາະ ແຕ່ວ່າເຣື້ອງການ ຂອງມັນຍັງຢູ່ ໃນຂັ້ນຕອນ ມັນກໍຕ້ອງຍາວ ອອກໄປອີກ ເພາະວ່າ ງົບປະມານ ມັນກໍຫລາຍເຕີບ".
ການສືກສາ ຄວາມເປັນໄປໄດ້ ໃນການຕັ້ງ ນິຄົມ ອຸດສາຫະກັມ ໃນເຂດເມືອງ ໄຊທານີ ບໍຣິເວນຫລັກ 21 ຢູ່ໄກ້ຖນົນ ເລກທີ 13 ຢູ່ທິດໄຕ້ ນະຄອນຫລວງ ໃນເນື້ອ ທີ່ 130 ha ໄດ້ສໍາເຣັດ ໄປແລ້ວ. ຈາກຂໍ້ມູນ ທີ່ສໍາຣວດມານັ້ນ ຕ້ອງໃຊ້ເງິນ ປະມານ 73 ລ້ານໂດລາ ສະຫະຣັຖ ເພື່ອຈະມາລົງທືນ ສ້າງນິຄົມ ດັ່ງກ່າວ. ຣັຖບານລາວ ໄດ້ສະເໜີຜ່ານ ອົງການ JICA ເພື່ອຂໍຢືມເງິນ ໃນດອກເບັ້ຽຕໍ່າ. ປາກົດວ່າ ທາງຣັຖບານ ຍີ່ປຸ່ນ ກໍບໍ່ທັນ ໃຫ້ຄໍາຕອບເທື່ອ.
ຣັຖບານລາວ ພຍາຍາມ ຕັ້ງນິຄົມ ອຸດສາຫະກັມ ຂື້ນໃນຫລາຍ ຈຸດສໍາຄັນຂອງ ປະເທດ ເຊັ່ນວ່າ ເຂດເສຖກິດ ພິເສດ ສວັນ-ເຊໂນ ແຂວງ ສວັນນະເຂດ ເຂດເສຖກິດ ສາມຫລ່ຽມຄໍາ ແຂວງບໍ່ແກ້ວ ແລະ ເຂດເສຖກິດ ຕີນຂົວ ມິຕພາບ ລາວ-ໄທ ໃນແຂວງຄໍາມ່ວນ. ແຕ່ລະແຫ່ງກໍເປັນ ໄປຢ່າງລ້າຊ້າ ເວັ້ນເສັຽຈາກເຂດ ເສຖກິດ ໃນແຂວງ ບໍ່ແກ້ວຊື່ງ ນັກລົງທືນຈີນ ເປັນເຈົ້າ ຂອງແລະຄວບຄຸມ ໂດຍຕົນເອງ.