ຫລັກການ ນໍາສິນຄ້າເຂົ້າ ບໍ່ເປັນເອກພາບ

ຄວາມບໍ່ເປັນເອກພາບ ຂອງນະໂຍບາຍ ນໍາສິນຄ້າເຂົ້າ ຈາກຕ່າງປະເທດ ຂອງພາກຣັຖ ສົ່ງຜົນໃຫ້ມີການຣະບາດ ຂອງຢາ, ອາຫານ ແລະ ສິນຄ້າ ບໍ່ໄດ້ມາຕຖານ ໃນສປປລາວ.

0:00 / 0:00

ເມື່ອບໍ່ນານມານີ້ ມີຢາປອມ, ອາຫານປອມ ແລະ ສິນຄ້າ ທີ່ບໍ່ໄດ້ມາຕຖານ ຈາກປະເທດເພື່ອນບ້ານ ຖືກລັກລອບ ເຂົ້າໄປໃນຫລາຍໆແຂວງ ທົ່ວປະເທດລາວ, ເຮັດໃຫ້ ເຈົ້າໜ້າທີ່ ຕໍາຣວດ ກວດຈັບບໍ່ໄຫວ ແລະ ຍອມຮັບວ່າ ສາເຫດສໍາຄັນ ທີ່ສິນຄ້າເຫລົ່ານີ້ ຫລຸດເຂົ້າໄປຫລາຍ ເນື່ອງຈາກວ່າ ນະໂຍບາຍ ຂອງພາກຣັຖ ບໍ່ສອດຄ່ອງກັນ.

ເຈົ້າໜ້າທີ່ ຈາກຫ້ອງການ ກວດສອບ ຄຸນພາບອາຫານ ແລະ ຢາ ຕາມເຂດຊາຍແດນ ກ່າວກ່ຽວກັບ ການເຮັດວຽກ ທີ່ບໍ່ສອດຄ່ອງກັນ ວ່າ:

“ເພາະວ່າ ສໍານັກງານ ນາຍົກ ເພິ່ນບອກວ່າ ໃຫ້ປົກປ້ອງ ຄຸ້ມຄອງຜູ້ບໍຣິໂພກ ໃນຂະນະດຽວກັນນັ້ນ, ສໍານັກງານ ນາຍົກຣັຖມົນຕຣີ ກໍເຮັດແຈ້ງການອອກມາອັນນຶ່ງ ວ່າ ໃຫ້ສົ່ງເສີມການຄ້າ ກໍຊິເອົາບັນຫາ ໃດແທ້ເປັນຫລັກ.”

ນະໂຍບາຍ ຈາກສໍານັກງານ ນາຍົກ ມີປະກາດຫລັກໆ 2 ສະບັບ ຄື 1. ໃຫ້ເອົາໃຈໃສ່ ໃນການກວດກາສິນຄ້າ ທີ່ຜ່ານເຂົ້າໄປ ຕາມຊາຍແດນ ຢ່າງລະອຽດ, ແຕ່ອີກສະບັບນຶ່ງ ກັບແຈ້ງໄປວ່າ ໃຫ້ຍຶດຖື ນະໂຍບາຍສົ່ງເສີມການຄ້າ. ເຈົ້າໜ້າທີ່ ປະຕິບັດງານ ຕາມເຂດຊາຍແດນ ເຂົ້າໃຈວ່າ ໜ່ວຍງານພາສີ ຈະປ່ອຍສິນຄ້າ ຈາກເພື່ອນບ້ານ ເຂົ້າໄປງ່າຍ ໂດຍກົມພາສີ ຈະເປັນຜູ້ກວດຜ່ານ, ແລ້ວໃນຈໍານວນນຶ່ງ ກໍພົບວ່າ ເປັນອາຫານ ແລະ ສິນຄ້າ ບໍ່ໄດ້ມາຕຖານ, ຊຶ່ງຈະພົບຫລາຍ ໃນສິນຄ້າ ປະເພດ ອາຫານ ແລະ ຢາ ທີ່ມາຈາກປະເທດຈີນ.

ບັນຫາດັ່ງກ່າວ ເຮັດໃຫ້ກົມອາຫານ ແລະ ຢາ ຂໍຄວາມຮ່ວມມື ຈາກກົມພາສີ ແລະ ການຄ້າ ເພື່ອຊ່ອຍກວດກາ ອີກຄັ້ງ ແລະ ບໍ່ໃຫ້ເມີນເສີຍ ປ່ອຍສິນຄ້າເຫລົ່ານັ້ນ ເຂົ້າໄປ ໃນສປປລາວ ໄດ້ຢ່າງງ່າຍດາຍ ເພື່ອໃຫ້ມູນຄ່າ ນໍາສິນຄ້າເຂົ້າ ເພີ້ມຂຶ້ນ ໂດຍບໍ່ຄໍານຶງເຖິງ ສຸຂພາບ ຂອງຜູ້ບໍຣິໂພກ.

“ໂຕຢ່າງ ພວກຂ້າພະເຈົ້າ ຢູ່ທາງດ່ານ ນີ້ໝາຍຄວາມວ່າ ກໍມີບັນຫານະ ເພາະຖ້າຫາກວ່າ ອົງການ ຈັດຕັ້ງ ມີສ່ວນກ່ຽວຂ້ອງ ບໍ່ທັນມີເອກພາບກັນ ພວກເຮົາ ກໍເຮັດຫຍັງບໍ່ໄດ້ເທື່ອ.”

ສ່ວນທາງດ້ານ ເຈົ້າໜ້າທີ່ ຈາກອົງການອະນາໄມໂລກ ປະຈໍາລາວ ເຄີຍໃຫ້ຄວາມເຫັນໄວ້ວ່າ ບັນຫາ ຢາປອມ ແລະ ສິນຄ້າ ທີ່ຣະບາດ ເຂົ້າໄປໃນລາວ ມັກຈະສົ່ງຜົນຕໍ່ ປະຊາຊົນ ທົ່ວທຸກແຂວງ, ໂດຍສະເພາະ ແຂວງຫ່າງໄກ ຈະພົບພໍ້ ບັນຫາຢາປອມ ຣະບາດຫລາຍ.

ຄຳສັບ ຊອກຂໍ້ມູນ : ຣະບົບບໍຣິການ service