ສີນຄ້າຍັງແພງ ຂະນະທີ່ນໍ້າມັນຖືກລົງ
2009.01.23
ຊາວລາວ ຕັ້ງຂໍ້ສົງໃສ ວ່າເປັນດ້ວຍ ເຫດໃດ ຣາຄາສີນຄ້າ ບໍຣິໂພກ ອຸປະໂພກ ຈຶ່ງບໍ່ຖືກລົງ ໃນເມື່ອຣາຄາ ນໍ້າມັນກໍລຸດລົງ ຄ່າຂົນສົ່ງ ສີນຄ້າທັງ ພາຍໃນແລະຈາກ ປະເທດເພື່ອນ ບ້ານກໍຖືກ ລົງຢ່າງຕໍ່ເນື່ອງ ຫລາຍພໍສົມຄວນ ມາໄດ້3ເດືອນແລ້ວ
ທ້າວບຸນແສງ ໂພນຄໍາແດງ ຊາວລາວແຂວງ ວຽງຈັນສັງເກດ ວ່າສີນຄ້າຫລາຍ ປະເພດເປັນ ຕົ້ນອາຫານ ສົດຊີ້ນປາໄກ່ຜັກ ບໍ່ມີການ ລົງຣາຄາ ຍັງຂາຍຣາຄາ ດຽວກັນກັບຊ່ວງ ທີ່ນໍ້າມັນແພງ ຢູ່ຄືເກົ່າ ສໍາລັບສັດປີກ ໄກ່ເປັດແມ່ນ ຂາດຕລາດ ເພາະຢ້ານເຊື້ອ ໄຂ້ຫວັດນົກ ນໍ້າມັນກໍລຸດ ລົງແຕ່ວ່າ ສີນຄ້າຍັງ ຂາຍປົກກະຕິ ກໍບໍ່ຂຶ້ນກໍບໍ່ ລົງຄືເກົ່າ ສະພາບເດີມຢູ່ ສເພາະຣາຄາ ສີນຄ້າວັຖຸສີ່ງ ຂອງເປັນ ຊີ້ນ ເປັນປາ-ເປັນອາຫານ ຍັງປົກກະຕິຢູ່ ສີ່ງທີ່ເຫັນໄດ້ ຈະແຈ້ງນັ້ນກໍຄື ຣາຄາສີນຄ້າ ອຸປະໂພກ ບໍຣິໂພກ ເປັນຕົ້ນນໍ້າມັນພືດ ນໍ້າຕານຊາຍ ນົມຂຸ້ນ ແມ່ນບໍ່ລົງເລີຍ ຫລັງຈາກທີ່ແພງ ຂຶ້ນແຕ່ເດືອນ ຕຸລາປີກາຍມາ
ປັຈຸບັນ ຣາຄານໍ້າມັນ ລຸດລົງຢ່າງຕໍ່ເນື່ອງ ເຮັດໃຫ້ຄ່າຂົນສົ່ງ ຈາກປະເທດ ເພື່ອນບ້ານຖືກລົງ ແລະຣາຄາ ສີນຄ້າເຄື່ອງຂອງ ກໍຖືກລົງ ປະມານ3ເປີເຊັນ ແຕ່ຢູ່ລາວ ປາກົດວ່າ ຍັງຂາຍແພງຄື ໃນຊ່ວງນໍ້າແພງ ປະຊາຊົນ ກໍຢາກໃຫ້ ທາງການລາວ ເຂົ້າກວດກາຄາ ເພື່ອຊ່ວຍເຫລືອ ປະຊາຊົນ ໂດຍທົ່ວໄປ.
ນັບແຕ່ເດືອນ ພຶສພາປີ 2007ມາ ຣັຖບານລາວ ໄດ້ສັ່ງໃຫ້ ຄວບຄຸມຣາຄາ ອາຫານສົດ ແລະອາຫານແຫ້ງ ວັສດຸກໍ່ສ້າງຕ່າງໆ ເປັນປູນຊີເມນ ເຫັລກ ໄດ້ມີການ ສໍາຣວດອັຕຣາ ເງິນເຟີ້ ປີ2008 ພົບວ່າສູງ ເຖິງ10ເປີເຊັນ ຍ້ອນນໍ້າມັນແພງ ແຕ່ຄ່າຄອງຊີບ ຕໍ່າເຮັດໃຫ້ ປະຊາຊົນລາວ ມີຣາຍໄດ້ໜ້ອຍລົງ ນໍ້າມັນແອັດ ຊັງໜ້າປໍ້າ ຕ່າງໆໃນເຂດ ນະຄອນຫລວງວຽງຈັນ ປັບລຸດລົງໂດຍສເລັ່ຽ 9ພັນກີບຕໍ່ລິດ, ກາຊວນ 8300ກີບຕໍ່ລິດ ແລະ ສໍາລັບຢູ່ແຂວງ ພາກໄຕ້ຂອງລາວ ນໍ້າມັນແອັດຊັງ ໂດຍສະເລັ່ຽລິດລະ 9010ກີບ ກາຊວນ 8300ກີບ ສໍາລັບແຂວງ ທາງພາກເໜືອ ສະເລັ່ຽແລ້ວ ກໍສູງຂຶ້ນ ຄື ລິດລະ 9050ກີບ, ກາຊວນ 8400ກີບ.