ຄ່າໄຟຟ້າ ພາຍໃນລາວ ຄວນຖືກ ກ່ວາເດີມ

ປະຊາຊົນ ເຊື່ອວ່າ ໄຟຟ້າ ໃນລາວ ຄວນມີ ຣາຄາ ທີ່ຖືກລົງ ກ່ວາເກົ່າ ເພາະວ່າ ລາວ ມີເຂື່ອນ ຜລິດ ໄຟຟ້າໄດ້ເອງ.

ປະຊາຊົນ​ລາວ ສ່ວນ​ຫຼາຍ ​ທີ່ໄດ້​ຮັບ ​ຜົນ​ກະທົບ ຈາກ​ ຄ່າ​ໄຟຟ້າ ​ແລະ ຄ່າ​ນ້ຳ​ແພງ ຢາກ​ໃຫ້ ຣັຖບານ ​ພິຈາຣະນາ ຫຼຸດຣາຄາ ​ເປັນ​ການ​ຊ່ອຍ​ເຫຼືອ ດັ່ງ​ທີ່​ ປະ​ເທດ​ໄທ ກຳລັງ​ ເຮັດ​ຢູ່ ​ໃນຂະນະ​ນີ້ ດັ່ງ​ນາງ ອຳ​ໄພ ພອນ​ຄຳ ປະຊາຊົນ​ລາວ​ ຜູ້​ນຶ່ງ​ໄດ້ ​ໃຫ້​ຄວາມ​ຄິດ​ເຫັນ​ວ່າ:

“​ແມ່ນ​ວ່າ ​ຂນາດ ​ຂາຍ​ໄຟ​ ໃຫ້​ປະ​ເທດ​ອື່ນ ປະ​ເທດ​​ເພື່ອນບ້ານ ຂາຍ​ໃຫ້​ໄທ ປະຊາຊົນ​ລາວ​ ຍັງ​ຈ່າຍ ​ຄ່າ​ໄຟ​ແບບ ​ແພງໆ ​ແທນ​ທີ່ ​ມັນ​ຄວນ​ ຈະ​ຖືກ​ລົງ ເພາະ​ຄ່າ​ໄຟ ​ໂຕ​ເອງ ​ຜລິດ​ເອງ ຢູ່​ປະ​ເທດ​ນີ້ ຍັງ​ເກັບ​ຄ່າ​ໄຟ ​ແບບ​ແພງໆ.”

ນາງ​ ໄດ້​ເວົ້າ ​ຕໍ່​ໄປ​ວ່າ ລາວ​ສາມາດ ຜລິດ​ໄຟຟ້າ​ ໄດ້​ເອງ ​ແລະ ​ຍັງ​ສົ່ງ​ຂາຍ​ ໃຫ້​ປະ​ເທດ​ເພື່ອນ​ບ້ານ ​ໄດ້​ອີກ ປະຊາຊົນ ​ຊ້ຳພັດ​ ໄດ້​ຈ່າຍ ​ຄ່າ​ໄຟຟ້າ ​ແບບ​ແພງໆ ຊຶ່ງຄ່າ​ໄຟ​ ຄວນ​ຈະ​ຫຼຸດ​ ລົງມາ ​​ເພື່ອ​ເປັນ​ ການ​ຊ່ອຍ​ເຫຼືອ​ ປະຊາຊົນ ​ໃນ​ຍາມ ​ເຂົ້າ​ຍາກ ​ໝາກ​ແພງ.

ນາງ ​​ໃຫ້​ຄວາມ​ເຫັນ ​ຕື່ມ​ອີກ​ວ່າ ​ໄຟຟ້າ ​ໃນ​ລາວ ຈະ​ມີ​ໃຊ້ ​ສະ​ເພາະ​ ໃນໂຕ​ເມືອງ​ໃຫຍ່ໆ​ ທໍ່​ນັ້ນ ຕາມ​ຊົນນະບົດ ​ຫ່າງ​ໄກ ​ສອກຫຼີກ ຂາດ​ການ​ພັດທະນາ ຫຼາຍ​ບ່ອນ ​ກໍ​ບໍ່​ມີ ​ໄຟຟ້າ​ໃຊ້. ບາງ​ຄັ້ງ​ໄຟຟ້າ​ຍັງ ຖືກ​ຕັດຂາດ​ມອດ ​ໄປ​ອີກ. ປະຊາຊົນ​ລາວ ​ມີ​ແຕ່ 6 ລ້ານຄົນ ມີ​ໄຟຟ້າ​ໃຊ້ ​ແຕ່​ຈຳນວນ​ນຶ່ງ​ທໍ່​ນັ້ນ. ​ເຂື່ອນ​ໄຟຟ້າ ​ໃນ​ລາວ ມີທົ່ວ​ປະ​ເທດ ຄວນ​ຈະ​ພຽງພໍ ​ໃຫ້​ປະຊາຊົນ​ໃຊ້. ​ເຮົາ​ສາມາດ​ຜລິດ ​ໄດ້​ເອງ ​ເປັນ​ຫຍັງ ຄ່າ​ໄຟ ​ຈຶ່ງ​ຍັງ​ແພງ​ຢູ່ ນາງ​ເວົ້າ​ຕໍ່​ວ່າ:

“​ຂື້ນຣາຄາ ຕລອດ ປີ​ນຶ່ງ ​ຢ່າງ​ນ້ອຍ ​ກໍ​ຂື້ນ ​ເທື່ອ​ນຶ່ງ ​ເຂົາ​​ເອົາ ​ປະລິມານ ​ທີ່​ເຮົາ​ໃຊ້ ມາ​ຄູນ​ກັບ 40 ກີບ ​ແລ້ວ​ກໍ​ມີຄ່າ ພາສີ 5 ສ່ວນ​ຮ້ອຍ ທຸກ​ຢ່າງ 5 ສ່ວນ​ຮ້ອຍ ​ໝົດ ນ້ຳມັນ ອີ​ຫຍັງ.”

​ໃນ​ປັດຈຸບັນ​ນີ້ ປະຊາຊົນ​ລາວ ມີ​ບັນຫາ ​ໃນ​ການຄອງ​ຊີບ ​ແຕ່​ລະ​ມື້ ຍ້ອນ​ວ່າ ​ລາຍ​ໄດ້ ຕໍ່າບໍ່​ພໍ​ກັບ​ລາຍ​ຈ່າຍ. ທາງ​ການ​ລາວ​ ໄດ້​ອອກ​ຖ​ແລງ​ການ ​ໃນ​ກອງ​ປະຊຸມ ສະ​ພາ ​ຄັ້ງ​ທີ 5 ວ່າ ຣັຖບານ​ເອົາ​ໃຈ​ໃສ່ ​ທີ່​ສຸດ​ ໃນ​ບັນຫາ​ນີ້. ​ຣາຄາ​ ນ້ຳມັນ​ແພງ ຣັຖບານ ​ບໍ່​ສາມາດ ​ຄວບ​ຄຸມ​ໄດ້ ​ແຕ່​ຈະ​ແກ້​ໄຂ ​ໂດຍ​ການ​ສະ​ສົມ ອາຫານ​ ເພື່ອ​ເປັນການ ​ສຳຮອງ ​ແລະ ຫລຸດ​ການ​ນຳ​ເຂົ້າ ​ສິນຄ້າ ອື່ນໆ ນອກຈາກ​ນັ້ນ ຣັຖບານ​ ຍັງ​ເຊື່ອ​ວ່າ ການ​ກໍ່ສ້າງ​ເຂື່ອນ ຂາຍ​ໄຟ ຈະ​ເປັນ​ລາຍ​ ໄດ້​ຫຼັກ ​ເຮັດ​ໃຫ້​ລາວ ຫຼຸດ​ພົ້ນ ຈາກ ຄວາມ​ເປັນ​ປະ​ເທດ​ ດ້ອຍ​ພັດທະນາ.