ພະນັກງານຣັຖ ປອມແປງເອກກະສານ

ພະນັກງານຣັຖ ຫລາຍຄົນ ກໍາລັງຖືກ ດໍາເນີນຄະດີ ຍ້ອນມີສ່ວນ ຮ່ວມໃນການ ປອມແປງ ເອກກະສານ ຂອງທາງການ.
ໂພໄຊສວັດ
2010.10.01

ກົດຟັງສຽງ

ເຈົ້າໜ້າທີ່ຂັ້ນສູງ ຈາກກົມພາສີ ວ່າມີ ພະນັກງານຣັຖ ໃຊ້ສິດອຳນາດ ໂດຍຜິດກົດໝາຍ ໃນການອອກ ເອກກະສານ ຂອງທາງການ ແບບບໍ່ຖືກຕ້ອງ ແລະ ບໍ່ຖືກຕາມ ຂັ້ນຕອນທີ່ ທາງການໄດ້ ກຳນົດໄວ້. ການກະທຳ ດັ່ງກ່າວຖືວ່າ ລະເມີດ ກົດລະບຽບ ຂອງທາງການ. ຊຶ່ງຫ້ອງການ ປາບປາມ ແກ້ໄຂບັນຫາ ການ ສໍ້ຣາສບັງຫລວງ ຈະຕ້ອງເອົາ ມາຕການຂັ້ນ ເດັດຂາດ. ເຈົ້າໜ້າທີ່ ຂັ້ນສູງ ຈາກກົມພາສີ ອະທິບາຍ ກ່ຽວກັບ ເຣື້ອງນີ້ວ່າ:

"ບັນຫາກັບ ເຈົ້າໜ້າທີ່ຂອງຣັຖ ກໍແມ່ນເປັນ ບັນຫາໃຫຍ່ ໃນປັດຈຸບັນ ພາກັນປອມແປງ ພາກັນສ້າງ ຫລັກຖານຕ່າງໆ ເພື່ອຫລົບຫລີກ ພາສີອາກອນ ນີ້ຖືວ່າ ປອມແປງ ໝົດ ຂະເຈົ້າໃສ່ກາກວດ ສ້າງຕາປະທັບ ຂຶ້ນມາເອງ stamp ລາຍເຊັນຫຍັງ ຕ່າງໆເຮັດ".

ເຈົ້າໜ້າທີ່ເວົ້າ ຕໍ່ໄປວ່າ ພະນັກງານຣັຖ ລັກປອມແປງ ເອກກະສານ ໃນຫລາຍໆໜ່ວຍງານ ໂດຍສະເພາະ ກ່ຽວກັບການ ຂໍໃບ ອະນຸຍາດຕ່າງໆ ເຊັ່ນການຂໍ ອະນຸຍາດ ເປີດບໍຣິສັດ ຫ້າງຮ້ານ, ໃບຕາດິນ, ໃບອະນຸຍາດ ຊື້ຂາຍຣົດ, ເອກກະສານ ນຳຈ່າຍພາສີ. ປັດຈຸບັນນີ້ ຍັງມີຫລາຍຄົນ ທີ່ກຳລັງຖືກ ດຳເນີນຄະດີ ແລະ ຍັງມີຫລາຍ ກໍຣະນີ ທີ່ທາງການ ກຳລັງຮວບຮວມ ຫລັກຖານ ເພື່ອຈະເອົາ ຄວາມຜິດ.

ບັນຫາ ດັ່ງກ່າວນີ້ ເປັນບັນຫາໃຫຍ່ ທີ່ ພະນັກງານ ຂອງພາກຣັຖ ເປັນຜູ້ກະທຳ ຄວາມຜິດເອງ ຊຶ່ງຊໍ່ໃຫ້ ເຫັນວ່າບັນຫາ ການ ສໍ້ຣາສບັງຫລວງ ໃນລາວ ຍັງແຜ່ລະບາດ ຢ່າງກວ້າງຂວາງ.

ເຖິງຢ່າງໃດ ກໍຕາມ ກ່ຽວກັບບັນຫາ ດັ່ງກ່າວ ທາງການລາວ ໄດ້ເລີ້ມປາບປາມ ຢ່າງຈິງຈັງ ມາແຕ່ ດົນນານແລ້ວ ແລະ ຍອມຮັບວ່າ ເປັນບັນຫານຶ່ງ ທີ່ ພາກສ່ວນກ່ຽວຂ້ອງ ພຍາຍາມ ເຂັ້ມງວດແກ້ໄຂ ຢ່າງໜັກ ຕລອດມາ ແຕ່ກໍວ່າຍາກ ໃນການແກ້ໄຂ ເພາະເປັນບັນຫາ ຊຳເຮື້ອ ແລະແຜ່ລະບາດ ໄປທົ່ວທຸກພື້ນທີ່ ພາຍໃນປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.