ເງິນດອອລາຣ໌ ປອມ ໃນ ສປປລາວ
2009.07.17
ບັນຫາທີ່ມີ ທະນາບັຕປອມ ຂອງສະກຸນເງີນ ສະຫະຣັຖ ໃບລະ100ດອລລາຣ໌ ທີ່ຣະບາດຢ່າງ ແຜ່ຫລາຍຢູ່ ສປປລາວ ໂດຽສະເພາະ ໃນຕົວເມືອງໃຫຍ່ເຊັ່ນ: ນະຄອນຫລວງ ວຽງຈັນ ເມືອງຫລວງພຣະບາງ ສວັນນະເຂຕ ແລະຕາມບໍຣິເວນ ຊາຍແດນກັບ ປະເທສເພື່ອນບ້ານ ໄດ້ສ້າງຄວາມເສັຽຫາຍ ແລະວິຕົກກັງວົນ ໃຫ້ແກ່ປະຊາຊົນ ຢ່າງຫລວງຫລາຍ ພ້ອມຍັງເປັນກາຣ ສົ່ງຜົລກະທົບ ໃຫ້ຣາຄາເງີນກີບ ອ່ອນຕົວລົງຕື່ມ ອີກດ້ວຍ. ດັ່ງເຈົ້າໜ້າທີ່ ຈາກຕລາດກາຣຄ້າ ໃນນະຄອນ ຫລວງວຽງຈັນ ໄດ້ກ່າວວ່າ:
“ກໍຣະວັງເວລາ ເຂົາມາແຕກ ກໍຈະຈົດເລຂໄວ້ ແລະເອົາເບີຣ໌ ໂທຣະສັພໄວ້ ຖ້າປອມແລ້ວ ກໍໃຫ້ມາເອົາຄືນ ຈະເຈີປະມານເດືອນໜື່ງ ຫຍັງເວົ້າໄດ້ເຈີ ເຄີຽເສັຽໄປແລ້ວ ໃບໜື່ງກໍຫລຸບໄປ ເກືອບລ້ານເລີຽ.”
ໃນຂນະດຽວກັນນີ້ ເຈົ້າໜ້າທີ່ຈາກ ແຜນກທະນາບັຕ ກົມເງີນຕຣາ ແລະຄັງແສງ ທະນາຄານແຫ່ງຊາຕ ສປປລາວ ກໍວ່າ ກາຣຣະບາດ ຂອງທະນາບັຕປອມ ແບບນີ້ ຈະເຮັດໃຫ້ສິນຄ້າ ໃນຕລາດປັ່ນປ່ວນ ພ້ອມກັບ ຈະເປັນກາຣເຮັດ ໃຫ້ເງີນກີບລາວ ມີຣາຄາຕົກຕໍ່າລົງ ແລະວ່າ ໃບ100ດອລລາຣ໌ ປອມມັກຈະພົບເຫັນ ເກືອບທຸກມື້ ໂດຽມີຍອດຮວມ ທັງໝົດແຕ່ຕົ້ນປີ 2009ນີ້ມາເທົ່າ ປັຈຈຸບັນຮວມ ເປັນທັງໝົດປະມານ 40-50ພັນດອລລາຣ໌ ແລະທ່ານເອງ ກໍບໍ່ຮູ້ເປັນ ທີ່ແນ່ນອນວ່າ ທະນາບັຕ ປອມ ທີພົບເຫັນ ໃນເມືອງລາວ ດັ່ງປັຈຈຸບັນນີ້ນັ້ນ ແມ່ນມາແຕ່ໃສກັນແທ້? ແຕ່ເຊື່ອວ່າຄົງຈະ ບໍ່ແມ່ນຄົນລາວເອງ ເປັນຜູ້ຜລີຕ ຂື້ນມາແຕ່ຢ່າງໃດ ດັ່ງທີ່ທ່ານໄດ້ ໃຫ້ຄຳເຫັນວ່າ:
“ກຳລັງສືບສວນຢູ່ ກຳລັງສືບຖາມວ່າ ມັນຢູ່ບ່ອນໃດໆ ແຕ່ວ່າສ່ວນຫລາຍ ມັນຈັບບໍ່ໄດ້ ມັນຈັບໄດ້ແຕ່ ເປັນສ່ວນປາຍມັນຊື່ໆນ໋າ ຜູ້ເອົາໄປ ໃຊ້ຈ່າຍຊື່ໆ ທີ່ຈັບໄດ້ ຈັບໄດ້ເຮົາກໍເວົ້າ ຕາມກົດໝາຍແຫລະ ຕາມຕີຣາຄາ ແລ້ວອາຈຈະບໍ່ຢູ່ ເມືອງລາວ ອາຈຈະມາ (ຈາກ) ບ່ອນອື່ນ.”
ເຖີງຢ່າງໃດກໍຕາມ ໃນຂນະນີ້ກໍ ປາກົດວ່າ ປະຊາຊົນລາວ ກໍມີກາຣເພີ່ມ ຄວາມຣະມັດຣະວັງ ຫລາຍຂື້ນ ດັ່ງຈະເຫັນໄດ້ ຈາກກາຣໃຊ້ ທະນາບັຕດອລລາຣ໌ ໜ້ອຍລົງ ເພາະປະຊາຊົນ ຂາດຄວາມໄວ້ວາງໃຈ ແລະ ທາງທະນາຄາຣຕ່າງໆ ກໍສາມາດຈັດແຍກ ແລະຄວບຄຸມໄດ້ ເປັນຢ່າງດີ.