ໄທຈະສ້າງດ່ານສາກົລ ຢູ່ແຂວງເລີຽ

ຣັຖບາລໄທ ອະນຸມັຕ ງົບປະມານ ກວ່າ 90 ລ້ານບາທ ເພື່ອສ້າງຕຶກອາຄາຣ ດ່ານກວດ ຄົນເຂົ້າເມືອງ ຢູ່ແຂວງເລີຽ ໃຫ້ໄດ້ມາຕຖານ ເປັນດ່ານສາກົລ.
ຫວາດ ສີມູນ
2010.07.20

ທາງກາຣແຂວງເລີຽ ຂອງໄທຽ ມີແຜນທີ່ຈະສ້າງສາ ພັທນາເຂຕເມືອງທ່າລີ່ ໃຫ້ເປັນພື້ນທີ່ ເສຖກິຈໃໝ່ ເຊື່ອມເຂົ້າເຂຕເມືອງ ແກ່ນທ້າວ ແຂວງໄຊຍະບຸຣີ ຂອງລາວ ແລະກ້າວເຂົ້າສູ່ຫລາຍ ເຂຕອື່ນໆໃນອະນາຄົຕ ຊຶ່ງປັຈຈຸບັນທາງ ຣັຖບາລໄທຽກໍໄດ້ ອະນຸມັຕງົບປະມານກວ່າ 90 ລ້ານບາທ ສຳຫລັບໂຄງກາຣ ປຸກສ້າງຕຶກອາຄາຣ ດ່ານກວດຄົນເຂົ້າເມືອງ ໃຫ້ເປັນແບບມາຕຖານ ໂດຽມີເປົ້າໝາຍ ເພີ່ມມູລຄ່າກາຣຄ້າຂາຍ ຊາຍແດນ ໃຫ້ໄດ້ຫລາຍກວ່າ 3,000 ລ້ານບາທໃນແຕ່ລະປີ - ອີງຕາມກາຣຣາຍງານ ຂອງໜັງສືພິມ ຜູ້ຈັດກາຣຣາຍວັນໄທ ໃນມື້ວັນທີ່ 19 ກໍຣະກະດານີ້.

ຮອງຣັຖມົນຕຣີ ກະຊວງພານິຊ ທ່ານອະລົງກອຣ ພົລບຸຕ ໄດ້ແຈ້ງຕໍ່ທາງ ສື່ມວລຊົນວ່າ ໂຄງກາຣພັທນາ ໃນແຂວງເລີຽດັ່ງກ່າວ ທີ່ຖືກນຳສເນີ ຂໍງົບປະມານ 107 ລ້ານບາທນັ້ນ ຮວມທັງໂຄງກາຣ ກໍ່ສ້າງຕຶກອາຄາຣ ດ່ານກວດຄົນເຂົ້າເມືອງ ດ່ານພາສີອາກອນ ເມືອງທ່າລີ່ -ເມືອງແກ່ນທ້າວ ແຂວງໄຊຍະບຸຣີ ທັ້ງຂາເຂົ້າ-ຂາອອກ ພ້ອມກັບ ຕູ້ບັນຈຸສິນຄ້າຫລື Containers ແລະລານຈອດຣົຖ ແບບມາຕຖານ ຊຶ່ງທາງຣັຖບາລ ກໍໄດ້ເຫັນພ້ອມ ຕົກລົງອະນຸມັຕ 91 ລ້ານບາທ ໂດຽມີກຳໜົດສ້າງ 2 ປີ ແລະໃຫ້ແລ້ວພາຍ ໃນທ້າຍປີ 2012.

ສ່ວນໂຄງກາຣປັບປຸງ ແລະສ້າງຖນົນ 4 ເລນ ສຳຫລັບກາຣຈຣາຈອນ ທີ່ມີຄວາມຍາວ 8 ກິໂລແມ໊ຕ ເຊື່ອມຕໍ່ຈາກ ຫົວຂົວມິຕພາບ ລາວ-ໄທຽ ຂ້າມແມ່ນ້ຳເຫືອງ ໄປເຖິງເມືອງທ່າລີ່ນັ້ນ ກໍຜ່ານກາຣອະນຸມັຕ ເປັນທີ່ຮຽບຮ້ອຍໄປແລ້ວ ເຊັ່ນກັນ ໃນຈຳນວນ 36 ລ້ານບາທ ແລະມີກຳໜົດ ທີ່ຈະເຣີ່ມກາຣສ້າງ ໃນຕົ້ນເດືອນມົກກະຣາ 2011 ທີ່ຈະມາເຖິງນີ້.

ເຈົ້າໜ້າທີ່ທາງກາຣໄທ ໄດ້ແຈ້ງເພີ່ມວ່າ ໂຄງກາຣທັງໝົດ ແມ່ນຕົກຢູ່ໃນແຜນ ຂອງກາຣພັທນາເຂຕ ພື້ນທີ່ເມືອງເລີຽ ເພື່ອເຊື່ອມໂຍງ ກັບແຂວງໄຊຍະບຸຣີ ໂດຽມີຈຸດປະສົງ ເພື່ອດຶງດູດເອົາ ນັກທຸຣະກິຈ ຊາວຕ່າງປະເທສ ຊາວຈີນ ເຂົ້າມາລົງທຶນ ສ້າງໂຮງງານຜລິຕ ຢາງຣົຖຕ່າງໆ ພ້ອມກັບສ້າງໂຮງງານ ຮັບຊື້ນ້ຳຢາງພາຣາ ໃນເຂຕພື້ນທີ່ດັ່ງກ່າວ ນີ້ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.