ຕລາດຫລັກຊັບໃນລາວ ໃກ້ຈະເປີດແລ້ວ

ທາງການລາວ ຈະປະກາດ ຈັດເປີດ ຕລາດຫລັກຊັບ ຢ່າງເປັນທາງການ ໃນເດືອນຕຸລາ 2010 ນີ້.
ມະນີຈັນ
2010.05.04

ຕລາດຫລັກຊັບ ແຫ່ງທໍາອິດ ຂອງລາວ ຈະມີການ ຈັດພິທີເປີດ ອາຄານ ໃນເດືອນຕຸລາປີ 2010 ນີ້  ແລະ ຈະເປີດທົດລອງ ການຊື້ຂາຍຫລັກຊັບ ຊ້າກວ່າແຜນການ ທີ່ໄດ້ວາງອອກ ເປັນໃນຕົ້ນປີ 2011.  ສ່ວນບໍຣິສັດ ທີ່ຈະເຂົ້າມາ ລົງທຶນ ໃນຕລາດຫລັກຊັບ ລາວ ໃນລະຍະທໍາອິດ ກໍມີບໍຣິສັດ ເບັຽລາວ ນໍ້າຫວານລາວ ກຸ່ມ ໂທຣະຄົມມະນາຄົມ. ສ່ວນການຕຣຽມ ບຸຄລາກອນ ເຮັດວຽກນັ້ນຖືວ່າ ມີຄວາມພ້ອມໝົດແລ້ວ. ຕາມຄໍາເວົ້າຂອງ ທ່ານ ເດດພູວັງ ມູນຣັດ ຫົວໜ້າການກໍ່ ຕັ້ງຕລາດ ຫລັກຊັບ ສປປລາວ:

"ຈະປະກາດຢ່າງ ເປັນທາງການ ປະກາດສ້າງຕັ້ງ ຢ່າງເປັນທາງການ ກໍວັນທີ 10 ເດືອນ 10 ໂດຍສ່ວນຮ່ວມ ກໍຖືວ່າ ເດີນໜ້າຄືເກົ່າ ຫັ້ນແຫລະ".

ທ່ານກ່າວຕໍ່ໄປວ່າ ການພັທນາ ກໍ່ສ້າງຕລາດຫລັກຊັບ ແຫ່ງທໍາອິດນີ້ ມີ 3 ແຜນງານຄື ຄົ້ນຄ້ວາ ເຮັດບົດວິພາກ ຊຶ່ງສໍາເຣັດແລ້ວ; ສອງ ແຜນປະຕິບັດການ ໂດຍ ສະເພາະ ວຽກງານກໍ່ສ້າງ ແລະການພັທນາ ພນັກງານກໍມີຄວາມ ຄືບໜ້າຫລາຍແລະ ໃນເດືອນຕຸລານີ້ ຈະມີການປະກາດ ຕັ້ງສໍານັກງານ ຕລາດຫລັກຊັບ ຢ່າງເປັນ ທາງການ ແລະໄດ້ສໍາເຣັດ ການຈັດຕັ້ງຄະນະ ກັມມະການ ຄຸ້ມຄອງຕລາດຫລັກຊັບ ຮຽບຮ້ອຍແລ້ວ ແລະ 3 ຄື ການພິຈາຣະນາ ຄັດເລືອກບໍຣິສັດ ເຂົ້າຮ່ວມໃນ ຕລາດຫລັກຊັບ  ຊຶ່ງກໍາລັງ ພິຈາຣະນາ ຄັດເລືອກວ່າ ບໍຣິສັດໃດ ມີຄຸນສົມບັດ ເໝາະສົມກັບຕລາດ ຫລັກຊັບລາວ ຊຶ່ງກໍຈະເລືອກໄດ້ ໄວໆນີ້.

ສໍາລັບບໍຣິສັດ ທີ່ຈະເຂົ້າຮ່ວມ ຕລາດຫລັກຊັບລາວ ກໍຍັງມີແນວໂນ້ມ ວ່າຈະເປັນບໍຣິສັດ ນໍ້າຫວານ ເບັຽລາວ ແລະໂທຣະຄົມມະນາຄົມ ແຕ່ໃນຂະນະນີ້ ຍັງບໍ່ມີການ ຢືນຢັນ ຢ່າງເປັນທາງການ ຕ້ອງຂຶ້ນຢູ່ກັບ ການພິຈາຣະນາ ຢ່າງລະອຽດເທື່ອ ສຸດທ້າຍ  ແລະຈະແຈ້ງອີກ ເທື່ອນຶ່ງ ເມື່ອໃກ້ການເປີດ ຕລາດຫລັກຊັບ ຢ່າງເປັນທາງ ການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.