ເສຖກິດ ລາວ ທຸ່ນທ່ຽງ, ແຕ່ພາວະເງິນເຝີ້ ອາດກໍ່ໃຫ້ ເກີດບັນຫາ

ເສຖກິດ ໂດຍທົ່ວໄປ ຂອງລາວ ກໍຍັງຢູ່ໃນຂັ້ນ ປົກກະຕິ ດີ, ມີແຕ່ ການສ່ຽງ ອັນຕະລາຍ ຂອງການ ເພີ້ມຂື້ນ ຂອງພາວະ ເງິນເຝີ້. ຜົນຮວມຍອດການຜລິດຜົນພາຍໃນປະເທດ ຂື້ນສູງກ່ວາ 7 ສ່ວນຮ້ອຍ ໃນປີ 2007.

ລາຍ​ງານ ຂອງ ທະນາຄານ​ໂລກ ຈາກ​ນະ​ຄອນ​ຫຼວງ​ ວຽງ​ຈັນ ​ໃນ​ເດືອນ ​ເມສາ ​ຜ່ານ​ມາ​ນີ້ ​ວ່າ ເສຖກິດ ​ຂອງ​ລາວ ​​ໂດຍ​ທົ່ວ​ໄປຢູ່​ໃນ​ສະພາບ ​ທີ່​ດີ ມີ​ການ​ຂ​ຍາຍ​ໂຕ​ຂື້ນ. ຜົນ​ຮວມຍອດການ​ຜລິ​ດຜົນ​ພາຍ​ໃນປະ​ເທດຂື້ນ​ສູງ​ກ່ວາ 7 ສ່ວນ​ຮ້ອຍ ​ໃນ​ປີ 2007. ໄດ້​ມີ​ການ​ເພີ້​ມຂື້ນ ດ້ານການ​ຜລິ​ດຜົນ ຂອງ​ອຸດສາຫະກັມ ຂຸດ​ຄົ້ນ​ບໍ່​ແຮ່, ອຸດສາຫະກັມ ​ການ​ຜລິດ ທົ່ວ​ໄປ, ການ​ກະ​ເສດ, ການ​ໄຟຟ້າ​ນ້ຳຕົກ, ການທ່ອງທ່ຽວ ​ແລະ ການ​ບໍຣິການ ​ອື່ນໆ. ສປປລາວ ​ໂຊກ​ດີ ​ທີ່​ເປັນ​ປະ​ເທດ ທີ່​ອ້ອມ​ລ້ອມ ດ້ວຍ​ປະ​ເທດ ທີ່ມີ​ເສ​ຖກິດ ​ທີ່ຂ​ຍາຍ​ໂຕ​ຂື້ນ​ໄວ ຂອງ​ໂລກ. ສປປລາວ ​ພອຍໄດ້​ຮັບ ​ຜົນກຳ​ໄລ ຈາກ​ຄວາມ​ຕ້ອງການ ສິນຄ້າ​ ​ແລະ ການ​ລົງທຶນ​ ​ໃຫຍ່ໆ ໂດຍກົງ​ ຈາກ​ຕ່າງປະ​ເທດ ​​ໃກ້​ຄຽງ ເຊັ່ນ ຈີນ, ວຽດນາມ ​ແລະ ​ໄທ.

ເສຖກິດ ໂດຍ​ທົ່ວ​ໄປ ຂອງ​ລາວ ກໍ​ຍັງ​ຢູ່​ໃນ​ຂັ້ນ ​ປົກກະຕິ​ ດີ, ມີ​ແຕ່ ​ການ​ສ່ຽງ ອັນຕະລາຍ ຂອງ​ການ ​ເພີ້​ມຂື້ນ ຂອງພາວະ ເງິນ​ເຝີ້. ​ໃນ​ປີ 2007 ພາວະ ເງິນ​ເຝີ້ ກໍ​ຕົກ​ຢູ່​ ໃນ​ລະດັບ 4.5 ສ່ວນ​ຮ້ອຍ ​ແຕ່​ໄດ້ ຍູ້​ຂື້ນ​ຮອດ 6.4 ສ່ວນ​ຮ້ອຍ ​ໃນ​ເດືອນ ກຸມພາ 2008. ​ໂດຍ​ມີ ຄ່າ​ນ້ຳມັນ​ແພງ​ຂື້ນ ບັງຄັບ​ໃຫ້ ຄ່າ​ຂົນ​ສົ່ງ​ ຄ່າ​ກໍ່ສ້າງ ຄ່າ​ອຸບປະກອນ ນຳ​ເຂົ້າ ​ແລະ ຄ່າ​ກະສິກັມ ສູງ​ຂື້ນ. ເງິນ​ກີບ ຫຼຸດ​ຣາຄາ ຮອດ 9 ສ່ວນ​ຮ້ອຍ ປຽບ​ໃສ່​ເງິນ ​ໂດ​ລາ ສະຫາຣັດ ​ແລະ ຍັງ​ຄົງ​ຕົວຢູ່ ປຽບ​ໃສ່ ​ເງິນບາດ​ໄທ ​ໃນ​ລະຫວ່າງ 6 ​ເດືອນ ຈາກ ​ເດືອນ​ຕຸລາ​ ປີ​ກາຍ ຮອດ ​ເດືອນມີນາ​ 2008.

​ເຖິງ​ວ່າ ​ໂຄງ​ຫ່າງ​ກົດໝາຍ ຈະ​ຊຸ​ກຍູ້ ​ເພີ້​ມພູນ​ ກາ​ນຄ້າ ​ຕ່າງປະ​ເທດ ​ແລະ ຜແນ​ກ ​ເອກ​ກະ​ຊົນ ​ແຕ່​ພາກ​ປະຕິບັດ ຍັງ​ບໍ່​ໄດ້​ເປັນ​ໄປ ​ຕາມທີ່​ຂໍ້​ບັງຄັບ ​ໄດ້​ລະບຸ​ໄວ້ ​ເທື່ອ. ຄວາມ​ກ້າວໜ້າ​ ໃນ​ການໃຊ້​ກົດໝາຍ​ການຄ້າ ນີ້ ​ກໍ​ມີ ​ແນ່​ແລ້ວ ຍ້ອນ​ວ່າ ​ກົດໝາຍ​ ວິ​ສາ​ຫະກິດ, ກົດໝາຍ ກ່ຽວ​ກັບ​ການຂຸດ​ຄົ້ນ ​ບໍ່​ແຮ່, ກົດໝາຍ ກ່ຽວ​ກັບ ການທ່ອງທ່ຽວ ​ໄດ້​ເປັນ ອົງ​ປະກອບ​ໃຫ້.

ກົດໝາຍ​ໃໝ່ ກ່ຽວ​ກັບ ທະນາຄານ ​ການ​ຄ້າ, ການ​ແລກປ່ຽນ​ ເງິນຕຣາຕ່າງປະ​ເທດ, ການ​ຕີຣາຄາ ທາດ​ຫີນ ທີ່​ມີຄ່າ ກໍ​ໄດ້​ເລີ້ມ ນຳ​ເອົາ​ມາ​ໃຊ້ ​ໃນ​ປີ 2007. ​ແມ່ນ​ແ​ຕ່ ການ​ຄວບ​ຄຸມ​ ທາງດ້ານ ທະນາຄານ​ ຂອງຣັຖ ກໍ​ໄດ້​ຮັບ​ການ​ປັບປຸງ ​ເຊັ່ນ​ດຽວ​ກັນ.