ເສຖກິດການຄ້າຕົກຕໍ່າ ຄົນວ້າງງານເພີ້ມຂຶ້ນ

ນາຍົກຣັຖມົນຕຣີ ສປປລາວ ກ່າວວ່າ ການສົ່ງອອກ ຫລຸດລົງ, ການເກັບພາສີ ຕໍ່າລົງ, ແຕ່ ຈຳນວນຄົນ ວ້າງງານ ເພີ້ມຂື້ນ.

ກອງປະຊຸມສະພາ ສມັຍສາມັນຄັ້ງທຳອິດ ທີ່ນະຄອນຫລວງວຽງຈັນ
ກອງປະຊຸມສະພາ ສມັຍສາມັນຄັ້ງທຳອິດ ທີ່ນະຄອນຫລວງວຽງຈັນ (Photo: AFP)

0:00 / 0:00

ທ່ານ ບົວສອນ ບຸບຜາວັນ ນາຍົກຣັຖມົນຕຣີ ສປປລາວ ກ່າວໃນການ ເປີດກອງປະຊຸມ ສະພາສໄມສາມັນ ເທື່ອທີ7 ແຫ່ງຊາດຊຸດທີ6 ອີງຕາມ ລາຍງານຂ່າວຈາກ ວິທຍຸ ຂອງທາງການລາວ ເມື່ອວັນຈັນ ນີ້ໂດຍໃຫ້ຂໍ້ ສັງເກດວ່າໃນ ປີນີ້ການ ສົ່ງອອກສິນຄ້າ ຫລຸດລົງ ການເກັບ ພາສີອາກອນ ກໍຕົກຕໍ່າຊ້ຳບໍ່ພໍ ຈຳນວນຄົນຕົກງານ ພັດເພີ້ມສູງຂື້ນ.

ພ້ອມດຽວກັນນັ້ນ ປະທານ ສະພາແຫ່ງຊາດ ທ່ານ ທອງສິງ ທັມມະວົງ ກໍໄດ້ໃຫ້ຂໍ້ ສັງເກດ ເຊັ່ນດຽວກັນວ່າ ເສຖກິດລາວ ໃນປັດຈຸບັນນີ້ ກຳລັງປະເຊີນ ກັບການທ້າ ທາຍ ອັນຍິ່ງໃຫຍ່ ສາມຢ່າງ ຮວມທັງບັນຫາ ວິກິດການຂອງ ເສຖກິດໂລກ ບັນຫາສະພາບ ອົບເອົ້າຂອງອາກາດ ແລະເຊື້ອ ໄຂ້ຫວັດສາຍພັນ H1N1 ຊຶ່ງທັງໝົດນີ້ ສົ່ງຜົນກະທົບ ຕໍ່ສະພາບການ ທ່ອງທ່ຽວຂອງລາວ ໂດຍກົງ.

ລາຍງານຂ່າວຈາກ ວິທຍຸ ຂອງທາງການລາວ ຍັງເປີດເຜີຍ ຕື່ມອີກວ່າ ເຖິງວ່າລາວ ຈະໄດ້ຮັບເກາະ ກັນບັງ ຈາກບັນຫາ ວິກິດການ ຂອງເສຖກິດໂລກ ບ້າງເລັກ ນ້ອຍກໍຕາມ ແຕ່ຣັຖບານລາວ ກໍພິຈາຣະນາ ທີ່ຈະປ່ຽນແປງ ກົດໝາຍດ້ານ ການລົງທຶນຈາກ ຕ່າງປະເທດໃໝ່ ເພື່ອດຶງດູດ ບໍຣິສັດ ຕ່າງດ້າວໃຫ້ເຂົ້າ ມາລົງທຶນພາຍ ໃນປະເທດຫລາຍຂື້ນ ອີງຕາມຄໍາກ່າວ ຂອງທ່ານ ນາຍົກຣັຖມົນຕຣີ.

ກອງປະຊຸມ ສະພາສໄມສາມັນ ເທື່ອທີ7 ແຫ່ງຊາດຊຸດທີ6 ຂອງສະມາຊິກ ສະພາເລີ້ມແຕ່ ວັນຈັນທີ22 ມິຖຸນາ ນີ້ແລະມີກຳໜົດ ຊິ້ນສຸດລົງໃນ ວັນຈັນທີ6 ກໍຣະກະດາ.