ການຄອບຄອງທີ່ດິນ ແບບບໍ່ຖືກຕ້ອງ

ມີການຍຶດໃຊ້ ຄອບຄອງທີ່ດິນ ຢ່າງຜິດກົດໝາຍ ໃນເຂດເມືອງ ໄຊທານີ.
ຈະເຣີນສຸກ
2010.10.04

ກົດຟັງສຽງ

ມີຊາວບ້ານ ແລະ ເຈົ້າໜ້າທີ່ ເຂົ້າໄປຄອບຄອງ ເອົາພື້ນທີ່ດິນ ທີ່ທາງ ເຈົ້າໜ້າທີ່ ກໍາແພງນະຄອນ ໄດ້ຈັດສັນໄວ້ໃຫ້ ຄອບຄົວ ທີ່ຍ້າຍອອກຈາກ ບ້ານເຮືອນ ຂອງຂະເຈົ້າ ເພື່ອສະຣະບ້ານເຮືອນ ແລະ ດິນ ໃຫ້ໂຄງການ ພັທນາຕ່າງໆ. ອີງຕາມຣາຍງານ ຂອງແຫລ່ງຂ່າວ ຂອງທາງການລາວ ໃນມື້ວັນທີ 4 ຕຸລານີ້.

ພື້ນທີ່ດິນ ດັ່ງກ່າວ ມີເນື້ອທີ່ 61.3 ແລະ 32 ເຮັກຕາຣ ຢູ່ ດົງບ້ານໄຊ ຊຶ່ງເປັນພື້ນທີ່ ສງວນໄວ້ ໃນເຂດເມືອງ ໄຊທານີ. ພື້ນທີ່ ດັ່ງກ່າວ ໄດ້ຖືກຈັດສັນໃຫ້ ຄອບຄົວ ທີ່ຍ້າຍອອກຈາກ ເຂດທີ່ຣັຖບານ ມອບໃຫ້ຈີນ ສ້າງສນາມກິລາ ເອເຊັຍ ຕາເວັນອອກສ່ຽງໃຕ້ ເມື່ອປີກາຍນີ້, ສນາມກັອຟ ຂອງເກົາຫລີ ແລະ ເຂດຂຍາຍພື້ນທີ່ ທາດຫຼວງ.

ຕໍ່ເຫດການດັ່ງກ່າວ ທ່ານ ສົມບັດ ເຢັຍລີເຮີ, ເຈົ້າຄອງກໍາແພງ ນະຄອນວຽງຈັນ ຮຽກຮ້ອງ ໃຫ້ປະຊາຊົນ ແລະ ເຈົ້າໜ້າທີ່ ທີ່ຄອບຄອງ ພື້ນທີ່ດິນ ທີ່ຜິດກົດໝາຍ ນັ້ນ ຍ້າຍອອກຈາກ ພື້ນທີ່ດັ່ງກ່າວ ເພາະວ່າ ທາງເຈົ້າໜ້າທີ່ ກ່ຽວຂ້ອງ ຈະໄດ້ຈັດສັນ ໃຫ້ແກ່ຊາວບ້ານ ທີ່ໄດ້ຖືກ ມອບໝາຍໃຫ້ນັ້ນ. ທ່ານຄຶດວ່າ ເຈົ້າໜ້າທີ່ ທະຫານ ແລະ ປະຊາຊົນ ຈໍານວນນຶ່ງ ຜູ່ທີ່ນໍາໃຊ້ ພື້ນທີ່ດິນ ດັ່ງກ່າວ ບໍ່ເຂົ້າໃຈ ຈຸດປະສົງ ຂອງພວກທ່ານ ທີ່ວ່າ ພວກຂະເຈົ້າ ບໍ່ໄດ້ຢູ່ໃນກຸ່ມ ທີ່ຖືກໂຍກຍ້າຍ ຈາກໂຄງການພັທນາ.

ເຖິງຢ່າງໃດ ກໍດີ, ທ່ານ ອະທິບາຍຕື່ມວ່າ ພວກທີ່ ເຂົ້າຄອບຄອງ ທີ່ດິນນັ້ນ ເນື່ອງຈາກວ່າ ພວກຂະເຈົ້າ ໄດ້ຮັບຂໍ້ມູນ ທີ່ບໍຖືກຕ້ອງ ຈາກຄົນບໍ່ຫວັງດີ ທີ່ເວົ້າວ່າ ພື້ນທີ່ດິນ ໃນເຂດດັ່ງກ່າວ ແມ່ນສໍາລັບ ຜູ່ທີ່ບໍ່ມີດິນ ເປັນຂອງຕົນເອງ. ແລະ ປັດຈຸບັນ ບາງຈໍານວນ ກໍໄດ້ປຸກເຮືອນ ໃສ່ເນື້ອທີ່ ປະມານ 12 ເຮັກຕາຣ ແລ້ວ, ຊຶ່ງເປັນບ່ອນທີ່ ເຈົ້າໜ້າທີ່ ໄດ້ບຸກເບີກ ໄວ້ໃຫ້ ພວກທີ່ຖືກໂຍກຍ້າຍ ອອກຈາກເຂດພັທນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.