ຍິງລາວ ໃນເຂດຊົນນະບົດ ມີບັນຫາຮຽນຮູ້
2010.02.19
ເຈົ້າຫນ້າທີ່ ຈາກສະຫະພັນ ແມ່່ຍິງລາວ ທີ່ນະຄອນຫລວງ ວຽງຈັນ ນາງນຶ່ງເວົ້າວ່າ ສະຫະພັນ ແມ່ຍິງລາວ ໃນປັດຈຸບັນ ປະສົບ ກັບບັນຫາ ຫຍຸ້ງຍາກ ກ່ຽວກັບ ການສິດສອນ ຄວາມຮູ້ ແລະ ແນວຄິດ ແກ່ແມ່ຍິງລາວ ໃນເຂດ ຊົນນະບົດ ຍ້ອນແມ່ຍິງ ກຸ່ມດ່ັງກ່າວ ສ່ວນຫລາຍ ມີຄວາມຮູ້ຫນ້ອຍ ບໍ່ໄດ້ເຂົ້າ ໂຮງຮຽນ ບາງກຸ່ມ ກໍ່ເວົ້າ ພາສາລາວ ບໍ່ໄດ້ ເພາະເປັນຊົນເຜົ່າ ໃນລາວ. ດັ່ງນາງກ່າວ ໃນຕອນນຶ່ງວ່າ:
"ທຳງານ ເຮັດວຽກແນວຄິດ ຮູ້ສືກວ່າ ຍາກຫລາຍ ເພາະວ່າ ແມ່ຍີິງລາວ ຂອງພວກເຮົາ ສ່ວນໃຫຍ່ ຈະຢູ່ໃນ ທ້ອງຖີ່ນ ຮາກຖານເຂດ ຊົນນະບົດ ຣະດັບການ ສຶກສາ ຂະເຈົ້າ ຂ້ອນຂ້າງຕ່ຳ ຄວາມຮັບຮູ້ ພາສາກາງ ພາສາລາວ ຂອງພວກເຮົາ ເຫັນວ່າ ຍັງບໍ່ສາມາດ ກຸ້ມຕົນໄດ້".
ນາງກ່າວ ຕໍ່ໄປວ່າ ນອກຈາກຂາດ ຄວາມຮູ້ ແລະ ຄວາມເຂົ້າໃຈ ທາງດ້ານ ພາສາແລ້ວ ທາງສະຫະ ພັນແມ່ຍິງລາວ ຍັງມີບັນຫາ ດ້ານງົບປະມານ ທີ່ຈະລົງໄປ ສິດສອນ ພວກຂະເຈົ້າ ໃຫ້ທົ່ວເຖີງ ຕາມເຂດຕ່າງໆ ໄດ້ອີກ ຊຶ່ງໃນແຕ່ ລະປີ ງົບປະມານ ຂອງສະຫະພັນ ກໍ່ລຸດລົງ ຢ່າງຕໍ່ເນື່ອງ ນີ້ ກໍ່ເປັນ ສາເຫດນຶ່ງ ທີ່ເຮັດໃຫ້ ແມ່ຍິງລາວ ໃນເຂດຫ່າງໄກ ສອກຫລີກຂອງລາວ ບໍ່ຖືກ ຍົກຣະດັບ ໃຫ້ເຖິງຖອງໄດ້. ນາງກ່າວ ເພີ້ມອີກວ່າ:
"ອັນນີ້ມັນ ຈະເປັນໄປ ບໍ່ໄດ້ ເພາະວ່າຄື ທ່ານຮູ້ເນາະ ຄົນນຶ່ງ ໃນສມັຍມັນ ກໍ່ມີລຸ້ນເກົ່າ ລຸ້ນໃຫມ່ ລຸ້ນກາງ ແລະ ກໍລຸ້ນນ້ອຍ ຄິດວ່າ ບັນຫານີ້ມັນ ກໍ່ຈະເກີດຂື້ນໄປ ເລື້ອຍໆ ພວກເຮົາກໍ ພຍາຍາມອົບຣົມ ແລະ ກໍ່ປັບປຸງເລື້ອຍໆ ຄິດວ່າອັນນີ້ ມັນຈະຫມົດ ໄປບໍ່ໄດ້".
ໃນທີ່ສຸດ ນາງວ່າ ຍ້ອນເຫດດັ່ງກ່າວ ແມ່ຍີງລາວ ໃນເຂດ ຊົນນະບົດ ຈຶ່ງຕົກເປັນເຫຍື່ອ ຂອງຂະບວນການ ຄ້າມະນຸດ ຫລາຍຂື້ນ ໃນເວລານີ້ ເພາະພວກຂະເຈົ້າ ບໍ່ຮູ້ ແລະ ບໍ່ເຂົ້າໃຈ ເຖິງການ ຕົວະຍົວະ ຫລອກລວງ ຂອງກຸ່ມດັ່ງກ່າວ ຍ້ອນຂາດຄວາມຮູ້ ແລະຄວາມເຂົ້າ ໃນບັນຫາ.