ຂົວມິຕພາບ ລາວໄທແຫ່ງທີສາມ ຈະເປີດໃນປີ 2011
2010.07.28
ໂຄງການ ກໍ່ສ້າງຂົວ ຂ້າມນ້ຳຂອງ ມິຕພາບ ລາວ-ໄທ ແຫ່ງທີ 3 ຣະຫວ່າງ ແຂວງ ຄຳມ່ວນ ຂອງລາວ ກັບແຂວງ ນະຄອນພະນົມ ຂອງໄທ ມີຄວາມຄືບ ໜ້າຫລາຍ ພໍສົມຄວນ ໜ່ວຍງານ ກ່ຽວຂ້ອງ ໄດ້ມີກຳນົດ ການເປີດໃຊ້ ຢ່າງເປັນ ທາງການແລ້ວ ໃນວັນທີ 11 ເດືອນ 11 ປີ 2011 ແລະ ແຜນການ ກໍ່ສ້າງຂົວ ດັ່ງກ່າວ ກໍ່ຈະ ສຳເຣັດ ຕາມເປົ້າໝາຍ. ເຈົ້າໜ້າທີ່ ໂຄງການກໍ່ສ້າງ ຂົວດັ່ງກ່າວ ເວົ້າວ່າ:
"ຕາມສັນຍາ ແລ້ວກໍ່ແມ່ນ ວັນທີ 11 ເດືອນ 11 ປີ 2011 ນັບແຕ່ ດຳເນີນໂຄງການ ແຕ່ເລີ້ມຕົ້ນ ຜ່ານມາ ປາກົດວ່າ ບໍ່ມີ ບັນຫາ ອະໄຣ ຈະເປັນອຸປສັກ ຫລືກີດຂວາງ ການກໍ່ສ້າງ ຣະຫວ່າງ ລາວແລະໄທ ປາກົດວ່າ ດຳເນີນການ ໄປໂດຍຣາບຣື້ນ".
ໂຄງການສ້າງ ຂົວຂ້າມ ນ້ຳຂອງ ແຫ່ງດັ່ງກ່າວ ປັດຈຸບັນ ສຳເຣັດແລ້ວ 50% ເສົາຕໍ່ຂົວ ກໍ່ສຳເຣັດ ຫມົດແລ້ວ ແລະ ການກໍ່ສ້າງ ກໍເປັນໄປ ຢ່າງວ່ອງໄວ ເກີນທີ່ຄາດ ໄວ້ ຄິດວ່າຈະ ສຳເຣັດແນ່ນອນ ແລະ ຈະສາມາດ ເປີດໃຊ້ຢ່າງ ເປັນທາງການໄດ້ ໃນວັນທີ 11 ເດືອນ 11 ປີ 2011.
ຂົວມິຕພາບ ຂ້າມນ້ຳຂອງ ມິຕພາບ ລາວ-ໄທ ແຫ່ງທີ 3 ຣະຫວ່າງ ແຂວງຄຳມ່ວນ ກັບແຂວງ ນະຄອນພະນົມ ຂອງໄທ ແຫ່ງນີ້ ແມ່ນການຮ່ວມມື ຣະຫວ່າງສອງ ປະເທດ ລາວ-ໄທ ໃນການກໍ່ສ້າງ ເພື່ອເຊື່ອມ ສຳພັນ ແລະ ເປີດເປັນເສັ້ນ ທາງການຄ້າ ການທ່ອງທ່ຽວ ໃນພາກ ສ່ວນແຫ່ງນີ້ ຂອງ 3 ປະເທດ ລາວ-ໄທ ແລະ ວຽດນາມ ພາຍໃຕ້ ງົບປະມານ 32 ລ້ານໂດລາ ສະຫະຣັຖ.