ຜົນກະທົບຂອງ ເຂື່ອນໄຊຍະບູຣີ
2010.10.19
ກົດຟັງສຽງ
ໂຄງການສ້າງເຂື່ອນ ໄຟຟ້າ ໄຊຍະບູຣີ ຈະສົ່ງຜົນກະທົບ ໄປໃນທາງ ທີ່ບໍ່ດີ ຕໍ່ປະຊາຊົນລາວ 2,000 ຄົນ ແລະປະຊາຊົນ ໃນປະເທດຕ່າງໆ ທີ່ຢູ່ເຂດແມ່ນ້ຳຂອງ ຕອນລຸ່ມ. ຕາມຄໍາເວົ້າຂອງທ່ານ ມົນຕຣີ ຈັນທະວົງ ເຈົ້າໜ້າທີ່ ອົງການ ສິ່ງແວດລ້ອມ TERRA ຂອງໄທ ຢູ່ໃນກອງປະຊຸມ ກ່ຽວກັບ ຜົນປະໂຫຍດ, ຄວາມຈໍາເປັນ ແລະ ຜົນກະທົບ ຈາກເຂື່ອນໄຊຍະບູຣີ ທີ່ຕຶກຣັຖສະພາ ທີ່ບາງກອກ ປະເທດໄທ. ທ່ານວ່າ:
"ຜົນກະທົບ ຕໍ່ຊຸມຊົນ ຈະມີຜົນກະທົບ ໂດຍກົງ ຈະມີການອົພຍົບ ໝູ່ບ້ານໃນ ປະເທດລາວ 10 ບ້ານ ຊຶ່ງມີປະຊາກອນ ປະມານ 2,000 ກວ່າຄົນ. ແຕ່ຈະມີຄົນ ຫລາຍກວ່າ 2 ແສນຄົນ ໃນບໍຣິເວນນັ້ນ ຈະໄດ້ຮັບຜົນ ກະທົບ ທາງອ້ອມ ຄືຊຸມຊົນ ທີ່ຢູ່ຫ່າງຈາກ ແມ່ນ້ຳຂອງລົງມາ ປະມານ 5 ຫລັກກິໂລແມັດ".
ທ່ານເວົ້າຕື່ມວ່າ ປະຊາຊົນ ໃນບໍຣິເວນ ທີ່ວ່ານັ້ນ ມີອາຊີບຕ່າງໆ ຮວມທັງທຳການ ການປະມົງ, ຮ່ອນຄຳ, ຂົນຫີນໄປຂາຍ ເພື່ອລ້ຽງຊີພ. ປະຊາຊົນ ມີຄວາມທຸກຍາກ ຢູ່ແລ້ວ ຖ້າຫາກເກີດມີ ເຂື່ອນໄຟຟ້າ ໃນທີ່ນັ້ນ ກໍຍິ່ງຈະເຮັດໃຫ້ ປະຊາຊົນ ທຸກຍາກຫລາຍຂຶ້ນ ກວ່າເດີມແນ່ນອນ ເພາະວ່າ ເຂື່ອນຈະທໍາລາຍ ວິຖີຊີວິດ ແລະແຫລ່ງ ທຳມາຫາກິນ ຂອງພວກເຂົາເຈົ້າ.
ນອກຈາກນັ້ນແລ້ວ ຍັງຈະກະທົບ ໃສ່ປະຊາຊົນ ທີ່ຢູ່ໃຕ້ເຂື່ອນ ລົງມາ ແລະ ໃສ່ປະຊາຊົນ ປະເທດເພື່ອນບ້ານອີກ ເປັນຈຳນວນຫລວງຫລາຍ. ທ່ານ ຫານນະຣົງ ເຍົາວະເລີດ ປະທານມູນນິທິ ບໍຣິຫານນ້ຳ ແບບບູຣະນະ ເວົ້າວ່າ ຈາກການ ສອບຖາມຊາວບ້ານ ທີ່ຢູ່ແຄມຝັ່ງ ແມ່ນ້ຳຂອງ ແຂວງ ໄຊຍະບູຣີ ທີ່ອາດຈະຖືກ ໂຍກຍ້າຍ ອອກຈາກບ້ານ ເດີມນັ້ນ ພວກເຂົາເຈົ້າບອກວ່າ ທາງການລາວ ກຳລັງຈັດສັນ ບ້ານໃໝ່ ຢູ່ເຂດທາງເໜືອ ແຕ່ຍັງບໍ່ຮູ້ວ່າ ຈະຢູ່ບ່ອນໃດແທ້ ແລະກໍບໍ່ຮູ້ ອະນາຄົດ ວ່າຈະໄປ ປະກອບອາຊີບ ຫຍັງ, ຢ້ານວ່າຈະປັບຕົວ ເຂົ້າທີ່ໃໝ່ ນັ້ນບໍ່ໄດ້ ແລະບໍ່ມີອາຊີບ ແທນອາຊີບປະມົງ.
ໂຄງການເຂື່ອນ ໄຊຍະບູຣີ ສາມາດຜລິດ ກະແສໄຟຟ້າໄດ້ 1,260 ເມກາວັດ ຊຶ່ງບໍຣິສັດ ຊໍ ການຊ່າງ ຂອງໄທ ໄດ້ຮັບສຳປະທານ ເປັນຜູ້ກໍ່ສ້າງ, ເປັນໂຄງການ ທຳອິດ ທີ່ຈະສ້າງໃສ່ ແມ່ນ້ຳຂອງ ຢູ່ບໍຣິເວນ ແກ່ງຫລວງ ແຂວງໄຊຍະບູຣີ ຊຶ່ງກອງທຶນເພື່ອ ສັດປ່າໂລກ ເວົ້າວ່າ ເປັນບໍຣິເວນ ທີ່ອຸດົມສົມບູນ ທີ່ສຸດ ເປັນບ່ອນວາງໄຂ່ ຂອງ ປາບຶກ ແລະເປັນບ່ອນທີ່ ປະຊາຊົນລາວ ປະກອບອາຊີບ ການປະມົງ.