ໂຄງການສ້າງທາງ ໂພນຕ້ອງ-ດົງໂດກ ມີຂໍ້ຂັດແຍ່ງ ກັບປະຊາຊົນ

ໂຄງການກໍ່ສ້າງທາງ ໂພນຕ້ອງ-ດົງໂດກ ໃນເຂດເມືອງຈັນທະບູລີ ແລະເມືອງໄຊທານີ ປະເຊີນກັບອຸປະສັກ ມີບາງຄອບຄົວບໍ່ຍອມ ຍົກຍ້າຍອອກຈາກເນື້ອທີ່
ມະນີຈັນ
2009.01.15

ໂຄງການກໍ່ສ້າງທາງ ໂພນຕ້ອງ-ດົງໂດກ ໃນເຂດເມືອງຈັນທະບູລີ ແລະເມືອງ ໄຊທານີ ນະຄອນຫລວງວຽງຈັນ ປະເຊີນກັບອຸປະສັກ ຫລັງຈາກມີບາງ ຄອບຄົວບໍ່ຍອມ ຍົກຍ້າຍອອກຈາກເນື້ອທີ່ ຂອງໂຄງການ ເພາະໄດ້ຮັບຄ່າ ຊົດເຊີຍບໍ່ສົມເຫດ ສົມຜົນ ທັ້ງໆທີ່ ເຮືອນຂອງເຂົາເຈົ້າ ຖືກປຸກສ້າງຂຶ້ນ ໂດຍຜ່ານການ ຂໍອະນຸຍາດຢ່າງ ຖືກຕ້ອງຕາມກົດໝາຍ ຈາກທາງການລາວ.ທ່ານ ລີເຊັງ ເຈີຈີງ ຫົວໜ້າຄະນະ ຮັບຜິດຊອບ ວຽກງານໄກ່ເກັ່ຽ ຂອງໂຄງການ ກ່າວວ່າ ມີຫລາຍຄອບຄົວ ທີ່ຕົກລົງ ເຫັນດີ-ໃຫ້ການຮ່ວມມື ກັບໂຄງການ ກໍ່ສ້າງທາງສາຍ ໂພນຕ້ອງ-ດົງໂດກ ໂດຍໄດ້ຍົກຍ້າຍ ອອກຈາກເຂດ ໂຄງການນັ້ນແລ້ວ  ແຕ່ກໍຍັງມີ ຈໍານວນນຶ່ງ ບໍ່ຍອມຍ້າຍ ໂດຍສະເພາະຄອບຄົວທີ່ ໄດ້ຮັບຜົນກະທົບ ໜັກເຈົ້າໜ້າທີ່ ຮັບຜິດຊອບທ່ານ ນຶ່ງໄດ້ແຈ້ງວ່າມີ 4ຄອບຄົວທີ່ຍັງມີບັນຫາແລະມາ ຮອດເວລານີ້ທາງ ໂຄງການກໍຍັງ ບໍ່ສາມາດຕົກ ລົງກັນໄດ້ເທື່ອວ່າ ຈະແກ້ໃຂແນວໃດ ທາງດ້ານທ່ານຄຸນ ສົມບັດເຟື້ອຍມະນີ ຫົວໜ້າໂຄງການ ກໍ່ສ້າງທາງດັ່ງກ່າວ ບອກວ່າໂຄງການ ມີເງິນ ພຽງແຕ່ 2ແສນໂດລາ ສໍາລັບເປັນຄ່າ ຊົດເຊີຍແກ່ປະຊາຊົນ ທີ່ໄດ້ຮັບຜົນກະ ທົບທັງໝົດຂະນະທີ່ ປະຊາຊົນຮຽກ ຮ້ອງເອົາ8ແສນ ໂດລາສະຫະຣັດ ຊຶ່ງທາງໂຄງການ ກໍມີຄວາມໜັກໃຈ ບໍ່ໜ້ອຍຕາມການ ສລຸບຂອງໜ່ວຍງານ ໄກ່ເກັ່ຽຂອງໂຄງການ  ຜົນກະທົບຈາກໂຄງ ການຕໍ່ປະຊາຊົນ ມີທັງໝົດ246 ກະຣະນີໃນນັ້ນ ຍ້າຍອອກແລ້ວ 21ກໍຣະນີ ສໍາລັບກໍຣະນີ ທີ່ມີບັນຫານີ້ ທ່ານຄຸນສົມບັດ ເວົ້າວ່າທາງ ໂຄງການຈະພະ ຍາຍາມແກ້ໃຂເພື່ອ ບໍ່ໃຫ້ໂຄງການ ສ້າງຜົນກະທົບ ຕໍ່ປະຊາຊົນຫລາຍ ເກີນໄປແລະຈະ ຕ້ອງໃຫ້ແລ້ວກ່ອນ ງານມະຫະກໍາ ກິລາ SEAGames ຄັ້ງທີ 25 ທີ່ລາວຈະເປັນ ເຈົ້າພາບຈັດຂຶ້ນ ໃນທ້າຍປີ 2009ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.