ຊາວວຽງຈັນບໍ່ພໍໃຈ ໂຄງການເດີ່ນກ໋ອຟວຽດນາມ
2010.01.21
ທ່ານ Beaumont Smith ນັກຂ່າວຕ່າງປະເທດ ຂຽນບົດລາຍງານ ອອກທາງ ເວ໊ບໄຊທ Asia Times ວ່າຜູ້ຄົນສ່ວນຫລາຍ ຈະເຫັນເມືອງລາວ ເປັນບ່ອນ ພັກຜ່ອນຢ່ອນໃຈທີ່ສງົບ ເຕັມໄປດ້ວຍທິວທັດ ຊົນນະບົດທີ່ ສວຍສົດງົດງາມ ທີ່ປະກອບດ້ວຍໄຮ່ນາ, ສວນຜັກ ທີ່ອຸດົມສົມບູນ, ແຕ່ຢູ່ເບື້ອງຫລັງຂອງ ຄວາມສງົບງຽບ ສວຍສົດງົດງາມ ນີ້ກັບມີສະພາບ ຄວາມເຄັ່ງຕຶງ ຄວາມບໍ່ພໍໃຈ ຂອງຊຸມຊົນຊາວບ້ານ ທ້ອງຖິ່ນໃກ້ກັບ ຂົວມິຕພາບລາວ-ໄທ ໃນເຂດນອກຂອງ ນະຄອນຫລວງວຽງຈັນ.
ຄວາມບໍ່ພໍໃຈ ຂອງຊາວລາວເຫລົ່ານີ້ ເກີດມາຈາກຊີວິດ ການເປັນຢູ່ແບບ ສັນຕິສງົບສຸຂ ທີ່ມີມາແຕ່ຍາວນານ ຂອງພວກຂະເຈົ້າ ກຳລັງຖືກຄຸກຄາມ ຍ້ອນຄຳສັ່ງ ໃຫ້ໂຍກຍ້າຍຂອງ ຣັຖບານ ເພື່ອຫລີກທາງໃຫ້ ໂຄງການສ້າງເດີ່ນ ຕີກ໋ອຝ ຂນາດ18ຂຸມພ້ອມກັບ ໂຮງແຮມທີ່ຫລູຫລາ ແລະການພັທນາ ບ້ານຈັດສັນ, ໃນຂະນະທີ່ຄ່າທົດແທນ ທີ່ຈ່າຍເພື່ອການໂຍກຍ້າຍ ຕໍ່າກວ່າຄ່າດິນ ໃນຕລາດທົ່ວໄປ ຫລາຍເທົ່າ.
ບໍລິສັດກ໋ອຝ ເອກກະຊົນວຽດນາມ LongThanhGolf Trading ໄດ້ມາລົງທຶນໃນໂຄງການ ທີ່ໃຊ້ງົບປະມານ 1ຕື້ໂດລາ ສະຫະຣັຖ. ທາງບໍລິສັດໄດ້ເລີ້ມ ສຳຣວດ ແລະໃຊ້ຣົດດຸດ ດຸດດິນບາງພື້ນທີ່ ທີ່ມີພື້ນທີ່ກວ້າງ 557ເຮັກຕາຣ ໄປແດ່ແລ້ວ. ເພື່ອຫລີກທາງໃຫ້ ໂຄງການກໍ່ສ້າງ ຊາວບ້ານທ້ອງຖິ່ນ ປະມານ250ຄອບຄົວ ຖືກບັງຄັບໃຫ້ ໂຍກຍ້າຍອອກ ຈາກບ່ອນຢູ່ແລະ ບ່ອນທຳມາຫາກິນ ຂອງພວກຂະເຈົ້າ.
ຜູ້ຊື່ຂ່າວ ທ່ານ Beaumont Smith ຍັງຂຽນຕື່ມວ່າ ທ່ານຄຳແພງ ຊາວບ້ານຜູ້ນຶ່ງ ເວົ້າກັບລາວດ້ວຍນ້ຳຕາ ຜ່ານໜ່ວຍວ່າ ຕົນເຄີຍຕໍ່ສູ້ເພື່ອ ປົກປ້ອງຮັກສາ ປະເທດຊາດ ແລະຜືນແຜ່ນດິນແຫ່ງນີ້, ຕົນເຄີຍເຫັນ ໝູ່ເພື່ອນລົ້ມຕາຍໄປ ຍ້ອນປົກປັກຮັກສາ ປະເທດຊາດບ້ານເມືອງລາວ ແຕ່ບາດນີ້ ຣັຖບານ ມາບັງຄັບໄລ່ ໃຫ້ພວກຕົນ ໜີອອກຈາກພື້ນທີ່ດິນ ທີ່ເຄີຍຢູ່ອາສັຍ ມາເປັນເວລາຫລາຍປີ ຫລັງຈາກສົງຄາມ, ບາດນີ້ຕົນເຖົ້າແກ່ ອາຍຸຫລາຍແລ້ວ ບໍ່ສາມາດໂຍກຍ້າຍ ແລະ ເລີ້ມຕົ້ນຊີວິດໃໝ່ໄດ້.