ຊາວບ້ານທາຕຫລວງ ຕ້ອງຍ້າຍ ທ້າຍເດືອນໜ້າ
2010.02.22
ປະຊາຊົນ ສ່ວນຫລາຍ ບໍ່ພໍໃຈ ທີ່ ຈະໂຍ້ກຍ້າຍ ດັ່ງຜູ້ຕາງໜ້າ ຊາວບ້ານທາດຫລວງ ຜູ້ນຶ່ງເວົ້າວ່າ:
“ຖືກຍ້າຍແມ່ນ ທ້າຍເດືອນສາມ 40 ປາຍຄອບຄົວ ກໍບໍ່ດີໃຈ ປານໃດ ເພາະຖືກຍ້າຍ ໄດ້ປະມານ ແສນບາດ ດິນຕ່າງຫາກ ກັບທີ່ດິນ ກໍຂື້ນກັບ ທີ່ດິນ ທີ່ດິນຫລາຍກໍໄດ້ ຫລາຍ ທີ່ດິນໜ້ອຍ ກໍໄດ້ໜ້ອຍ.”
ຜູ້ຕາງໜ້າ ຊາວບ້ານທາດຫລວງ ຜູ້ນີ້ເວົ້າອີກວ່າ ເຈົ້າໜ້າທີ່ ນະຄອນຫລວງ ວຽງຈັນ ແນະນຳວ່າ ຊາວບ້ານຕ້ອງຍ້າຍ ນັບແຕ່ທ້າຍ ເດືອນສາມ ເປັນຕົ້ນໄປ ແຕ່ຖ້າຜູ້ໃດ ຢາກຍ້າຍກ່ອນ ນັ້ນ ກໍຍິ່ງດີ. ປັດຈຸບັນ ປະກົດວ່າ ປະຊາຊົນ ຫລາຍຄົນ ບໍ່ພໍໃຈກັບ ຄ່າຊົດເຊີຍ ພວກເຂົາເຈົ້າ ເວົ້າວ່າ ໜ້ອຍເກີນໄປ ແຕ່ກໍ ບໍ່ກ້າປາກ ບໍ່ກ້າເວົ້າ.
ເຖິງຢ່າງໃດ ກໍດີ ບາງຄົນເວົ້າວ່າ ຈະໃຊ້ເງິນ ຄ່າຊົດເຊີຍ ທີ່ໄດ້ຮັບມານັ້ນ ໄປເປີດ ຮ້ານຂາຍເຄື່ອງ ຫລືເຮັດ ທຸຣະກິດ ການງານອື່ນໆ ປະຊາຊົນ ບ້ານທາດຫລວງ ເໜືອ ກາງແລະໃຕ້ ຈຳເປັນຕ້ອງ ຍ້າຍອອກຈາກ ບ້ານເດີມ ເພາະຣັຖບານ ຈະຂຍາຍເດິ່ນ ພຣະທາດຫລວງ ໃຫ້ກວ້າງອອກ ໃຫ້ມີ ຖນົນຫົນທາງ ໃຫຍ່ຂື້ນ ເພື່ອຕຽມ ພ້ອມ ສເລີມສລອງ ການສ້າງຕັ້ງ ນະຄອນຫລວງ ວຽງຈັນ ຄົບຮອບ 450 ປີ ໃນທ້າຍປີ 2010 ນີ້.